18 ພະຈິກ 2021 ກຸ່ມທີ່ຕິດເຊື້ອພົ້ນເດັ່ນ ແມ່ນກຸ່ມນັກຮຽນ ນັກສຶກສາ – ຄູອາຈານ ແລະ ກຸ່ມຄອບຄົວ

615

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນ ວັນທີ 18 ພະຈິກ ປີ 2021 ວ່າ: ການຕິດເຊື້ອພະຍາດໂຄວິດ-19ທົ່ວປະເທດວັນທີ 18 ພະຈິກ 2021 ສູງເຖິງ 1.401 ຄົນ.

ການຕິດເຊື້ອສ່ວນຫຼາຍຍັງແມ່ນຢູ່ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ບໍ່ແກ້ວ, ໄຊຍະບູລີ, ແຂວງວຽງຈັນ ແລະ ຜົ້ງສາລີ; ການຕິດເຊື້ອໃໝ່ສ່ວນຫຼາຍແມ່ນພົບນໍາກຸ່ມທີ່ເປັນ C1. ກຸ່ມທີ່ຕິດເຊື້ອພົ້ນເດັ່ນ ແມ່ນກຸ່ມນັກຮຽນ ນັກສຶກສາ ແລະ ຄູອາຈານ ແລະ ກຸ່ມຄອບຄົວ.

ປັດຈຸບັນເຫັນວ່າ ບັນດາຜູ້ປົກຄອງຫຼາຍທ່ານ ມີຄວາມກັງວົນໃຈຕໍ່ລູກຫຼານຂອງຕົນ ຖ້າຫາກມີການເປີດໂຮງຮຽນໃນມໍ່ໆນີ້, ຕໍ່ກັບບັນຫານີ້ ຂ້າພະເຈົ້າ ຂໍແຈ້ງມາຍັງບັນດາທ່ານຊາບວ່າ ກະຊວງສາທາລະນະສຸກ ສົມທົບກັບ ກະຊວງສຶກສາທິການ ແລະ ກິລາ ໄດ້ຄົ້ນຄວ້າ ແລະ ປະເມີນສະຖາບັນການສຶກສາ ເປັນແຕ່ລະໄລຍະ ໂດຍເນັ້ນໜັກໃສ່ ການປະຕິບັດ 10 ມາດຕະການ ໃນການປ້ອງກັນໂຄວິດ-19 ເພື່ອໃຫ້ໂຮງຮຽນມີຄວາມປອດໄພ, ສະກັດກັ້ນການຕິດເຊື້ອ ແລະ ການແຜ່ເຊື້ອໃນກຸ່ມນັກຮຽນ ແລະ ຄູອາຈານ.

ພ້ອມດຽວກັນນີ້ ຄະນະສະເພາະກິດ ກໍ່ຍັງມີນະໂຍບາຍ ສັກວັກຊີນໃຫ້ແກ່ເດັກທີ່ມີອາຍຸ 12-17 ປີ ເພື່ອປ້ອງກັນ ແລະ ຫຼຸດຜ່ອນຄວາມຮຸນແຮງຂອງພະຍາດ ເມື່ອເກີດມີການຕິດເຊື້ອເກີດຂຶ້ນ.