83% ຂອງຜູ້ເສຍຊີວິດທັງໝົດ ແມ່ນມີພະຍາດປະຈໍາຕົວ

570

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນ ວັນທີ 18 ພະຈິກ ປີ 2021 ວ່າ: ວັນທີ 17 ພະຈິກ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ ໂຄວິດ-19 ທັງໝົດ 7.948 ຕົວຢ່າງ, ກວດພົບຜູ້ຕິດເຊືື້ອໃໝ່ 1.401 ຄົນ; ໃນນີ້ຕິດເຊື້ອພາຍໃນ ມີ 1.391 ຄົນ ແລະ ຕິດເຊື້ອນໍາເຂົ້າ 10 ຄົນ.

ສັງລວມແລ້ວ ການເສຍຊີວິດເພີ່ມຂຶ້ນຫຼາຍໃນເດືອນຕຸລາ ແລະ ໃນເດືອນພະຈິກນີ້ ຊື່ງປະຈຸບັນມີຜູ້ເສຍຊີວິດສະສົມທັງໝົດຮອດວັນທີ 16 ພະຈິກ ເຖິງ 110 ຄົນ, ໃນນັ້ນ 83% (= 91 ຄົນ) ຂອງຜູ້ເສຍຊີວິດທັງໝົດລ້ວນມີພະຍາດປະຈໍາຕົວເຊັ່ນ ພະຍາດເບົາຫວານ, ຄວາມດັນເລືອດສູງ, ຫຼື ໄຂ່ຫຼັງຊຸດໂຊມ ຫຼື ມີບັນຫາທາງດ້ານສຸຂະພາບຈິດ ເປັນຕົ້ນ.

ເມື່ອວິໄຈເຖິງປະຫວັດການສັກວັກຊິນ ພົບວ່າໃນຈໍານວນຄົນເສຍຊີວິດທັງໝົດ ບໍ່ໄດ້ສັກວັກຊີນ ມີປະມານ 59% (ເທົ່າກັບ 52 ຄົນ), ໄດ້ສັກເຂັມ 1 ມີແຕ່ 5 ຄົນ (ເທົ່າກັບ 5.7%) ແລະ ໄດ້ສັກຄົບເຂັມແນະນໍາ 35% (31 ຄົນ) ແຕ່ສວ່ນໃຫຍ່ ພັດມີພະຍາດປະຈໍາຕົວທັງໝົດ. ຄົນເຈັບທີ່ເສຍຊີວິດສ່ວນໃຫຍ່ອາຍຸເກີນ 60 ປີໄປແລ້ວ.

 

ຕົວເລກນີ້ ໄດ້ສະແດງໃຫ້ເຫັນວ່າ ຜູ້ເຄາະຮ້າຍທີ່ເສຍຊີວິດຍ້ອຍພະຍາດໂຄວິດ ສ່ວນຫຼາຍແມ່ນຜູ້ສູງອາຍຸເກີນ 60 ປີ ແລະ ຜູ້ທີ່ມີພະຍາດປະຈໍາຕົວ.