ດ່ວນ! ຮູ້ມາດຕະການຂອງແຂວງສະຫວັນນະເຂດ ປ້ອງກັນໂຄວິດ-19

665

ກ່ອນອື່ນກໍ່ຕ້ອງຊົມເຊີຍ ແຂວງ ສະຫວັນນະເຂດເບື້ອງຕົ້ນສຳລັບການແກ້ໄຂສະຖານະການແຜ່ລະບາດຂອງເຊື້ອພະຍາດໂຄວິດ19 ທີ່ປັດຈຸບັນນີ້ແມ່ນຖືວ່າຢູ່ໃນສະຖານະການທີ່ດີຂຶ້ນຫຼາຍຖ້າທຽບໃສ່ເມື່ອກ່ອນ ແຕ່ກໍ່ຍັງພົບຜູ້ຕິດເຊື້ອຢູ່ເລັກນ້ອຍ. ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ຍັງບໍ່ລາມືຕໍ່ການຈັດຕັ້ງປະຕິບັດຕາມມາດຕະການຕ່າງໆ ທີ່ຈະຊ່ວຍຫຼຸດຜ່ອນການແຜ່ເຊື້ອໃນຮອບໃໝ່.

ຫຼ້າສຸດເຈົ້າແຂວງສະຫວັນນະເຂດອອກແຈ້ງການດ່ວນເລກທີ 2244/ຈຂ.44 ລົງວັນທີ 16 ພະຈິກ 2021 ໃນການສຶບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ຢູ່ແຂວງສະຫວັນນະເຂດ ໃນໄລຍະວັນທີ 16 ພະຈິກ ຫາ 01 ທັນວາ 2021.

ຕາມແຈ້ງການທ່ານເຈົ້າແຂວງລະບຸໄວ້ວ່າ: ຜ່ານການປະເມີນສະພາບການແຜ່ລະບາດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ ຢູ່ແຂວງສະຫວັນນະເຂດ ເຫັນວ່າ ຍັງມີການແຜ່ຂະຫຍາຍຢູ່ໃນຫຼາຍເມືອງ, ສະນັ້ນ ຫົວຫນ້າຄະນະສະເພາະກິດ ເພື່ອປ້ອງກັນ, ສະກັດກັ້ນ ແລະຄວບຄຸມ ການລະບາດພະຍາດໂຄວິດ-19 ຂັ້ນແຂວງ ຈິ່ງຫ້າມປະຊາຊົນເດີນທາງສັນຈອນໄປມາທົ່ວແຂວງ ນັບແຕ່ເວລາ 22:00 ໂມງ ເຖິງເວລາ 05:00ໂມງ ຂອງວັນຖັດໄປ.

ຫ້າມຈັດກອງປະຊຸມ ຫຼື ຈັດກິດຈະກໍາຕ່າງໆ ໃນເຂດພື້ນທີ່ການລະບາດຊຸມຊົນ ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 50ຄົ້ນ, ຫ້າມເປີດການຮຽນ-ການສອນ ນັບແຕ່ຊັ້ນຮຽນອະນຸບານ ຮອດ ມ7 ທັງພາກລັດ ແລະ ເອກະຊົນ ໃນບ້ານເຂດເທດສະບານນະຄອນໄກສອນພົມວິຫານ ແລະ ບັນດາເມືອງຕ່າງໆ.

ທີ່ສຳຄັນ ປິດຮ້ານກິນດື່ມ, ຄາລາໂອເກະ, ກິດຈະການບັນເທີງ, ຕັ້ງວົງຊຸມແຊວເຄື່ອງດື່ມທີ່ມີທາດເຫຼົ້າທຸກຮູບແບບ, ຫຼິ້ນການພະນັ້ນ, ກາຊີໂນ, ສວນນໍ້, ເກມອອນລາຍ, ສັງວຽນຕີໄກ່, ເດີ່ນຕິບຸນ ແລະ ຮ້ານສະຫນຸກເກີ ແລະ ບໍ່ອະນຸຍາດໃຫ້ອໍານາດການປົກຄອງ ແລະ ເຈົ້າຫນ້າທີ່ທຸກຂັ້ນ ຕັ້ງຈຸດກວດກາຕາມເສັ້ນທາງຫຼວງແຫ່ງຊາດ ແລະ ເສັ້ນທາງລະຫວ່າງເມືອງຕໍ່ເມືອງ.

ແຕ່ໃນໄລຍະເວລາດຽວກັນ ແຂວງສະຫວັນນະເຂດກໍ່ມີມາດຕະການຜ່ອນຜັນ ໂດຍອະນຸຍາດເປີດບັນດາກິດຈະການ ແລະ ການບໍລິການຕ່າງໆ ທີ່ບໍ່ໄດ້ລະບຸໄວ້ໃນຂໍ້ຫ້າມ ແລະ ບໍ່ຢູ່ໃນເຂດລະບາດຊຸມຊົນ ເຊັ່ນ: ຕະຫລາດກາງຄືນ, ຮ້ານກາເຟ, ຮ້ານອາຫານ, ຮ້ານຂາຍເຝີ, ຮ້ານຊີ້ນດາດ-ຈຸ່ມ ແລະ ຮ້ານປີ້ງແກ້ມ ນັ່ງກິນໄດ້ (ແຕ່ບໍ່ໃຫ້ບໍລິການເຄື່ອງດື່ມທາດເຫຼົ້າ) ນັບແຕ່ເວລາ 7:00 ໂມງເຊົ້າ ຫາ 21:00 ໂມງ

ອະນຸຍາດເປີດການຮຽນ-ການສອນຂອງໂຮງຮຽນວິຊາຊິບທັງພາກລັດ ແລະ ເອກະຊົນ ທີ່ບໍ່ຢູ່ໃນເຂດພື້ນທີ່ສີແດງແຕ່ຄູອາຈານ ແລະ ນັກຮຽນທຸກຄົນ ຕ້ອງໄດ້ສັກວັກຊິນຄົບໂດສ໌, ອະນຸຍາດໃຫ້ເປີດໂຮງງານອຸດສາຫະກໍາ ແລະ ຫັດຖະກໍາ ທີ່ບໍ່ຢູ່ໃນເຂດການລະບາດໃນຊຸມຊົນ, ແຕ່ຕ້ອງມີຫໍພັກໃຫ້ພະນັກງານ-ກໍາມະກອນພັກເຊົາ ໂດຍບໍ່ໃຫ້ທຽວກັບບ້ານ, ພະນັກງານ-ກໍາມະກອນ ຕ້ອງໄດ້ກັ່ນກອງກວດຫາເຊື້ອດ້ວຍ Ag-RDT ໃນມື້ທີ 1 ແລະ ມື້ທີ 6 ແລະ ກັກກັນໂຕ 7 ວັນຢູ່ຫໍພັກ.
ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ຜູ້ປະກອບການຈາກແຂວງອື່ນ ເດີນທາງເຂົ້າ-ອອກແຂວງສະຫວັນນະເຂດໄດ້ ໂດຍບໍ່ຈໍາເປັນຕ້ອງມີໃບຢັ້ງຢືນຈາກຕົ້ນທາງ ແລະ ປາຍທາງ, ແຕ່ໃຫ້ມີໃບສັກວັກຊິນກົບໂດສ໌, ອະນຸຍາດໃຫ້ຈັດກິດຈະກໍາທາງສາສະຫນາ, ງານບຸນ, ງານດອງ ຕາມຮີດຄອງປະເພນີຢູ່ເຮືອນ ທີ່ມີຜູ້ເຂົ້າຮ່ວມບໍ່ເກີນ 50 ຄົນ ບໍ່ອະນຸຍາດ ໃຫ້ເສບດົນຕີ, ເປີດເພງໃສ່ຕູ້, ບໍລິການເຄື່ອງດື່ມທາດເຫຼົ້າ.

ອະນຸຍາດໃຫ້ລົດຂົນສົ່ງໂດຍສານທາງບົກ, ທາງອາກາດລະຫວ່າງ ແຂວງຕໍ່ແຂວງ, ນະຄອນໄກສອນ ກັບບັນດາເມືອງ ແລະ ລະຫວ່າງເມືອງຕໍ່ເມືອງ ທີ່ບໍ່ມີການລະບາດໃນຊຸມຊົນ, ແຕ່ຜູ້ຂັບຂີ່ ແລະ ຜູ້ໂດຍສານຕ້ອງໄດ້ຮັບວັກຊິນກົບໂດສ໌ ແລະ ການຈັດງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແຕ່ຕ້ອງມີການວັດແທກອຸນນະພູມ, ມີຜ້າອັດປາກດັ່ງ,ເຈວລ້າງມື ແລະ ເຫຼົ້າສໍາລັບຂ້າເຊື້ອໄວ້ປະຕູທາງເຂົ້າ