WHO ກັງວົນຄວາມແຕກໂຕນການເຂົ້າເຖິງວັກຊີນ

599

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ທ່ານ ດ​ຣ. ທີ​ໂດ​ຣ​ສ ອັກ​ຮາ​ນອມ ກິບ​ຣີ​ເຢ​ຊູ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ສະ​ແດງ​ຄວາມ​ກັງ​ວົນ​ເຖິງ​ຄວາມ​ແຕກ​ໂຕນ​ໃນ​ການ​ກະ​ຈາຍ​ວັກ​ແຊັງ​ປ້ອງ​ກັນ​ໂຄວິດ-19 ພ້ອມ​ລະ​ບຸ​ວ່າ ໃນ​ຂະ​ນະ​ທີ່ ປະ​ເທດ​ກຳ​ຮັ່ງ​ມີ​ກຳ​ລັງ​ເລັ່ງ​ສັກ​ເຂັມ​ກະ​ຕຸ້ນ (ເຂັມ​ບູສ​ເຕີ) ແຕ່​ຊາວ​ອາ​ຟ​ຣິກ​ກາ​ຊ້ຳ​ພັດ​ມີ​ຜູ້​ໄດ້​ສັກ​ວັກ​ຊີນ​ຄົບ​ໂດ​ສ ກວມ​ພຽງ 6% ຂອງ​ຈຳ​ນວນ​ປະ​ຊາ​ກອນ​ເທົ່າ​ນັ້ນ.

ຜູ້​ອຳ​ນວຍ​ການ WHO ລະ​ບຸ​ວ່າ: ໃນ​ແຕ່​ລະ​ວັນ ມີ​ຜູ້​ສັກ​ວັກ​ແຊັງ​ເຂັມ ບູ​ສ​ເຕີ​ທົ່ວ​ໂລກ ຫຼາຍກວ່າ ວັກ​ຊີນ​ເຂັມ​ທຳ​ອິດ​ທີ່​ສັກ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຕ່ຳ​ເຖິງ 6 ເທົ່າ, ທັງ​ນີ້ WHO ລາຍ​ງານ​ວ່າ ທົ່ວ​ທະ​ວີບ​ອາ​ຟ​ຣິກ​ກາ​ມີ​ປະ​ຊາ​ຊົນ​ໄດ້​ສັກ​ວັກ​ແຊັງ​ຄົບ 2 ເຂັມ​ພຽງ 6% ຂອງ​ປະ​ຊາ​ກອນ​ເທົ່າ​ນັ້ນ. ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຮັ່ງ​ມີ​ບໍ​ລິ​ຈາກວັກ​ແຊັງ​ສ່ວນ​ເກີນ ເພື່ອ​ສັກ​ໃຫ້​ກຸ່ມ​ເປົ້າ​ໝາຍ​ໃນ​ປະ​ເທດ​ທຸກ​ຍາກ.

ເວັບ​ໄຊ Our World in Data ໄດ້ລາຍ​ງານ​ວ່າ: ໃນ​ທະ​ວີບ​ອາ​ຟ​ຣິກ​ກາ​ມີ​ພຽງ ໂມ​ຣ໊ອກ​ໂກ, ຕູ​ນີ​ເຊຍ ແລະ ມໍ​ຣິ​ສ​ເຊຍ ເທົ່າ​ນັ້ນ ທີ່​ສັກ​ວັກ​ແຊັງ​ໃຫ້​ແກ່​ປະ​ຊາ​ຊົນ​ໄດ້​ເກີນ 35% ຂອງ​ຈຳ​ນວນ​ປະ​ຊາ​ກອນ, ສ່ວນ​ທີ່​ເຫຼືອ​ຍັງ​ບໍ່​ເຖິງ 10% ຂອງ​ຈຳ​ນວນ​ປະ​ຊາ​ກອນ.