ຊາວກະສິກອນເມືອງໄຊພູທອງ ຮຽນຮູ້ການຜະລິດຝຸ່ນບົ່ມ ແລະ ຝຸ່ນຊີວະພາບ ເພື່ອນຳໃຊ້ເຂົ້າໃນການປູກພືດ-ຜັກອິນຊີ

1278

ຫ້ອງການກະສິກໍາປ່າໄມ້ເມືອງໄຊພູທອງ ສົມທົບກັບພະແນກກະສິກຳ-ປ່າໄມ້ ແຂວງສະຫວັນນເຂດ ແລະ ພະນັກງານວິທະຍາໄລກະສິກໍາ-ປ່າໄມ້ ແຂວງ ໄດ້ລົງຝຶກອົບຮົມການຜະລິດຝຸ່ນບົ່ມ ແລະ ຝຸ່ນຊີວະພາບ ເພື່ອນຳໃຊ້ເຂົ້າໃນການປູກພືດຜັກອິນຊີໃຫ້ກັບຊາວກະສິກອນ ເຂດກຸ່ມບ້ານທີ 1 ບ້ານຄັນທ່າຈານ ເມືອງໄຊພູທອງ ແຂວງສະຫວັນນເຂດ ໃນຕອນເຊົ້າຂອງວັນທີ 17 ພະຈິກ 2021 ໂດຍມີເລຂາ-ນາຍບ້ານ,ຜູ້ປະສານງານໂຄງການພາຍໃນກຸ່ມບ້ານເຂົ້າຮ່ວມ.


ການຝຶກອົບຮົມ ແມ່ນໄດ້ຮຽນຮູ້ກ່ຽວກັບຄວາມໝາຍຄວາມສໍາຄັນ ແລະ ຄຸນປະໂຫຍດຂອງຝຸ່ນບົ່ມ,ສະຖານທີ່ໃນການເຮັດຝຸ່ນບົ່ມ,ອຸປະກອນ ແລະ ວັດຖຸໃນການເຮັດຝຸ່ນບົ່ມ,ການບົວລະບັດກອງຝຸ່ນ,ຄຸນລັກສະນະຂອງຝຸ່ນບົ່ມທີ່ພ້ອມໃຊ້ງານ ແລະ ອັດຕາສ່ວນໃຊ້ຝຸ່ນບົ່ມເຂົ້າໃນການປູກພືດຜັກ,ໄມ້ໃຫ້ໝາກ,ດອກໄມ້ປະດັບ ແລະ ນາເຂົ້າ.


ຝຸ່ນບົ່ມແມ່ນການປະສົມອິນຊີວັດຖຸທີ່ໄດ້ມາຈາກທຳມະຊາດເຊ່ັ່ນ: ຝຸ່ນຄອກ ແລະ ສິ່ງເສດເຫລືອຈາກການກະສິກຳ ໂດຍນຳມາປະສົມເຂົ້າກັນແລ້ວໃຊ້ຈຸລິນຊີເຂົ້າຊ່ວຍໃນການຍ່ອຍສະຫຼາຍໂດຍຜ່ານຂະບວນບົ່ມ ຫຼື ໝັກ ເພື່ອໃຫ້ວັດຖຸດິບຕ່າງໆນັ້ນຍ່ອຍສະຫຼາຍໂຕໄວຂຶ້ນໂດຍໃຊ້ເວລາບໍ່ດົນປານໃດ ຈຶ່ງໄດ້ກາຍມາເປັນຝຸ່ນບົ່ມ ເພື່ອສະໜອງສານອາຫານໃຫ້ແກ່ພືດ ແລະ ຊ່ວຍໃນການປັບປຸງໂຄງສ້າງຂອງດິນເຮັດໃຫ້ດິນດີ,ດິນງາມ.

ສ່ວນນໍ້າໝັກຊີວະພາບແມ່ນການນໍາເອົາເສດພືດຜັກ, ໝາກໄມ້ ແລະ ສັດຊະນິດຕ່າງໆມາໝັກກັບນໍ້າຕານ ຫຼື ກາກນໍ້າຕານເຮັດໃຫ້ເກີດຈຸລິນຊີທີ່ເປັນປະໂຫຍດ ຊ່ວຍຍ່ອຍສະຫຼາຍສານອາຫານຕ່າງໆທີ່ຢູ່ໃນພືດ ແລະ ສັດ,ເມື່ອເຮົານໍາມາໝັກແລ້ວປົດປ່ອຍສານຕ່າງໆອອກມາເຊັ່ນ: ໂປຣຕິນ, ກົດອິນຊີ, ທາດອາຫານ, ຮໍໂມນ, ເອນໄຊມ໌ ແລະ ວິຕາມິນ ເຊິ່ງພືດສາມາດນໍາໄປໃຊ້ໃນການຈະເລີນເຕີບໂຕໄດ້ຢ່າງມີປະສິດຕິພາບ.


ພາບ-ຂ່າວ: ພັນທະມິດ ວົງສຸທິ