u-money ໂອນເງິນໄດ້ທົ່ວປະເທດ

488

u-money ເປັນບໍລິການ ກະເປົາເງິນ ອີເລັກໂຕຣນິກ ທີ່ທັນສະໄໝ ສາມາດນຳໃຊ້ໄດ້ຜ່ານໂທລະສັບມືຖື ທຸກຮູບແບບ ເຊິ່ງໃນປັດຈຸບັນ ກໍສາມາດສະໜອງ ບໍລິການ ໂອນເງິນ – ຖອນເງິນສົດ ທີ່ສາມາດຕອບໂຈດ ສໍາລັບຜູ້ຄົນທີ່ມີຄວາມຕ້ອງການໃນການໂອນເງິນຈາກ ຕົວເມືອງຫາ ເຂດຊົນນະບົດ ຫຼື ເຂດຊົນນະບົດ ຫາຕົວເມືອງກໍໄດ້ເຊັ່ນດຽວກັນ.


ເນື່ອງຈາກ ບໍລິການ u-money ເອງສາມາດເຮັດທຸລະກຳໄດ້ໃນທຸກຂົງເຂດ ທຸກທີ່ ທຸກເວລາ ທົ່ວປະເທດ ທີ່ມີສັນຍານໂທລະສັບ ບໍ່ວ່າຈະເປັນ ໂທລະສັບ ມືຖື 020, 030 ໄດ້ທຸກລຸ້ນ ທັງໂທລະສັບສະມາດໂຟນ ຫຼື ໂທລະສັບທຳມະດາ ກໍສາມາດນຳໃຊ້ ບໍລິການ u-money ໄດ້ຢ່າງສະດວກສະບາຍ ແລະ ປອດໄພ; ສາມາດຖອນເງິນ ຫຼື ການເຮັດທຸລະກຳອື່ນໆ ກໍສະດວກເນື່ອງຈາກຮ້ານຕົວແທນໃຫ້ບໍລິການ u-money ຕັ້ງຢູ່ຢັ່ງຢາຍໃນຂອບເຂດທົ່ວປະເທດ ນັບທັງເຂດບ້ານທີ່ຫ່າງໄກສອກຫຼີກ ແລະ ເຂດຕົວເມືອງ ມີຫຼາຍກ່ວາ 10 ພັນຮ້ານຕົວແທນ ລວມທັງເຄົາເຕີ ໜ່ວຍບໍລິການ ຂອງ Unitel ມີເຖິງ 143 ເຄົາເຕີ ທົ່ວປະເທດ .


u-money ໄດ້ມີການເຊື່ອມຕໍ່ ກັບບັນດາທະນາຄານຊັ້ນນຳໃນລາວເຖິງ 6 ທະນາຄານ ດ້ວຍກັນ ເຊິ່ງສາມາດໂອນຫາກັນລະຫວ່າງ u-money – ບັນດາທະນາຄານ ລວມມີ ທະນາຄານການຄ້າຕ່າງປະເທດລາວ (ແອັບ BCELOne), ທະນາຄານຮ່ວມທຸລະກິດລາວ-ຫວຽດຈໍາກັດ (ແອັບ LVBDigiBank), ທະນາຄານຮ່ວມພັດທະນາ (ແອັບ JDB Yes) ແລະ ທະນາຄານມາຣູຮານເຈແປນລາວ (ແອັບ MJSaduak), ທະນາຄານຫຸ້ນສ່ວນການຄ້າທະຫານ-ສາຂາ ລາວ (ແອັບ MB Laos) ເຊິ່ງຄ່າຈະເປັນການເຮັດທຸລະກຳທີ່ໜ່ວຍບໍລິການຂອງ ທະນາຄານ ຮ່ວມພັດທະນາ (JDB) ເເລະ ທະນາຄານ ສົ່ງເສີມ ກະສິກໍາ (APB) ໄດ້ທຸກໜ່ວຍບໍລິການ ທົ່ວປະເທດ ອີກດ້ວຍ.

ດ້ວຍສະພາບການລະບາດຂອງພະຍາດໂຄວິດ-19 ປັດຈຸບັນ, ການໝູນໃຊ້ ແອັບ u-money ເຂົ້າໃນຊີວິດປະຈຳວັນສາມາດຫຼຸດຜ່ອນການສຳຜັດເງິນສົດໄດ້ເປັນຢ່າງດີ ແລະ ຍັງສາມາດປະຢັດຄ່າໃຊ້ຈ່າຍ ໄດ້ບາງສ່ວນກັບໂປຣໂມຊັນໃໝ່ໆເຊັ່ນ: ການຊື້ດາຕ້າ ໄດ້ດາຕ້າຄູນສອງ, ຕື່ມຄ່າໂທໄດ້ຮັບນາທີໂທລ້າໆ, ຕື່ມເງິນຮັບສ່ວນຫຼຸດເຖິງ 5% ພ້ອມກັບບໍລິການອື່ນໆ ອີກພາຍໃນແອັບເຊິ່ງຈະເຮັດໃຫ້ຜູ້ຊົມໃຊ້ ຫຼຸດຜ່ອນການອອກໄປຂ້າງນອກ, ຫຼຸດຜ່ອນການສຳຜັດກັບເງິນສົດ ແລະ ອື່ນໆ ທີ່ມີຄວາມສ່ຽງຕໍ່ເຊື້ອພະຍາດ.