ກະຊວງແຮງງານ ແລະ ສະຫວັດດີການສັງຄົມໂດຍໂຄງການກອງທຶນເພື່ອນຮ່ວມງານKR1 ໄດ້ມອບເຂົ້າໃຫ້ເມືອງໄຊຍະບູລີ 44.580 ກິໂລກຣາມ

610

ພິທີມອບ-ຮັບເຂົ້າຊ່ວຍເຫຼືອຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມໂດຍໂຄງການກອງທຶນເພື່ອນຮ່ວມງານKR1 ໃຫ້ເມືອງໄຊຍະບູລີຈຳນວນ 10 ບ້ານເປັນເຂົ້າສານຈຳນວນ 44.580 ກິໂລກຣາມ ມູນຄ່າ 437 ລ້ານກວ່າກີບ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 18 ພະຈິກ 2021 ນີ້ທີ່ຫ້ອງປະຊຸມຫ້ອງວ່າການເມືອງ.

ກ່າວມອບຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ແລະ ກ່າວຮັບໂດຍທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ; ມີບັນດາຫົວໜ້າພະແນກການຂອງແຂວງ,ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການຂອງເມືອງ, ອົງການປົກຄອງບ້ານທີ່ກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີທ່ານ ໜູເກນ ພັນລັກ ວ່າການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງໄຊຍະບູລີໄດ້ໃຫ້ຮູ້ວ່າ: ອີງຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມສະບັບເລກທີ 4173/ຮສສ ລົງວັນທີ 8 ພະຈິກ 2021 ວ່າດ້ວຍການອະນຸມັດເຂົ້າກິນໂຄງການກອງທຶນເພື່ອນຮ່ວມງານ KA1 ປີ 2021 ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທິບັດນ້ຳຖ້ວມຢູ່ເມືອງໄຊຍະບູລີຄັ້ງວັນທີ 14 ມິຖຸນາ 2021 ຜ່ານມາ ຈຳນວນ 10 ບ້ານຄື: ບ້ານ ສີມຸງຄຸນ, ບ້ານທ່ານາ, ບ້ານ ດອນເງີນ, ບ້ານ ບຸ່ງ, ບ້ານແກ້ງ, ບ້ານປົ່ງ, ບ້ານຖີ່ນ, ບ້ານ ໃຫຍ່, ບ້ານດອນໃໝ່ ແລະ ບ້ານ ສີເມືອງ ມີ 1.486 ຄອບຄົວ, ມີ 7.160ຄົນ, ໂດຍຄິດໄລ່ 30 ກິໂລກຣາມຕໍ່ຄອບຄົວເຊິ່ງລວມທັງໝົດ 44.580 ກິໂລ ມູນຄ່າ 437 ລ້ານກວ່າກີບ.

ຈາກນັ້ນທາງທີມງານພະແນກ ແຮງງານສະຫວັດດີການສັງຄົມແຂວງໄຊຍະບູລີ ແລະ ຫ້ອງການແຮງງານສະຫວັດດີການສັງຄົມເມືອງໄຊຍະບູລີ ກໍໄດ້ລົງມອບເຂົ້າສານໃຫ້ບ້ານເປົ້າໝາຍດັ່ງກ່າວຕື່ມອີກ.

ພາບ-ຂ່າວ: ສົມພົງ ສີສະຫັວດ