ວິກິດ! ຕອນນີ້ເງິນກີບອ່ອນຄ່າສຸດໃນຮອບ 16 ປີເມື່ອທຽບກັບສະກຸນເງິນໂດລາ

982

ເຊື່ອວ່າຫຼາຍຄົນຄົງໄດ້ຍິນຈົນຕິດຫູກັບຄຳວ່າ ຢູ່ເມືອງລາວ ຕ້ອງໃຊ້ເງິນກີບລາວ ລັດຖະບານກໍໃຫ້ຄວາມສຳຄັນໃນເລື່ອງນີ້ ອີກທັ້ງຍັງເອົາໃຈໃສ່ໂຄສະນາຢ່າງຕໍ່ເນື່ອງມາແຕ່ຕາມລາຍງານວັນທີ 16 ພະຈິກ 2021 ອີງຕາມອັດຕາແລກປ່ຽນອ້າງອີກ ຈາກກົມບໍລິການທະນາຄານ ທະນາຄານແຫ່ງ ສປປ ລາວ ອັດຕາຊື້ 1 ໂດລາ ເທົ່າກັບ 10.622 ກີບ ແລະ ອັດຕາຂາຍແມ່ນ 10.628 ກີບ ຖືເປັນອັດຕາທີ່ສູງທີ່ສຸດໃນຮອບ 16 ປີ ເມື່ອທຽບກັບອັດຕາອ້າງອີງກີບຕໍ່ໂດລາ ສະເລ່ຍໝົດເດືອນຂອງເດືອນມັງກອນ 2006 ຢູ່ທີ່ 10.651,65 ກີບ ຕໍ່ 1 ໂດລາ.

ອັດຕາແລກປ່ຽນອ້າງອີງຂອງທະນາຄານແຫ່ງ ສປປ ລາວອັດຕາແລກປ່ຽນ 1 ໂດລາ ຕໍ່ກີບທີ່ສູງສຸດແມ່ນທີ່ 10.865,68 ໃນເດືອນກັຮຍາ 2004. ສຳລັບອັດຕາແລກປ່ຽນນັ້ນ ສປປ ລາວແມ່ນໃຊ້ລະບົບອັດຕາແລກປ່ຽນແບບລອຍຕົວທີ່ມີການບໍລິຫານຈັດການ ( Managed Floating Exchange Rate ) ມາຕັ້ງແຕ່ເດືອນກັນຍາ 1975 ເຊິ່ງເປັນການກໍານົດອັດຕາແລກປ່ຽນໄປຕາມກົນໄກຕະຫຼາດ.

ແຕ່ວ່າອາດມີການແຊກແຊງຈາກລັດຖະບານ ຫຼື ທະນາຄານກາງ ຖ້າຫາກວ່າອັດຕາແລກປ່ຽນບໍ່ສອດຄ່ອງກັບສະພາບເສດຖະກິດຂອງປະເທດ. ທະນາຄານແຫ່ງ ສປປ ລາວຈະເປັນຜູ້ນຳກົດອັດຕາແລກປ່ຽນອ້າງອີງ Reference Rate ກີບ/ໂດລາໃນແຕ່ລະມື້ເພື່ອໃຫ້ທະນາຄານທຸລະກິດໃຊ້ກຳນົດອັດຕາຊື້-ຂາຍ ຂອງຕົນທີ່ຕ້ອງຢູ່ໃນລະດັບ +/-0,25% ຂອງອັດຕາແລກປ່ຽນອ້າງອີງ.
ສຳລັບຄ່າເງິນກີບທີ່ອ່ອນນັ້ນ ກໍ່ມີທັງຜົນດີ ແລະ ເສຍ ຫຼືເວົ້າອີກຢ່າງໜຶ່ງ ມີທັງຜູ້ທີ່ໄດ້ຮັບຜົນປະໂຫຍດ ແລະ ເສຍຜົນປະໂຫຍດ.

ຜູ້ໄດ້ຮັບຜົນປະໂຫຍດ:
ຜູ້ສົ່ງອອກ (ນໍາລາຍໄດ້ທີ່ເປັນເງິນສະກຸນຕ່າງປະເທດມາແລກເປັນເງິນກີບໄດ້ຫຼາຍຂຶ້ນ), ຜູ້ທີ່ເຮັດວຽກຢູ່ຕ່າງປະເທດ( ນໍາລາຍໄດ້ທີ່ເປັນເງິນສະກຸນຕ່າງປະເທດມາແລກເປັນເງິນກີບໄດ້ຫຼາຍຂຶ້ນ) ແລະ ຜູ້ປະກອບການທຸລະກິດທ່ອງທ່ຽວ ທີ່ຮັບເງິນສະກຸນຕ່າງປະເທດ ( ນໍາລາຍໄດ້ທີ່ເປັນເງິນສະກຸນຕ່າງປະເທດມາແລກເປັນເງິນກີບໄດ້ຫຼາຍຂຶ້ນ).

ຜູ້ເສຍຜົນປະໂຫຍດ:
ຜູ້ນຳເຂົ້າ( ເພີ່ມຕົ້ນທຶນການນຳເຂົ້າຂອງສິນຄ້າ ເພາະລາຄາສິນຄ້າຈາກຕ່າງປະເທດແພງຂຶ້ນ), ປະຊາຊົນ( ສິນຄ້າ ແລະ ບໍລິການຈາກຕ່າງປະເທດແພງຂຶ້ນ), ຜູ້ລົງທຶນ ( ນຳເຂົ້າສິນຄ້າແພງຂ້ອນເຊັ່ນ: ເຄື່ອງຈັກ ແລະ ອຸປະກອນຕ່າງໆ ແລະ ສຸດທ້າຍແມ່ນຜູ້ທີ່ເປັນໜີ້ກັບຕ່າງປະເທດ( ມີການຊຳລະໜີ້ເພີ່ມຂຶ້ນ ເພາະໃຊ້ເງິນຫຼາຍຂຶ້ນໃນການຊຳລະໜີ້ສະກຸນເງິນຕ່າງປະເທດ.