ເລີ່ມສູ່ລະດູນາແຊງ! ຊາວກະສິກອນເມືອງຜາອຸດົມຕະລຸມບອນລວງຄອງເໝືອງໃຫ້ຮັບປະກັນເລື່ອງນ້ຳ

1023

ຫຼັງຈາກເກັບກ່ຽວເຂົ້ານາປີໄປເປັນທີ່ຮຽບຮ້ອຍແລ້ວ ແນ່ນອນໃນຫຼາຍເຂດກໍ່ກຽມກ້າວເຂົ້າສູ່ລະດູການປູກເຂົ້ານາແຊງ ແລະການຜູກພືດລະດູແລ້ງ ເຊິ່ງຄອງເໝືອງແມ່ນເປັນສິ່ງທີ່ສຳຄັນທີ່ສຸດແກ່ການສະໜອງນ້ຳມາຫຼໍ່ລ້ຽງຕົ້ນພືດໃຫ້ເຕີບໃຫຍ່ຈົນສາມາດເກັບກ່ຽວໄດ້.

ວັນທີ 11 ພະຈິກ 2021 ນີ້ ທ່ານ ຈັນທອນ ພົນທະລາ ເຈົ້າເມືອງໆຜາອຸດົມ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ຊຸກຍູ້ຊາວກະສິກອນ, ກຸ່ມຊົມໃຊ້ນໍ້າຊົນລະປະທານນໍ້າຫາດຝັ່່ງຂວາ ອອກແຮງງານລວມ ເພື່ອອະນາໄມຄອງເໝືອງໂດຍການນຳພາ ຂອງທ່ານ ຊຽງອ້າຍ ແກ້ວວິໄລ ປະທານສະມາຄົມກຸ່ມຊາວນາຜູ້ຊົມໃຊ້ນໍ້າຊົນລະປະທານນໍ້າຫາດຝັ່ງຂວາ, ມີຄະນະຮັບຜິດຊອບຊົນລະປະທານຂັ້ນເມືອງ, ວິຊາການທີ່ກ່ຽວຂ້ອງ ຕະຫຼອດຮອດຄອບຄົວຊາວນາພາຍໃນ 4 ບ້ານ ພ້ອມກັນອອກແຮງງານອະນາໄມຄອງເໝືອງຢ່າງເປັນຂະບວນການຟົດຟື້ນ.

ການອອກແຮງງານລວມໃນຄັ້ງນີ້ ຫົວໜ້າກຸ່ມຊາວນາຜູ້ຊົມໃຊ້ນໍ້າຊົນລະປະທານ ໄດ້ນຳພາກຸ່ມຊາວນາ ສະມາຊິກພາຍໃນບ້ານຂອງຕົນ ອອກແຮງງານຖາງຫຍ້າ ສອງຟາກຄອງເໝືອງ, ອະນາໄມຂີ້ເຫຍື້ອ, ຂີ້ຕົມທີ່ຕັນໜ້າຝາຍ ແລະ ຄອງເໝືອງ, ສ້ອມແປງບາງຈຸດທີ່ເປ່ເພ ຍ້ອນຖືກນໍ້າເຊາະເຈື່ອນ.

ພ້ອມທັງອະນາໄມຮ່ອງລະບາຍນໍ້າເຂົ້ານາໃນແຕ່ລະຈຸດ, ໃນນັ້ນ ຄອງເໝືອງມີຄວາມຍາວທັງໝົດ 4.725 ແມັດ ເຊິ່ງທົ່ວເມືອງມີຝາຍທັງໝົດ 219 ແຫ່ງ, ຝາຍຖາວອນ 19 ແຫ່ງ ແລະ ຝາຍປະຊາຊົນສ້າງຂື້ນເອງ 200 ແຫ່ງ ສາມາດຫົດເນື້ອທີ່ນາໄດ້ທັງ 2 ລະດູ ໃນເນື້ອທີ່ 2.475 ເຮັກຕາ ໃນນີ້, ສາມາດໃສ່ນ້ຳນາເນື້ອທີ່ນາແຊງ ໄດ້ 1.030 ເຮັກຕາ.

ທັ້ງນີ້, ເພື່ອເປັນການສ້າງຂະບວນກະກຽມຄວາມພ້ອມເພື່ອສະໜອງນໍ້າເຂົ້າໃນການເຮັດນາແຊງຂອງປະຊາຊົນ ແລະ ຫົດເນື້ອທີ່ທຳການຜະລິດລະດູແລ້ງຂອງຊາວກະສິກອນໃນຈຳນວນ 4 ບ້ານ ຄື: ບ້ານພຽງຄໍາ, ບ້ານໃຫຍ່ຖິ່ນແກ້ວ, ບ້ານຜາອຸດົມ ແລະ ບ້ານສົມສະຫວ່າງ ເຊິ່ງມີແຮງງານທັງໝົດ 200 ກວ່າຄົນ.

ພ້ອມນີ້ຄະນະຮັບຜິດຊອບຂອງຫ້ອງການກະສິກໍາ ແລະປ່າໄມ້ເມືອງໃຫ້ຮູ້ວ່າ: ຫ້ອງການກະສິກຳ ແລະປ່າໄມ້ເມືອງ ຍັງຈະໄດ້ສືບຕໍ່ລົງຊຸກຍູ້ປະຊາຊົນ ກໍ່ຄື ຊາວກະສິກອນກະກຽມຄວາມພ້ອມຮອບດ້ານໃນການຜະລິດເຂົ້ານາແຊງ ແລະປູກພືດລະດູແລ້ງໃນຂອບເຂດທົ່ວເມືອງໃຫ້ທ່ວງທັນຕາມລະດູການ.