ຟັງແລ້ວຂົນລຸກເລີຍ ທີ່ມາຂອງຊຸດປະຈໍາຊາດລາວ ທີ່ໂຕ້ ທິບພະທອນ ຈະໄດ້ສວມໃສ່ໃນການປະກວດ Face Of Asia

1187

ເປີດໂຕ ຊຸດປະຈຳຊາດລາວ ຂອງ ໂຕ່ໂຕ້ ທິບພະທອນ Face of Laos 2021 ໃນຮອບ 30 ຄົນ ໃນ Asia Model Festival ເຊິ່ງເປັນຊຸດທີ່ມີຊື່ວ່າ: “ສິນໄຊແຫ່ງຍຸກສະໄຫມ”

ຊຸດປະຈໍາຊາດທີ່ໂຕ້ຈະໄດ້ສວມໃສ່ໃນຄັ້ງນີ້ແມ່ນ ເປັນຊຸດທີ່ໄດ້ແຮງບັນດານໃຈມາຈາກ ຕົວລະຄອນໃນ ເລື່ອງວັນນະຄະດີລາວ “ສິນໄຊ” ເຊິ່ງເປັນເລື່ອງລາວ ຂອງ ສິນໄຊ ໄປຊິງໂຕນ້ອງສາວຂອງ ພະຍາກຸຊຣາດ ທີ່ຖືກຍັກກຸມພັນ ລັກພາໂຕໄປເປັນ. ຕົວລະຄອນ ສິນໄຊເອງ ໄດ້ຖືກຍົກໃຫ້ເປັນສັນຍາລັກຂອງຊາວຫນຸ່ມລາວ ທີ່ເປັນ ແບບຢ່າງຂອງ ຄວາມກ້າຫານ ພ້ອມໄຫວພິບປະຕິພານ ແລະ ຍັງເຮັດໃຫ້ເຮົາເຫັນເຖິງການເສຍສະຫລະ ໂດຍບໍ່ເກງກົວ ກັບສັດຕູ.

ແລະ ບົດເລື່ອງສັງສິນໄຊ​ ເກີດຂຶ້ນ​ໃນ​ສະໄຫມ​ອານາຈັກ​ລາວລ້ານຊ້າງ​ຮຸ່ງເຮືອງ ເປັນວັນນະຄະດີຊັ້ນຍອດຂອງລາວ ແລະ ເປັນບົດວັນນະຄະດີ ທີ່ສຳຄັນຕໍ່ການສຶກສາຮໍ່າຮຽນ ເຊີ່ງແມ່ນ ທ້າວປາງຄໍາ ເປັນ​ຜູ້ແຕ່ງ​ຂື້ນ ໃນສະໄໝ​ສັກດີນາເຊິ່ງໄດ້ນັກອອກແບບຊຸດບູຮານລາວ ຈາກ ທອງສະຫວັນ ຖາວອນ Thongsavanh Thavone ເປັນຄົນອອກແບບ.

ສຳລັບການ ປະກວດໃນ Face of Asia 2021 ໃນຮູບແບບອອນລາຍ,​ ເຮົາຕ້ອງຕິດຕາມວ່າ ໂຕ່ໂຕ້ ຈະໄດ້ຜ່ານເຂົ້າຮອບກັນຫລືບໍ ຮ່ວມເປັນກຳລັງໃຈໃຫ້ກັບ ໂຕ່ໂຕ້ ໃນຮອບຕໍ່ໄປ ແນ່ເດີ້ ດ້ວຍການໂຫວດໃຫ້ກັບຕົວແທນຂອງລາວເຮົາໃນເວທີສາກົນ ສໍາລັບຂັ້ນຕອນ ແລະ ວິທີການໂຫວດແມ່ນສາມາດເຂົ້າໄປເບິ່ງໄດ້ທີ່ ເພຈຂອງກອງປະກວດເລີຍ Face of Laos ແລະ ແອັດມິນເອງກໍຂໍຝາກທຸກຄົນນໍາເດີ້ຊ່ວຍກັນໂຫວດໃຫ້ຊາຍລາວຄົນນີ້ໄດ້ປະສົບຄວາມສໍາເລັດ ແລະ ນໍາເອົາຄວາມພາກພູມໃຈມາໃຫ້ຄົນລາວເຮົາໄດ້ຊື່ນຊົມ.

ສໍາລັບເປົ້າຫມາຍຂອງໂຕ້ເອງ ທີ່ນ້ອງໄດ້ເຄີຍໃຫ້ສໍາພາດວ່າ: ເມື່ອໄດ້ຕໍາແຫນ່ງມາຄອງແລ້ວ ສິ່ງທີ່ນ້ອງຢາກຈະເຮັດເພື່ອຊ່ວຍເຫລືອສັງຄົມຄື ນ້ອງຢາກເຮັດໂຄງການຊ່ວຍເຫລືອແບ່ງປັນຜູ້ສູງອາຍຸ ແລະ ເດັກນ້ອຍທີ່ດ້ອຍໂອກາດ ເພື່ອສະໜັບສະໝູນໃຫ້ເຂົາເຈົ້າມີກໍາລັງໃຈ ແລະ ສູ້ຊົນໃນການດໍາລົງຊີວິດ ແລະ ຫວັງວ່າຖ້ານ້ອງມີໂອກາດ ຢາກຈະເຮັດໂຄງການນີ້ຂຶ້ນມາ ເພື່ອຊ່ວຍເຫລືອສັງຄົມໃຫ້ໄດ້ຫລາຍທີ່ສຸດ ແລະ ຍັງມີຄວາມໃຝ່ຝັນສູງສຸດ ໃນວົງການບັນເທີງຄື ຢາກຈະໄປເດີນແບບ fashion week ຢູ່ຕ່າງປະເທດ ຫລາຍໆປະເທດເລີຍ.

ສ່ວນຜົນງານຂອງຫນຸ່ມຄົນນີ້ທີ່ຜ່ານມາກໍມີເຊັ່ນ: ການຖ່າຍແບບ, ເດີນແບບ, ສະແດງຊີຣີ, ຖ່າຍໂຄສະນາ ແລະ ອື່ນໆ ສໍາລັບ ຍາມວ່າງໂຕ້ຈະມັກເບິ່ງຢູ່ທູບທີ່ເປັນລາຍການເວົ້າພາສາອັງກິດ ເພື່ອຮຽນຮູ້ທັກສະໃນການເວົ້າ ແລະ ມັກຮ້ອງເພງ ສ່ວນການເບິ່ງແຍງຕົນເອງແມ່ນເປັນສິ່ງສໍາຄັນຫລາຍ ເຮົາຕ້ອງມີໂຕຊ່ວຍໃນການບໍາລຸງຜິວຫນ້າ ນອກນັ້ນຍັງຕ້ອງອອກກໍາລັງກາຍໃຫ້ສະຫມໍ່າສະເຫມີ ເພື່ອໃຫ້ສຸຂະພາບດີ, ມີຮູບຮ່າງຫນ້າຕາທີ່ສົດໃສ.

ຢ່າລືມເດີ້ທຸກຄົນຊ່ວຍໂຫວດຊ່ວຍເຊຍ ແລະ ເປັນກໍາລັງ ໃຫ້ຕົວແທນຂອງປະເທດລາວເຮົາແນ່ເດີ້ ເພື່ອໃຫ້ໄດ້ເຂົ້າຮອບເລິກໆ ແລະ ໄປເຖິງຄວ່າມຝັນທີ່ຕັ້ງໄວ້  ສາມາດຕິດຕາມຜົນງານທີ່ເຟສບຸກສ່ວນຕົວ To Thipphatthone ແລະ ເພຈຂອງໂຄງການ Face Of  Laos

ຮູບ: To Thipphatthone ເພຈ: Face Of  Laos