ເລີ່ມແລ້ວ! ໂຮງຮຽນ 100 ແຫ່ງໃນຟີລິບປິນທົດລອງເປີດຮຽນແບບເຊິ່ງໜ້າ

478

ດັ່ງທີ່ຮູ້ກັນແລ້ວວ່າ ການລະບາດຂອງເຊື້ອພະຍາດໂຄວິດ19 ແມ່ນບໍ່ມີແຕ່ໃນປະເທດເຮົາທີ່ໄດ້ຮັບຜົນກະທົບ ແຕ່ທົ່ວໂລກລ້ວນໄດ້ຮັບຜົນກະທົບເຊັ່ນດຽວກັນ ເຊິ່ງຖ້າທຽບໃສ່ລາວເຮົາກັບປະເທດອື່ນ ຖືວ່າຍັງຢູ່ໃນສະພາບທີ່ປານກາງຢູ່, ແຕ່ເຖິງຢ່າງໃດກໍ່ຕາມ ເຊື້ອພະຍາດນີ້ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງ ໜຶ່ງໃນນັ້ນແມ່ນວຽກງານການສຶກສາລູກຫຼານບໍໄດ້ເຂົ້າໂຮງຮຽນ ເຖິງຈະມີຊ່ອງທາງອອນລາຍກໍ່ບໍເທົ່າກັບການຮຽນເຊິ່ງໜ້າ ລະຫວ່າງນັກຮຽນ ແລະຄູອາຈານ.

ບັນຫານີ້ຂະແໜງສຶກສາເອງກໍ່ໄດ້ຄົ້ນຄວ້າຫຼາຍວິທີ ເພື່ອໃຫ້ສາມາດຳເນີນການຮຽນການສອນຕາມປົກກະຕິໄດ້ ຫຼ້າສຸດວັນທີ 15 ພະຈິກນີ້ຕາມເວລາທ້ອງຖິ່ນ, ຟີລິບປິນມີໂຮງຮຽນ 100 ແຫ່ງເລີ່ມການທົດລອງການສິດສອນ ແບບເຊິ່ງໜ້າ. ໂຮງຮຽນ 100 ແຫ່ງນີ້ລ້ວນແຕ່ຕັ້ງຢູ່ເຂດມີຄວາມສ່ຽງຕ່ຳຕໍ່ກັບການແຜ່ລະບາດຂອງພະຍາດໂຄວິດ-19, ພາຍຫຼັງເປີດການຮຽນການສອນແລ້ວຍັງຕ້ອງສືບຕໍ່ປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ລັດຖະບານວາງອອກ.

ນັບແຕ່ພະຍາດໂຄວິດ-19 ແຜ່ລະບາດເປັນຕົ້ນມາ, ໂຮງຮຽນຕ່າງໆໃນຟີລິບປິນໄດ້ປິດການຮຽນການສອນມາເປັນເວລາ 19 ເດືອນແລ້ວ. ອີງຕາມຂໍ້ກຳນົດທີ່ກ່ຽວຂ້ອງ, ຫ້ອງຮຽນຕ່າງໆຂອງໂຮງຮຽນທີ່ທົດລອງການສິດສອນໃນຄັ້ງນີ້ຈະມີນັກຮຽນ 12-15 ຄົນ, ພະນັກງານຄູອາຈານທັງໝົດທີ່ມີສ່ວນຮ່ວມໃນການສິດສອນຕ້ອງແມ່ນຜູ້ທີ່ໄດ້ສັກວັກຊີນແລ້ວ.

ການທົດລອງຄັ້ງນີ້ຈະສິ້ນສຸດລົງໃນວັນທີ 22 ທັນວາທີ່ຈະມາເຖິງ, ຖ້າວ່າສະພາບການທົດລອງໄດ້ຮັບຜົນດີ, ນັບແຕ່ວັນທີ 3 ມີນາ ປີ 2022 ເປັນຕົ້ນໄປ, ກໍຈະເພີ່ມຈຳນວນໂຮງຮຽນທີ່ທົດລອງການສິດສອນແບບເຊິ່ງໜ້າຕື່ມອີກ.

ຈາກ:CRI