ມາຮອດ ສປປ ລາວ ແລ້ວວັກຊິນຊ່ວຍເຫຼືອຮອບໃຫມ່ຊີໂນຟາມ ຈາກ ສປ ຈີນ ຈຳນວນ 1.900.000 ໂດສ

682

ໃນຕອນແລງຂອງວັນທີ 17 ພະຈິກ 2021 ນີ້ ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ໄດ້ມີພິທີຕ້ອນຮັບວັກຊິນຊ່ວຍເຫຼືອລ້າຮອບໃຫມ່ຈາກ ສປ ຈີນ ມອບໃຫ້ແກ່ ສປປ ລາວ ຍີ່ຫຍໍ້ຊີໂນຟາມ ຈຳນວນ 1.900.000 ໂດສ.

ພິທີມອບ-ຮັບ ຢ່າງເປັນທາງການໄດ້ຈັດຂຶ້ນໃນວັນດຽວກັນ ໂດຍການກ່າວມອບຂອງ ທ່ານ ຈ່ຽງ ຈາຍ ຕົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ແຂກຖືກເຊີນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ພັນຄຳ ວິພາວັນ ກ່າວວ່າ: ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ທີ່ໄດ້ຕາງໜ້າໃຫ້ພັກ ແລະ ລັດຖະບານ ລາວ ມາຮັບວັກຊິນ ພ້ອມດ້ວຍເຂັມສັກຢາ ທີ່ລັດຖະບານ ສປ ຈີນ ມອບໃຫ້ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນຄັ້ງທີ 7 ແລ້ວ, ນອກນັ້ນລັດຖະບານ ຈີນ ຍັງໄດ້ແຈ້ງວ່າ ໃນທ້າຍເດືອນພະຈິກນີ້ ຍັງຈະສືບຕໍ່ມອບວັກຊິນເພີ່ມອີກ 7 ແສນໂດສ ແລະ ອຸປະກອນການແພດຈຳນວນໜຶ່ງ ໃຫ້ບັນດາແຂວງພາກເໜືອຂອງລາວ ໂດຍມອບໃຫ້ແຂວງຢູນນານເປັນຜູ້ຈັດຕັ້ງປະຕິບັດ.

ສປປ ລາວ ໄດ້ກຳນົດເປົ້າໝາຍການສັກໃນປີ 2021 ບໍ່ໃຫ້ຫຼຸດ50% ຂອງພົນລະເມືອງລາວ ແລະ ປີ 2022 ຕໍ່າສຸດແມ່ນໃຫ້ໄດ້ 80% ຂອງພົນລະເມືອງ.