ຄິວລົດເມຂົນສົ່ງໂດຍສານບໍ່ແກ້ວ ປະກາດພ້ອມເປີດເດີນທາງສູ່ທຸກແຂວງ

546

ຫຼາຍຄົນຄົງຈະຮັບຮູ້ແລ້ວວ່າປະຈຸບັນຄະນະສະເພາະກິດຂັ້ນສູນກາງໄດ້ປະກາດ ເປີດທາງສຳລັບການຂົນສົ່ງໂດຍສານທຸກແຂວງແລ້ວ ແລະຜ່ອນຜັນຫຼາຍຢ່າງ ເພື່ອຟື້ນຟູເສດຖະກິດຂອງປະເທດ ແລະໃຫ້ປະຊາຊົນທຳມາຫາກິນສະດວກຍິ່ງຂຶ້ນ ຫຼ້າສຸດນີ້ບໍ່ແກ້ວກໍ່ເປັນອີກແຂວງໜຶ່ງທີ່ປະກາດພ້ອມແລ່ນໂດຍສານໄປຍັງແຂວງອື່ນໆ.

ໂດຍ ຄີວລົດເມຂົນສົ່ງໂດຍສານພາຍໃນແລະຕ່າງປະເທດ ເພັດອາລຸນ ແຂວງ ບໍ່ແກ້ວ ຕອນນີ້ແມ່ນພ້ອມຈະໃຫ້ບໍລິການຮັບ-ສົ່ງປະຊາຊົນທີ່ຈະເດີນທາງເຂົ້າ-ອອກແຂວງບໍ່ແກ້ວແລ້ວເຊັ່ນ: ແຂວງຫລວງນ້ຳທາ, ອຸດົມໄຊ, ຫຼວງພະບາງ ແລະ ນະຄອນຫວງວຽງຈັນ ທ່ານໃດທີ່ຈະເດີນທາງໄປຍັງບັນດາແຂວງເຫຼົ່ານັ້ນແມ່ນສາມາດຕິດຕໍ່ຊື້ປີ້ໂດຍສານໄດ້ທີ່ເບີ 084 215003 ມືຖື 020 5559 9121/020 5434 3611.

ແນວໃດກໍ່ຕາມ ໃນສະຖານະການແບບນີ້ ແມ່ນວ່າບັນດາສະຖານີຂົນສົ່ງຈະເປີດໃຫ້ບໍລິການແລ້ວ ແຕ່ຄວາມປອດໄພທັງໝົດແມ່ນຂຶ້ນຢູ່ກັບນັກເດີນທາງ ທຸກຢ່າງຕ້ອງເລີ່ມຈາກຕົວເຮົາເອງໃນການປະຕິບັດມາດຕະການປ້ອງກັນຕ່າງໆ ຜູ້ໂດຍສານຄືບຸກຄົນທີ່ຈະໄດ້ຢູ່ຮ່ວມກັບຫຼາຍໆຄົນຕະຫຼອດໄລຍະທາງທີ່ໄປ ຖ້າຫາກູົນໜຶ່ງມີເຊື້ອແລ້ວບໍພາກັນປະຕິບັດ ບັນຫາກໍ່ຈະບານປາຍ.

ສະນັ້ນການເດີນທາງໃນສະຖານະການແບບນີ້ ຖ້າບໍ່ຈໍາເປັນກໍ່ບໍ່ຄວນໄປ ຫຼື ຖ້າຈໍາເປັນຕ້ອງໄປ ຕ້ອງປ້ອງກັນຫຼາຍຊັ້ນ ໃຫ້ຕົນເອງປອດໄພທີ່ສຸດ ທັ້ງນີ້ກໍ່ ເພື່ອຄອບຄົວທີ່ຮັກ, ຄົນທາງບ້ານ ແລະການສະແດງຄວາມຮັບຜິດຊອບຕໍ່ສັງຄົມ.