ສະຫະພັນບານເຕະອາເມຣິກາໃຕ້ ລົງໂທດກໍາມະການທີ່ບໍ່ໄລ່ ໂອຕາເມນດີ ອອກຫຼັງໃສ່ສອກ ຣາຟິນຢາ

659

ສະຫະພັນບານເຕະອາເມຣິກາໃຄ້ ( ຄອມອມໂບລ ) ປະກາດລົງໂທດຫ້າມຜູ້ຕັດສິນ 2 ຄົນ ລົງຕັດສິນແບບບໍ່ມີກໍານົດ ຫຼັງຈາກທີ່ຕັດສິນຜິດພາດບໍ່ໃຫ້ບັດແດງ ນິໂກລັສ ໂອຕາເມນດີ ກອງຫຼັງທີມຊາດອາກຊັງຕິນ ໃນຈັງຫວະທີ່ໃສ່ສອກເຂົ້າໜ້າຂອງ ຣາຟິນຢາ ນັກເຕະຂອງທີມຊາດບຣາຊິນ ຈົນມີເລືອດ ໃນການແຂ່ຂັນບານໂລກ 2022 ຮອບຄັດເລືອກ ເມື່ອຕົ້ນອາທິດນີ້.

ນັດດັ່ງກ່າວ ສະເໝີກັນ 0-0 ເຊິ່ງເຫດການດັ່ງກ່າວທັງສອງມີການປະທະກັນຫຼາຍຈັງຫວະ ກ່ອນທີ່ຈັງຫວະຮຸນແຮງຈະເກີດຂຶ້ນເມື່ອ ໂອຕາເມນດີ ບັງບານຈາກການບຽດກັບ ຣາຟິນຢາ ແລະ ເຈດຕະນາໃສ່ສອກເຂົ້າໜ້າຂອງ ຣາຟິນຢາ ຈົນລົ້ມລົງພ້ອມກັບເອົາມືຈັບປາກໄວ້, ແຕ່ຈັງຫວະດັ່ງກ່າວ ຜູ້ຕັດສິນບໍ່ທັນເຫັນ ຈິ່ງຂໍຄໍາປຶກສາຈາກຜູ້ຊ່ວຍ ວີເອອາ ເຊິ່ງແຈ້ງວ່າການໃຊ້ສອກເປັນໄປດ້ວຍຄວາມໄວຕໍ່າ, ບໍ່ຮຸ່ນແຮງ ແລະ ຈິ່ງແຈກໄປພຽງໃບເຫຼືອງເທົ່ານັ້ນ

ແຕ່ຫຼ້າສຸດ ສະຫະພັນບານເຕະອາເມຣິກາໃຕ້ ປະກາດວ່າ: ການຕັດສິນຂອງ ອັນເດຣສ ຄຸນຢາ ແລະ ຜູ້ຊ່ວຍ ວີເອອາ ເອັສເຕບັນ ອອສໂຕຢິຊ ເຊິ່ງທັງສອງຈະຖືກລົງໂທດຫ້າມລົງຕັດສິນແບບບໍ່ມີກໍານົດໃນເບື້ອງຕົ້ນ ຫຼັງຈາກເຮັດໜ້າທີ່ບໍ່ຜິດພາດ ແລະ ທັງສອງໄດ້ຮັບແຈ້ງແລ້ວ.

ນອກນັ້ນ, ສະຫະພັນບານເຕະອາເມຣິກາໃຕ້ ຍັງແຈ້ງເພີ່ມຕື່ມວ່າ ໂຣແບໂຕ ໂຕບາ ກໍຈະຖືກລົດໂທດເຊັ່ນກັນ ຈາກການຕັດສິນຜິີດພາດໃນນັດທີ່ ບຣາຊິນ ເອົາຊະນະ ໂຄລົມບີ 1-0 ເມື່ອອາທິດກ່ອນ ເນື່ອງຈາກປ່ອຍໃຫ້ ເນມາ ກອງໜ້າທີມຊາດບຣາຊິນ ໃຊ້ສອກຄູ່ແຂ່ງ, ແຕ່ກໍາມະການບໍ່ໃຫ້ໃບແດງ.