ພາສີຄອນຫຼວງແຈ້ງ ຜູ້ນຳໃຊ້ຍານພາຫະນະນໍາເຂົ້າບໍ່ຖືກຕ້ອງ ໃຫ້ຮີບຮ້ອນນຳໄປແຈ້ງ ບໍ່ໃຫ້ກາຍ 20ມັງກອນ 2022

864

ສືບເນື່ອງຈາກກອງປະຊຸມ ທາງໄກ ໃນການເຜີຍແຜ່ ຄຳສັ່ງຂອງນາຍົກລັດຖະມົນຕີເລກທີ 20/ນຍ, ລົງວັນທີ 8 ຕຸລາ 2021, ແລະ ຄໍາແນະນໍາ ເລກທີ 5320/ກງ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍ ຄໍາສັ່ງຂອງນາຍົກ ລັດຖະມົນຕີເລກທີ 20/ນຍ ດັ່ງກ່າວ ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ທີ່ນຳເຂົ້າ ແລະ ນຳໃຊ້ຍານພາຫະນະທຸກປະເພດ ແບບບໍ່ຖືກຕ້ອງ.

ເຊິ່ງໄດ້ຈັດຂຶ້ນ ໃນວັນທີ 25 ຕຸລາ 2021 ທີ່ຜ່ານມາ, ໂດຍການເປັນປະທານຂອງ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໂດຍມີຄະນະກົມພາສີ, ຫົວໜ້າພະແນກການເງິນແຂວງ, ມີຫົວໜ້າດ່ານພາສີສາກົນທົ່ວປະເທດເຂົ້າຮ່ວມ.
ເພື່ອສືບຕໍ່ແຜນງານສຳຄັນດັ່ງກ່າວກໍຄື ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຄຳແນະນຳເລກທີ 5320/ກງ ໃຫ້ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ຢ່າງເປັນຮູບປະທຳ ພາສີນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເລກທີ 02/ນວ ລົງວັນທີ 15 ພະຈິກ 2021 ກ່ຽວກັບການແຈ້ງພາສີ ແລະ ຂຶ້ນພັນທະອື່ນ ຕໍ່ຜູ້ນຳເຂົ້າ ແລະ ນຳໃຊ້ຍານພາຫະນະທຸກປະເພດແບບບໍ່ຖືກຕ້ອງ.

ໃນແຈ້ງການໄດ້ແຈ້ງໃຫ້ບັນດາພະນັກງານ, ທະຫານ, ຕໍາຫຼວດ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ປະຊາຊົນທົ່ວນະຄອນຫຼວງວຽງຈັນ ທີ່ຄຸ້ມຄອງ, ນຳໃຊ້ຍານພາຫະນະນໍາເຂົ້າບໍ່ຖືກຕ້ອງ ທີ່ຍັງບໍ່ທັນໄດ້ເສຍພາສີ ແລະ ພັນທະອື່ນໆ ໃຫ້ພ້ອມກັນຮີບຮ້ອນນຳເອົາພາຫະນະຂອງຕົນ ແລະ ເອກະສານທີ່ກ່ຽວຂ້ອງ (ຖ້າມີ) ໄປແຈ້ງຢູ່ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ນັບແຕ່ມື້ອອກແຈ້ງການສະບັບນີ້ເປັນຕົ້ນໄປຈົນຮອດ ວັນທີ 20 ມັງກອນ 2022 ໂດຍຈະໄດ້ເສຍພາສີ ແລະ ພັນທະອື່ນໆ ຈະບໍ່ມີການປັບໃໝຕ່າງໆ, ແຕ່ຖ້າຫາກກາຍກໍານົດເວລາດັ່ງກ່າວນີ້ແລ້ວແມ່ນຈະໄດ້ດໍາເນີນມາດຕະການປະຕິບັດຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ ກໍານົດໄວ້.

ການກໍານົດຂັ້ນຄຸ້ມຄອງໃນການແຈ້ງເສຍພາສີ ຂອງບັນດາພະນັກງານ, ທະຫານ, ຕໍາຫຼວດ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ປະຊາຊົນທົ່ວນະຄອນຫຼວງວຽງຈັນ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍກຳນົດແບ່ງການຄຸ້ມຄອງຈັດຕັ້ງປະຕິບັດ ດັ່ງນີ້: ບັນດາລົດທີ່ຂື້ນບັນຊີນໍາບັນດາກະຊວງຂັ້ນສູນກາງຄຸ້ມຄອງ ແມ່ນໃຫ້ໄປແຈ້ງເສຍພາສີຢູ່ກັບ ກົມພາສີ ກະຊວງການເງິນ ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ສ່ວນບັນດາພະນັກງານ, ທະຫານ, ຕໍາຫຼວດ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ທົ່ວໄປທີ່ບໍ່ໄດ້ຂື້ນກັບສູນກາງ ແມ່ນໃຫ້ມາແຈ້ງຢູ່ ນະຄອນຫຼວງວຽງຈັນ ຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ, ຂັ້ນຕອນໃນການປະກອບເອກະສານ ທີ່ຈະຕ້ອງນໍາໄປຢັ້ງຢືນຕໍ່ຄະນະກໍາມະການປະຕິບັດງານຕົວຈິງເພື່ອຮັບແຈ້ງເສຍພາສີ ມີຄື : ໃບສະເໜີເຊັນຢັ້ງຢືນຈາກນາຍບ້ານທີ່ຕົນສັງກັດ, ໃບຢັ້ງຢືນທີ່ຢູ່, ສໍາມະໂນຄົວ, ສຳເນົາບັດປະຈໍາຕົວ.

ສຳລັບຍານພາຫະນະຂອງບັນດາພະນັກງານ, ທະຫານ ແລະ ຕໍາຫຼວດ ມີໃບຢັ້ງຢືນການນຳໃຊ້ຍານພາຫະນະ ຫຼື ບັນຊີທີ່ຕົນເອງສັງກັດຂື້ນກັບ (ຖ້າມີ); ໃຫ້ນໍາເອົາເອກະສານທີ່ກ່າວມາຂ້າງເທິງນັ້ນ ພ້ອມຍານພາຫະນະຕົວຈິງ ໄປແຈ້ງຕໍ່ຄະນະກຳມະການຈັດຕັ້ງປະຕິບັດ ຊ່ວຍວຽກຂັ້ນນະຄອນຫຼວງວຽງຈັນ ເພື່ອບັນທຶກ, ເກັບກໍາຂໍ້ມູນ ຂອງຍານພາຫະນະ ແລະ ປະເມີນຄຸນນະພາບດ້ານເຕັກນິກ, ກວດກາຕົວຈິງ ປະເພດລົດ, ເລກຈັກ, ເລກຖັງ, ຄວາມແຮງ, ປີຜະລິດ ແລະ ປະເທດຜະລິດແລ້ວ ຈຶ່ງນໍາເອົາເອກະສານພາຫະນະຂອງຕົນໄປເສຍພາສີ ແລະ ພັນທະອື່ນໆ ຕາມກົດໝາຍ ແລະ ລະບຽບການຢູ່ທີ່ ພາສີປະຈໍານະຄອນຫຼວງວຽງຈັນ ບ້ານ ທ່ານາແລ້ງ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ.

ສໍາລັບ ມູນຄ່າແຈ້ງພາສີ ແມ່ນປະຕິບັດຕາມ ຂໍ້ຕົກລົງ ຂອງທ່ານລັດຖະມົນຕີກະຊວງການເງິນ ສະບັບເລກທີ5415/ກງ, ລົງວັນທີ 28 ຕຸລາ 2011 ວ່າດ້ວຍການຮັບຮອງ, ນຳໃຊ້ລາຄາພື້ນຖານຄິດໄລ່ພາສີ-ອາກອນ ແລະ ພັນທະອື່ນໃນການແກ້ໄຂຍານພາຫະນະນໍາເຂົ້າບໍ່ຖືກຕ້ອງ, ນຳໃຊ້ບໍ່ຖືກເປົ້າໝາຍ ແລະ ຍານພາຫະນະທີ່ເປັນຄະດີທາງພາສີ ແລະ ຫັກຄ່າເສື່ອມ, ຄ່າຫຼຸ້ຍຫ້ຽນ ຂອງຍານພາຫະນະ ຕາມແຈ້ງການ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 17721 /ຍທຂ.ກຊສ, ລົງວັນທີ 02 ກັນຍາ 2021.