ສະເໜີໃຫ້ທ້ອງຖິ່ນຕັ້ງຈຸດຂຶ້ນທະບຽນ ຄວາມຕ້ອງການແຮງງານ ແລະຊ່ວຍຜູ້ວ່າງງານ

541

ໂອກາດ ກອງປະຊຸມທາງໄກຂອງຂະແໜງແຮງງານໃນທົ່ວປະເທດ ທີ່ຈັດຂຶ້ນໃນວັນທີ 16 ພະຈິກ 2021 ນີ້ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫັວດດີການສັງຄົມ ໄດ້ມີທິດຊີ້ນຳໃຫ້ ພະແນກການທ້ອງຖິ່ນ ຕັ້ງຈຸດການຂື້ນທະບຽນຄວາມຕ້ອງການຂອງແຮງງານເປັນ 3 ເປົ້າໝາຍ ຄວາມຕ້ອງການແຮງງານທີ່ຢາກເຮັດວຽກຢູ່ພາຍໃນປະເທດຕຳແໜ່ງງານໃດ, ເປົ້າໝາຍແຮງງານທີ່ຕ້ອງການກັບຄືນໄປເຮັດວຽກຢູ່ຕ່າງປະເທດ ແລະ ເປົ້າໝາຍຢາກຝືກວິຊາຊີບ , ຝຶກວີຊາໃດ ຢ່າງຮີບຮ້ອນ ແລະ ເລັ່ງດ່ວນທີ່ສຸດ.

ຂະນະທີ່, ທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໄດ້ລາຍງານໃຫ້ຮູ້ວ່າ: ແຕ່ເດືອນມີນາ 2020-ຕຸລາ 2021 ມີແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດທັງໝົດ 224.118 ຄົນ, ໃນນັ້ນ ກັບຄືນແລ້ວ 215.671 ຄົນ, ກັບໃນປີ 2020 ຈໍານວນ 156.167 ຄົນ ແລະ ກັບໃນປີນີ້ 59.504 ຄົນ, ໄປຖືກຕ້ອງຕາມ MOU ມີ 84.267 ຄົນ, ກັບຄືນປະເທດແລ້ວ 77.255 ຄົນ, ສ່ວນທີ່ເຫຼືອແມ່ນໄປບໍ່ຖືກ 139.851 ຄົນ

ສ່ວນອັດຕາການວ່າງງານມາຮອດ ເດືອນກັນຍາ 2021 ແມ່ນ 21,8%, ຄວາມຕ້ອງການແຮງງານໄດ້ 25.254 ຕໍາແໜ່ງ ແລະ ບັນຈຸເຂົ້າເຮັດວຽກໄດ້ແລ້ວ 18.628 ຄົນ. ໃນປະຈຸບັນ ກະຊວງແຮງງານ ແລະສະຫວັດດີການສັງຄົມ ກໍ່ຄືພາກລັດຍັງມີແຜນຈະໃຫ້ການຊ່ວຍເຫຼືອຜູ້ວ່າງງານທີ່ຕ້ອງການເຮັດວຽກພາຍໃນປະເທດສາມາດເຂົ້າໄປໃຫ້ຂໍ້ມູນໄວ້ທີ່ພະແນກແຮງງານ ແລະສະຫວັດດີການແຂວງໃນວັນເວລາລັດຖະການ ຫຼື ໂທ 1535.