ຄຳຕອບຈາກສໍານັກງານນາຍົກລັດຖະມົນຕີ ບໍ່ເຫັນດີຂາຍຮຸ້ນຂອງ ທຄຕລ ໃຫ້ພາກສ່ວນອື່ນ

855

ຕໍ່ກັບປະເດັ່ນຂ່າວທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບການມີບໍລິສັດເອກະຊົນຫນຶ່ງ ທີ່ຂໍຊື້ຮຸ້ນຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ(ທຄຕລ) ຈໍານວນ 51%ນັ້ນ, ເຮັດໃຫ້ສັງຄົມເກີດຄວາມສົງໄສ ແລະ ຄາດເດົາໄປຕ່າງໆນານາ ດັ່ງນັ້ນ, ໃນວັນທີ 17ພະຈິກ 2021 ທາງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຈຶ່ງໄດ້ມີການແຈ້ງການ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ສັງຄົມ.

ໂດຍອີງຕາມແຈ້ງການຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1518/ຫສນຍ ລົງວັນທີ 17 ພະຈິກ 2021 ກ່ຽວກັບຜົນການຄົ້ນຄວ້າການສະເຫນີຂໍຊື້ຮຸ້ນທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 51% ທີ່ ກະຊວງການເງິນ ຖືຄອງຢູ່ ຂອງບໍລິສັດພູສີກຣຸບ ຈໍາກັດ.

ອີງຕາມ ດໍາລັດວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 574/ນຍ, ລົງວັນທີ 28 ກັນຍາ 2021; ອີງຕາມ ຂໍ້ຕົກລົງຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງ ລັດຖະບານ ສະບັບເລກທີ 41 /ນຍ, ລົງວັນທີ 30 ເມສາ 2021; ອີງຕາມ ບົດລາຍງານຂອງກະຊວງການເງິນ ສະບັບເລກທີ 573/ກງ, ລົງວັນທີ 15 ພະຈິກ 2021 ແລະ ບົດລາຍງານ ຂອງທະນາຄານແຫ່ງ ສປປ ລາວ ສະບັບເລກທີ 163/ທຫລ, ລົງວັນທີ 15 ພະຈິກ 2021; ແລະ ອີງຕາມການຕົກລົງ ແລະ ເຫັນດີເປັນເອກະພາບ ຂອງທ່ານ ນາຍົກ-ຮອງນາຍົກລັດຖະມົນຕີ ໃນວັນທີ 17 ພະຈິກ 2021.

ດັ່ງນັ້ນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຈຶ່ງແຈ້ງການຕົກລົງຂອງຂັ້ນເທິງ ມາຍັງທ່ານ ຊາບ ແລະ ຈັດຕັ້ງປະຕິບັດໂດຍມີເນື້ອໃນ ດັ່ງນີ້: ໂດຍອີງຕາມການຄົ້ນຄວ້າ ຂອງກະຊວງການເງິນ ເເລະ ທະນາຄານແຫ່ງ ສປປ ລາວ ເຫັນວ່າ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເປັນທະນາຄານໄດ້ຈົດທະບຽນໃນຕະຫຼາດຫຼັກຊັບທີ່ ມີການເຄື່ອນໄຫວຢ່າງໂປ່ງໃສ ແລະ ມີສະພາບຄ່ອງທາງດ້ານການເງິນ ໃນລະດັບດີ. ສະນັ້ນ ຈຶ່ງບໍ່ເຫັນດີ ຂາຍຮຸ້ນຂອງລັດຖະບານໃນທະນາຄານດັ່ງກ່າວ ໃຫ້ພາກສ່ວນອື່ນໆ. ພ້ອມນີ້, ມອບໃຫ້ກະຊວງການເງິນ ເປັນໃຈກາງສົມທົບກັບທະນາຄານແຫ່ງ ສປປ ລາວ ສືບຕໍ່ພັດທະນາການດໍາເນີນທຸລະກິດ ຂອງທະນາຄານ ດັ່ງກ່າວ ໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

ພ້ອມນີ້, ມອບໃຫ້ກະຊວງການເງິນ ໃນນາມຜູ້ຖືຄອງຮຸ້ນຂອງລັດຖະບານໃນທະນາຄານດັ່ງກ່າວ ແຈ້ງ ຕອບໃຫ້ບໍລິສັດພູສີ ກຣຸບ ຈໍາກັດ ຮັບຊາບຕາມທີ່ກ່າວມາຂ້າງເທີງນີ້ ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມ.