ມອບເງິນອຸດໜູນເທື່ອດຽວ ໃຫ້ແກ່ນາຍທະຫານ ຢູ່ວິທະຍາຄານກົມມະດຳ

798

ວັນທີ 18 ພະຈິກ 2021 ວິທະຍາຄານ ກົມມະດຳ ໄດ້ຈັດຕັ້ງພິທີມອບເງິນອຸດໜູນເທ່ືອດຽວໃຫ້ແກ່ນາຍທະຫານ ເປັນເງິນ 30.153.870 ກີບ.


ສະຫາຍ ພັນຕີ ໂສພາ ວົງພົມ ຮອງພະແນກປະກັນສັງຄົມ ວິທະຍາຄານ ກົມມະດຳ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດເບີກຈ່າຍເງິນອຸດໜູນເທື່ອດຽວຂອງນາຍທະຫານ, ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ(ສະບັບປັບປຸງ) ເລກທີ່ 43/ສພຊ ລົງວັນທີ 14 ມິຖຸນາ 2018 ໝວດທີ 1 ມາດຕາ 32, ຕາມຄໍາສັ່ງແນະນໍາຂອງກະຊວງປ້ອງກັນປະເທດ ສະບັບເລກທີ່ 675/ກປທ, ລົງວັນທີ່ 28 ກຸມພາ2019. ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປະກັນສັງຄົມ.

ດັ່ງນັ້ນ ວິທະຍາຄານ ກົມມະດຳ ຈຶ່ງໄດ້ມອບເງິນອຸດໜູນເທື່ອດຽວໃຫ້ນາຍທະຫານຂອງຜູ້ປະກັນຕົນ ແລະ ຍາດພີ່ນ້ອງຂອງຜູ້ກຽ່ວລວມເປັນເງິນທັງໝົດ 30.153.870 ກີບ(ສາມສິບລ້ານໜື່ງແສນຫ້າສິບສາມພັນແປດຮ້ອຍເຈັດສິບກີບ). ເປັນກຽດກ່າວມອບເງິນໂດຍສະຫາຍ ພັນໂທ ບຸນໂຮມ ມິ່ງນະຄອນ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານ ກົມມະດຳ ແລະ ຕາງໜ້າກ່າວຮັບເງິນໂດຍສະຫາຍ ພັນໂທ ຊົມພູ ໄຊຍະເພັດ ຮອງຫ້ອງພະລາທິການ ຮັບຜິດຊອບວຽກງານການເມືອງ ວິທະຍາຄານ ໂດຍຊ່ອງໝ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ .

ພາບ-ຂ່າວ: ລຸນທອງ ສີບຸນເຮືອງ