ກອງປະຊຸມທາງໄກລັດຖະມົນຕີເສດຖະກິດອາຊຽນ-ການາດາ ຄັ້ງທີ 10 ປຶກສາຫາລືຫຼາຍບັນຫາ

962

ໃນວັນທີ 17 ພະຈິກ 2021 ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມທາງໄກລັດຖະມົນຕີເສດຖະກິດອາຊຽນ-ການາດາ ຄັ້ງທີ 10 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Dato Dr Amin Abdullah ລັດຖະມົນຕີປະຈໍາສໍານັກງານ ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການເງິນ ແລະ ເສດຖະກິດຂອງບຣູໄນ ໃນຖານະປະທານຫມຸນວຽນອາຊຽນ ໃນປີ 2021 ແລະ ທ່ານ ນາງ Mary Ng ລັດຖະມົນຕີການຄ້າສາກົນ ສົ່ງເສີມການສົ່ງອອກ, ທຸລະກິດຂະຫນາດນ້ອຍ ແລະ ການພັດທະນາເສດຖະກິດຂອງປະເທດການາດາ ພ້ອມມີບັນດາລັດຖະມົນຕີເສດຖະກິດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ ໄດ້ມີການແລກປ່ຽນຄໍາຄິດເຫັນ ກ່ຽວກັບສະພາບການຮ່ວມມືດ້ານເສດຖະກິດອາຊຽນ-ການາດາ ແລະ ການຟື້ນຟູເສດຖະກິດ ພາຍຫຼັງທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຜນວຽກໃນການຈັດຕັ້ງປະຕິບັດຖະແຫຼງການຮ່ວມອາຊຽນ – ການາດາວ່າດ້ວຍ ການຄ້າ ແລະ ການລົງທຶນ, ການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ເພື່ອສ້າງຂີດຄວາມສາມາດລະຫວ່າງອາຊຽນ – ການາດາ ພາຍໃຕ້ກົນໄກສ້າງຄວາມເຂັ້ມແຂງດ້ານການຄ້າ, ການພັດທະນາ ແລະ ການເຈລະຈານະໂຍບາຍການຄ້າ ພິເສດກອງປະຊຸມໄດ້ຮັບຮອງເອົາເອກະສານອ້າງອີງກ່ຽວກັບຄວາມເປັນໄປໄດ້ໃນການສ້າງສັນຍາການຄ້າ ເສລີລະຫວ່າງອາຊຽນ-ການາດາ ແລະ ປະກາດເລີ່ມເຈລະຈາສັນຍາການຄ້າເສລີດັ່ງກ່າວ.


ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍເຈົ້າຫນ້າທີ່ອາວຸໂສເສດຖະກິດອາຊຽນ-ການາດາ ຕໍ່ຜົນສໍາເລັດໃນການສ້າງ ເອກະສານອ້າງອີງກ່ຽວກັບຄວາມເປັນໄປໄດ້ໃນການສ້າງສັນຍາການຄ້າເສລີລະຫວ່າງອາຊຽນ-ການາດາ ເພື່ອກ້າວໄປສູ່ການເຈລະຈາສັນຍາການຄ້າເສລີດັ່ງກ່າວ ຊຶ່ງຈະເປັນການຊຸກຍູ້ສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງອາຊຽນ-ການາດາ ແລະ ການເປີດເຈລະຈາສັນຍາການຄ້າເສລີ ອາຊຽນ-ການາດາ ແມ່ນເປັນຫນຶ່ງໃນແຜນວຽກບູລິມະສິດເສົາຄໍ້າເສດຖະກິດຂອງປະເທດບຣູໄນ ໃນນາມເປັນປະທານຫມູນວຽນ ອາຊຽນໃນປີ 2021.


ທ່ານ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເນັ້ນເຖິງຄວາມສໍາຄັນໃນການຄໍານຶງເຖິງຄວາມແຕກໂຕນລະດັບການພັດທະນາເສດຖະກິດ ຂອງບັນດາປະເທດສະມາຊິກອາຊຽນ ແລະ ການາດາ, ການສ້າງຄວາມເຂັ້ມແຂງ, ຂີດຄວາມສາມາດ ແລະ ການໂຍະຍານ ໃຫ້ບັນດາປະເທດດ້ອຍພັດທະນາ ສາມາດເຂົ້າເຖິງຕະຫຼາດຮ່ວມກັນ, ການຫັນເປັນດີຈີຕອນເຂົ້າໃນວຽກງານການຄ້າ, ການສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ, ແລະ ຕ່ອງໂສ້ມູນຄ່າຂອງໂລກ ເພື່ອປະກອບສ່ວນເຂົ້າໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ.


ນອກຈາກນີ້, ພາຍໃນກອງປະຊຸມ ຍັງໄດ້ມີການພົບປະປຶກສາຫາລືກັບສະພາທຸລະກິດອາຊຽນ-ການາດາ ຊຶ່ງໄດ້ປຶກສາຫາລື ກ່ຽວກັບການຊຸກຍູ້ການຄ້າ, ການພັດທະນາພື້ນຖານໂຄງລ່າງແບບລ່າງແບບຍືນຍົງ, ການເດີນທາງ, ເສດຖະກິດດີຈິຕອນ ແລະ ການຟື້ນຟູແບບສີຂຽວຂອງອາຊຽນ.