ໄຟຟ້າລາວ ສາຂາ ໄຊຍະບູລີ ຊ່ວຍເຫຼືອຕິດຕັ້ງໄຟໃຫ້ໂຮງໝໍພາກສະໜາມ

687

ສິ່ງອຳນວຍຄວາມສະດວກເປັນສິ່ງທີ່ສຳຄັນໃນການດຳລົງຊີວິດ ໂດຍສະເພາະຜູ້ທີ່ຕ້ອງມາຢູ່ຕາມໂຮງໝໍສະໜາມແຫ່ງໆຕ່າງໆ ດັ່ງກັບທີ່ ເມືອງໄຊຍະບູລີ ໄດ້ຫັນເອົາໂຮງຮຽນມັດທະຍົມ ເອກກະພາບ ບ້ານນາເລົາ ເມືອງໄຊຍະບູລີ ເປັນໂຮງໝໍສະໜາມ ເພື່ອຮອງຮັບແກ່ຜູ້ຈຳກັດບໍລິເວນ.

ອາທິດແລ້ວນີ້ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງໄຊຍະບູລີ ໄດ້ປະກອບສ່ວນທາງດ້ານວັດຖຸປັດໄຈ ແລະ ແຮງງານໄດ້ສ້ອມແປງຕິດຕັ້ງໄຟຟ້າໂຮງໝໍພາກສະໜາມຂອງເມືອງໄຊຍະບູລີ ໂດຍການນໍາພາຂອງ ທ່ານ ຂັນທະລີ ຈັນທີບ ຮອງ ຫົວໜ້າ ສຸນບໍລິການໄຟຟ້າເທດສະບານແຂວງພ້ອມດ້ວຍອ້າຍນ້ອງ-ກໍາມະກອນ 15 ຄົນ.

ວຽກທີ່ທີມງານໄຟຟ້າຈັດຕັ້ງປະຕິບັດໃນຄັ້ງນີ້ປະກອບມີ ຕິດຕັ້ງ ແລະ ປ່ຽນຖ່າຍດອກໄຟໄດ້ 65 ດອກ ສ້ອມແປງກະດານໄຟທີ່ໃຊ້ການບໍ່ໄດ້ 35 ແຜ່ນ ແລະ ອຸປະກອນໄຟຟ້າອື່ນໆທີ່ໃຊ້ການບໍ່ໄດອີກຈໍານວນໜື່ງ.