ລາຍລະອຽດຜູ້ເສຍຊີວິດໃໝ່ 4 ກໍລະນີ

568

ໃນວັນທີ 18 ພະຈິກ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວປະຈໍາວັນ ວ່າ: ມາຮອດວັນທີ 18 ພະຈິກ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມ ຈຳນວນ 116 ຄົນ (ໃໝ່ 4), ໂດຍລາຍລະອຽດຜູ້ເສຍຊີວິດໃໝ່ 4 ຄົນ ມີດັ່ງນີ້

1 ຜູ້ທີ 1 ເພດຍິງ, ອາຍຸ 40 ປີ, ອາຊີບ ແມ່ເຮືອນ, ບ້ານໂພສີ, ນະຄອນຫລວງພະບາງ, ແຂວງຫລວງພະບາງ ມີພະຍາດປະຈໍາຕົວ ໄຂ່ຫລັງຊຸດໂຊມ, ຄວາມດັນເລຶອດສູງ, ເບົາຫວານ ແລະ ພະຍາດອັກເສບຕັບ, ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19, ເວລາ 10:00 ໂມງຂອງວັນທີ 14 ພະຈິກ 2021 ເຂົ້າມາກວດ ຢູ່ໂຮງໝໍແຂວງ ຍ້ອນອິດເມື່ອຍຫລາຍ, ໄອ, ຫາຍໃຈຝຶດ, ນອນພຽງບໍ່ໄດ້ ຈຶ່ງໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິກ-19 ແລະ ຜົນກວດ ແມ່ນພົບເຊື້ອ ແລະ ມາຮອດເວລາ 08:00 ໂມງ ຂອງວັນທີ 15 ພະຈິກ 2021 ຄົນເຈັບໄດ້ເສຍຊີວິດ.

2 ຜູ້ທີ 2 ເພດຍິງ, ອາຍຸ 55 ປີ, ອາຊິບ: ແມ່ເຮືອນ ຢູ່ບ້ານດົງນາໂຊກ, ເມືອງສິໂຄດຕະບອງ, ນະຄອນຫຼວງວຽງຈັນ ຜູ້ກ່ຽວ ນໍ້າໜັກ 95 ກິໂລ, ພະຍາດປະຈໍາຕົວ: ເປັນເບົາຫວານ ແລະ ປະດົງ, ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19 ວັນທີ 9 ພະຈິກ 2021: ມີອາການໄຂ້, ໄອ ແລະ ອິດເມື່ອຍ.

ວັນທີ 11 ພະຈິກ 2021 ໄປກວດຢູ່ໂຮງໝໍ 103 ຜົນກວດພົບເຊື້ອ, ວັນທີ 12 ພະຈິກ 2021 ຍ້າຍເຂົ້າມານອນປິ່ນປົວຢູ່ໂຮງໝໍເຊດຖາທິຣາດ ແຕ່ວັນທີ 12-16 ພະຈິກ 2021 ຄົນເຈັບອິດເມື່ອຍ, ຫາຍໃຈຫອບ, ມີປ່ານຊໍ້າຕາມຕົນໂຕຮອດເວລາ 21:14 ໂມງ ຂອງວັນທີ 17 ພະຈິກ 2021 ຄົນເຈັບ ໄດ້ເສັຍຊີວິດ.

3 ຜູ້ທີ 3 ເພດຊາຍ, ອາຍຸ 82 ປີ, ອາຊີບ ພະນັກງານບຳນານ, ບ້ານໂພນປ່າເປົ້າ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ມີພະຍາດປະຈຳຕົວ ໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງ ແລະ ປະດົງຄໍ່, ຜ່ານມາໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົບ, ວັນທີ 15 ພະຈິກ 2021: ມີໄຂ້, ໄອ, ຫາຍໃຈຝືດ, ນອນພຽງບໍ່ໄດ້ ພ້ອມທັງເກັບຕົວຢ່າງມາກວດ, ຊອກຫາພະຍາດໂຄວິດ-19, ຜົນກວດພົບເຊື້ອ ແລະ ໄດ້ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ, ໄລຍະນອນປິ່ນປົວ 15-17 ພະຈິກ 2021 ເປັນເວລາ 3 ມື້ ຮອດເວລາ 21:15 ໂມງ ຂອງວັນທີ 17 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ.

4 ຜູ້ທີ 4 ເພດຊາຍ, ອາຍຸ 78 ປີ, ບ້ານທົ່ງສາງນາງ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຍ້າຍມາແຕ່ສູນ ມຊ ດົງໂດກ. ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19 ວັນທີ 4 ພະຈິກ 2021 ເຂົ້ານອນປິ່ນປົວຢູ່ໂຮງໝໍເຊດຖາທິຣາດ, ເວລາ 02:00 ໂມງ ຂອງວັນທີ 18 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ.