ດ່ວນ! ແຈ້ງປັບຂຶ້ນລາຄານ້ຳມັນເຊື້ອໄຟອີກແລ້ວ ຄັ້ງນີ້ປັບຂຶ້ນສູງ ເກືອບຮອດ 1000 ກີບຕໍ່ລິດ

743

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ອອກແຈ້ງການ ສະບັບເລກທີ 1114/ອຄ, ລົງວັນທີ 18 ພະຈິກ 2021 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ, ເລື່ອງແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ

ເຊິ່ງການປັບລາຄານໍ້າມັນຄັ້ງນີ້ ແມ່ນໄດ້ເກັບຄັງແຮນ້ຳມັນແອັດຊັງພິເສດ 55 ກີບຕໍ່ລິດ ແລະ ປັບຂຶ້ນສະເພາະນໍ້າມັນແອັດຊັງທຳມະດາ 970 ກີບຕໍ່ລິດ, ກາຊວນ ປັບຂຶ້ນ 150 ກີບຕໍ່ລິດ ລາຄາປັບໃໝ່ໃຫ້ເລີ່ມປະຕິບັດເວລາ 6:00 ໂມງ ຂອງວັນທີ 19 ພະຈິກ 2021 ເປັນຕົ້ນໄປ.

ລາຍລະອຽດກຳນົດລາຄາການຈຳໜ່າຍໃນແຕ່ລະແຂວງດັ່ງຕາຕະລາງລຸ່ມນີ້

.

ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0834/ກຄພນ, ລົງວັນທີ 17 ພະຈິກ 2021 ຈົນກວ່າຈະມີການປ່ຽນແປງ ແລະ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ ແລະ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການສະບັບເລກທີ 1044/ອຄ, ລົງວັນທີ 5 ພະຈິກ 2021.