ຂ່າວດີ ລາວເປັນໜຶ່ງໃນ 3 ສັນຊາດທີ່ໄທ ຈະນຳເຂົ້າແຮງງານເຖິງ 4 ແສນຄົນໃນເດືອນທັນວານີ້

968

ເພື່ອເປັນການກຽມຄວາມພ້ອມໃນການຮັບມື ແລະ ຈັດສັນໃຫ້ກັບແຮງງານເຄື່ອນຍ້າຍທັງພາຍໃນ ແລະ ຕ່າງປະເທດໄລຍະໃໝ່ ປະເທດໄທແມ່ນຈະເປີດຮັບແຮງງານຈາກ 3 ສັນຊາດ ຈຳນວນ 4 ແສນຄົນໃນເດືອນທັນວາທີ່ຈະມາເຖິງນີ້, ດັ່ງນັ້ນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງໄດ້ຈັດກອງປະຊຸມຫາລືທົ່ວປະເທດຜ່ານທາງໄກຂຶ້ນໃນວັນທີ 16 ພະຈິກ 2021 ທີ່ເຮືອນຮັບແຂກກະຊວງແຮງງານ.

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫັວດດີການສັງຄົມ(ຮສສ) ກ່າວໃນພິທີເປີດກອງປະຊຸມທາງໄກລະຫວ່າງກະຊວງ ແລະ ພະແນກ ຮສສ ທົ່ວປະເທດ ກ່ຽວກັບ ການຮັບມືກັບບັນຫາການເຄື່ອນຍ້າຍແຮງງານ ພາຍໃນ ແລະ ໄປຕ່າງປະເທດ ໃນໄລຍະໃໝ່, ເຊິ່ງໃນນັ້ນ ທ່ານໄດ້ຍົກໃຫ້ເຫັນບາງບັນຫາດັ່ງນີ້:

ປັດຈຸບັນ ໄດ້ມີຫຼາຍປະເທດກຳລັງກັບເຂົ້າສູ່ພາວະປົກກະຕິແບບໃໝ່ ດ້ວຍການເປີດປະເທດຄື: ເປີດການທ່ອງທ່ຽວ, ເປີດການລົງທຶນ, ເປີດການໄປມາຫາສູ່ ຫຼື ການຄ້າຂາຍລະຫວ່າງປະເທດ ແລະ ໜຶ່ງໃນບັນດາປະເທດເຫຼົ່ານັ້ນ ແມ່ນປະເທດບ້ານໃກ້ເຮືອນຄຽງຂອງເຮົາ ເຊັ່ນ ປະເທດໄທ ກໍ່ໄດ້ມີນະໂຍບາຍ ແລະ ເປີດປະເທດຢ່າງເປັນທາງການນັບແຕ່ວັນທີ 1 ພະຈິກ 2021 ເປັນຕົ້ນມາ.

ການເປີດປະເທດຂອງໄທ ແມ່ນລວມເອົາທັງການມີນະໂຍບາຍຮັບເອົາແຮງງານຕ່າງດ້າວເຂົ້າໄປເຮັດວຽກນຳ ຄາດຄະເນວ່າຈະເລີ່ມຮັບເອົາແຮງງານທີ່ໄປແບບຖືກຕ້ອງຕາມກົດໝາຍນັບແຕ່ວັນທີ 1 ທັນວາ 2021 ເປັນຕົ້ນໄປ, ຈະດຳເນີນການຂື້ນທະບຽນແຮງງານຕ່າງດ້າວທີ່ກຳລັງເຮັດວຽກຢູ່ໄທ ໃຫ້ສາມາດເຮັດວຽກຕໍ່ໄດ້ຈົນຮອດປີ 2023 ແລະ ຈະປາບປາມແຮງງານຕ່າງດ້າວທີ່ເຂົ້າໄປໃໝ່ຢ່າງເຂັ້ມງວດ.

ຂ່າວສານ ຮສສ