ການເຂົ້າເຖິງລະບົບການຍົກເວັ້ນອັດຕາພາສີໃນຕະຫຼາດສະຫະພາບເອີຣົບ (EU) – ສ້າງແຮງຈູງໃຈໃຫ້ບັນດາທຸລະກິດໃນລາວໃນການສົ່ງສິນຄ້າອອກໄປສະຫະພາບເອີຣົບ (EU) ການເຂົ້າເຖິງຕະຫຼາດສະຫະພາບເອີຣົບເເບບປອດພາສີຂອງ ສປປ ລາວ

944

ສປປ ລາວ ເເມ່ນຈັດຢູ່ໃນກຸ່ມປະເທດດ້ອຍພັດທະນາ, ເຊິ່ງປັດຈຸບັນ ເເມ່ນສາມາດໄດຜົນປະໂຫຍດ ຈາກການສົ່ງອອກສູ່ສະຫະພາບເອີຣົບເເບບປອດພາສີ ເເລະ ໂກຕ້າ ສຳລັບສິນຄ້າທັງຫມົດ ຍົກເວັ້ນອາວຸດສົງຄາມ. ການເຂົ້າເຖິງສິດທິພິເສດນີ້ເເມ່ນຢູ່ພາຍໃຕ້ລະບົບໃຫ້ສິດທິພິເສດທາງດ້ານອັດຕາພາສີສຳລັບທຸກສິນຄ້າຍົກເວັ້ນອາວຸດສົງຄາມ (EBA) ຂອງສະຫະພາບເອີຣົບ ເຊິ່ງເປັນ 1 ໃນ 3 ລະບົບ ທີ່ຢູ່ພາຍໃຕ້ສິດທິພິເສດທົ່ວໄປທາງດ້ານອັດຕາພາສີ (GSP) ຂອງສະຫະພາບເອີຣົບ. ສ່ວນທີ່ເຫຼືອແມ່ນ ລະບົບສິດທິພິເສດທົ່ວໄປທາງດ້ານອັດຕາພາສີແບບມາດຕະຖານ (Standard GSP) ເເລະ ລະບົບສິດທິພິເສດທາງດ້ານອັດຕາພາສີພລັດສ໌ (GSP+) ທີ່ອານຸຍາດໃຫ້ປະເທດທີ່ກຳລັງພັດທະນາສາມາດເຂົ້າເຖິງສ່ວນຫຼຸດ 66% ຂອງອັດຕາພາສີ. ລະບົບ EBA ເເມ່ນມີໃຫ້ເເຕ່ປະເທດດ້ອຍພັດທະນາເທົ່ານັ້ນ, ເຊິ່ງເປັນລະບົບທີ່ເອື້ອເຟື້ອເພື່ອເເຜ່ທີ່ສຸດໃນບັນດາ 3 ລະບົບພາຍໃຕ້ລະບົບສິດທິພິເສດຂອງສະຫະພາບເອີຣົບ.


ການສົ່ງອອກຂອງປະເທດລາວໃນປະຈຸບັນ ເເລະ ເເນວໂນ້ມການຂະຫຍາຍຕົວ:

ໃນທົດສະວັດທີ່ຜ່ານມາ ສປປ ລາວ ໄດ້ນຳໃຊ້ສິດຜົນປະໂຫຍດຈາກລະບົບ EBA, ການສົ່ງອອກພາຍໃຕ້ລະບົບ BBA ຈາກ ສປປ ລາວເເມ່ນເພີ່ມຂຶ້ນ ດັ່ງຮູບພາບທີ 1 ລຸ່ມນີ້. ເຖິງຢ່າງໃດກໍຕາມ ການເຕີບໂຕນີ້ຖືວ່າຍ່ອມເຍົາເມື່ອທຽບໃສ່ກັບປະເທດອື່ນທີ່ໄດ້ຮັບສິດທິພິເສດດຽວກັນ ເຊັ່ນ: ປະເທດກຳປູເຈຍ ເເລະ ມຽນມາ, ຮູບພາບທີ 2.

ເເຫຼ່ງຂໍ້ມູນ: ຜູ້ຂຽນ, ອີງໃສ່ GSP Hub ແລະ ແຫຼ່ງສະຖິຕິການສົ່ງອອກຂອງສະຫະພາບເອີຣົບອື່ນ

ເຖິງເເມ່ນຈະມີຂອບເຂດການເຂົ້າເຖິງຕະຫຼາດ ໃນຖານະຜູ້ໄດ້ຮັບຜົນປະໂຫຍດຈາກລະບົບ EBA, ເເຕ່ການສົ່ງອອກຂອງປະເທດລາວໃນປັດຈຸບັນ ຍັງມີສັດສ່ວນພຽງ 5% ຂອງການສົ່ງອອກທັງໝົດຂອງໂລກ. ຖ້າປຽບທຽບເເລ້ວ, ປະເທດເພື່ອນບ້ານເເມ່ນສາມາດສວຍໃຊ້ໂອກາດດັ່ງກ່າວໄດ້ດີກວ່າ.
ຫາກເບິ່ງຈາກຜູ້ສົ່ງອອກຊາວລາວທີ່ໄດ້ສົ່ງອອກໄປສະຫະພາບເອີຣົບເເລ້ວ ເຫັນໄດ້ຊັດເຈນວ່າມີການນຳໃຊ້ສິດຈາກການເຂົ້າເຖິງການປອດພາສີຜ່ານ ລະບົບ EBA, ສປປ ລາວ ສະເເດງໃຫ້ເຫັນເຖິງອັດຕາການໃຊ້ສິດສູງກວ່າ 95% ໃນຊ່ວງ 9 ປີທີ່ຜ່ານມາ. ເຖິງຢ່າງໃດກໍຕາມ ສປປ ລາວຍັງມີສັກກະຍະພາບໃນການເພີ່ມການສົ່ງອອກໄປສະຫະພາບເອີຣົບ ແລະ ການເພີ່ມສ່ວນເເບ່ງການສົ່ງອອກສູ່ຕະຫຼາດຂອງສະຫະພາບເອີຣົບ.

ໃນການດຳເນີນການດັ່ງກ່າວ ຜູ້ຄ້າລາວສາມາດເບິ່ງໄດ້ຈາກ:
(ກ) ຂະຫຍາຍການສົ່ງອອກ ໃນຜະລິດຕະພັນທີ່ມີຢູ່ເຊັ່ນ: ເເຜ່ນເເພ, ເຄື່ອງນຸ່ງຫົ່ມ, ເກີບ ເເລະ ສິນຄ້າກະສິກຳ
(ຂ) ເພີ່ມຄວາມຫຼາກຫຼາຍຂອງການສົ່ງອອກ ຄວບຄຸມບັນດາສິນຄ້າທີ່ຜະລິດຢູ່ໃນ ສປປ ລາວ ແລະ ໄດ້ສົ່ງອອກໄປຕະຫຼາດອື່ນເເລ້ວ, ເຊິ່ງການຂົນສົ່ງໄປຕະຫຼາດສະຫະພາບເອີຣົບແມ່ນມີຄວາມເປັນໄປໄດ້ ໃນຂະນະດຽວກັນ ການໄດ້ຮັບສິດຍົກເວັ້ນພາສີ ເເລະ ໂກຕ້າ ພາຍໃຕ້ລະບົບ EBA ຂອງສະຫະພາບເອີຣົບ ອາດສ້າງຄວາມໄດ້ປຽບຫຼາຍຂຶ້ນ.
ການນຳໃຊ້ລະບົບEBA ຂອງ EU ຢ່າງມີປະສິດທິພາບ:

ສປປ ລາວ ຄາດວ່າຈະຫຼຸດພົ້ນຈາກສະຖານະພາບການເປັນປະເທດດ້ອຍພັດທະນາໃນປີ 2026, ບວກກັບໄລຍະເວລາການຂ້າມຜ່ານອີກ 3 ປີ ຫຼັງຈາກນັ້ນລະບົບ EBA ຈະຖືກຖອນອອກ. ເຊິ່ງໝາຍຄວາມວ່າຜູ້ສົ່ງອອກຊາວລາວສາມາດເຂົ້າເຖິງຕະຫຼາດສະຫະພາບເອີຣົບໄດ້ໂດຍປອດພາສີ ເເລະ ໂຄຕ້າ ເປັນເວລາຢ່າງໜ້ອຍອີກ 8 ປີ. ນີ້ເປັນໂອກາດທີ່ສຳຄັນສຳລັບຜູ້ສົ່ງອອກຊາວລາວໃນການໝູນໃຊ້ປະໂຫຍດຈາກການເຂົ້າເຖິງສິດທິພິເສດນີ້ ແລະ ສ້າງສະຖານະໃນຕະຫຼາດສະຫະພາບເອີຣົບ.
ຫຼັງຈາກຫລຸດພົ້ນອອກຈາກສະຖານະດ້ອຍພັດທະນາ, ສປປ ລາວ ສາມາດໄດ້ຮັບສິດທິພິເສດໃນການເຂົ້າເຖິງ GSP ຫຼື ເຈລະຈາເອົາ GSP+ ໂດຍຈະໄດ້ຮັບຜົນປະໂຫຍດຈາການຫຼຸດ ຫຼື ປອດພາສີ ຄິດເປັນ 66% ຂອງອັດຕາພາສີທັງໝົດ. ຖ້າຫາກເຂົ້າສູ່ຕະຫຼາດສະຫະພາບເອີຣົບຢ່າງມີກົນລະຍຸດ, ສປປ ລາວ ສາມາດເພີ່ມຄວາມພະຍາຍາມໃນການສົ່ງອອກຜະລິດຕະພັນ ແລະ ສ້າງຕົວຕົນຢູ່ຕະຫຼາດສະຫະພາບເອີຣົບ ໃນຕອນນີ້ ພາຍໃຕ້ລະບົບ EBA ເຊິ່ງສາມາດນຳໄປສູ່ການເຂົ້າເຖິງລະບົບ GSP+ (ຫຼື GSP ມາດຕະຖານ) ໄດ້ໃນອະນາຄົດ ຫຼັງຈາກສິ້ນສຸດລະບົບ EBA.

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບລະບົບ GSP ຂອງສະຫະພາບເອີຣົບ, ການນຳໃຊ້ລະບົບ EBA ສຳລັບ ສປປ ລາວ, ເເລະ ເຫດໃດຈິ່ງມີຄວາມກ່ຽວຂ້ອງກັບຜູ້ສົ່ງອອກຢູ່ ສປປ ລາວ ໃນການໝູນໃຊ້ປະໂຫຍດຈາກສິທິຍົກເວັ້ນພາສີເຫຼົ່ານີ້ – ອ່ານບົດສະບັບເຕັມທາງອອນລາຍໄດ້ທີ່: https://dtp.moic.gov.la/home/eu-eba-business-guide/
ນີ້ເປັນບົດຄວາມທຳອິດໃນ 4 ພາກທີ່ກ່ຽວກັບສິດທິພິເສດໃນການເຂົ້າເຖິງຕະຫຼາດສະຫະພາບເອີຣົບຂອງ ສປປ ລາວ ພາຍໃຕ້ລະບົບ EBA ເຊິ່ງພັດທະນາໂດຍສູນການຄ້າສາກົນ (ITC) ພາຍໃຕ້ໂຄງການ ARISE PLUS ປະຈຳ ສປປ ລາວ ເຊິ່ງໄດ້ຮັບທຶນສະໜັບສະໜຸນຈາກສະຫະພາບເອີຣົບ ຕິດຕາມລາຍລະອຽດເພີ່ມເຕີມໄດ້ທີ່ https://www.facebook.com/groups/ariseplus/.
ເວັບໄຊ້ອ້າງອີງຕໍ່ໄປນີ້ເເມ່ນຄູ່ມືເເນະນຳທຸລະກິດນຳໃຊ້ ລະບົບໃຫ້ສິດທິພິເສດ ທີ່ພັດທະນາຂຶ້ນເພື່ອສະໜັບສະໜູນຜູ້ສົ່ງອອກຂອງລາວ ໃຫ້ເຂົ້າໃຈການນຳໃຊ້ປະໂຫຍດຈາກລະບົບ GSP ເເລະ ຄຳເເນະນຳທາງດ້ານວິຊາການ ແລະ ຂໍ້ບັງຄັບທີ່ຕ້ອງປະຕິບັດ ເພື່ອສົ່ງອອກໄປສູ່ສະຫະພາບເອີຣົບພາບໃຕ້ລະບົບ EBA: https://dtp.moic.gov.la/home/eu-eba-business-guide/