ພຸດທະໄຊ ໝັ້ນໃຈຮ່າງກາຍຈະກັບມາພ້ອມສົມບູນ 100% ກ່ອນລຸຍ AFF SUZUKI CUP 2020

767

ອີກໜຶ່ງຄວາມຫວັງຂອງ ທີມຊາດລາວ ຊຸດໃຫຍ່ ກ່ອນລຸຍ AFF SUZUKI CUP 2020 ສໍາລັບ ພຸດທະໄຊ ໂຄຈະເລີນ ເພາະນັກເຕະລາວ 1 ດຽວທີ່ຫຼິ້ນໃນໄທລີກ 1 ປັດຈຸບັນ ເຊື່ອໝັ້ນວ່າຮ່າງກາຍຈະກັບມາພ້ອມສົມບູນ 100% ຫຼັງຈາກທີ່ໄດ້ຮັບບາດເຈັບ ກ່ອນຮັບໃຊ້ຊາດໃນຕົ້ນເດືອນທັນວານີ້.

ມາຮອດປັດຈຸບັນທີມຊາດລາວ ຊຸດໃຫຍ່ ເລີ່ມເຂົ້າສູນຝຶກຊ້ອມຈໍານວນໜຶ່ງແລ້ວ, ສ່ວນອີກຈໍານວນໜຶ່ງແມ່ນຈະໄປສົມທົບຕາມຫຼັງ ເນື່ອງຈາກຕິດພາລະກິດກັບຕົ້ນສັງກັດ ແລະ ອື່ນໆເຊັ່ນດຽວກັບ ພຸດທະໄຊ ໂຄຈະເລີນ ແມ່ນຢູ່ໃນໄລຍະຮັບໃຊ້ສະໂມສອນ ສະໝຸດປະການ ຊິຕີ້ ເອັຟຊີ ໃນໄທລີກ 1 ແລະ ຈະກັບມາຝຶກຊ້ອມກັບທີມຊາດລາວ ຊຸດໃຫຍ່ ໄວໆນີ້.

ເມື່ອທ້າຍອາທິດ ທີ່ຜ່ານມາ ພຸດທະໄຊ ໃຫ້ສໍາພາດໃນເພຈ໌ ສະຫະພັນບານເຕະແຫ່ງຊາດລາວ ເຖິງອາການເຈັບ ແລະ ການກຽມພ້ອມວ່າ: ປີ 2020 ນ້ອງຫຼິ້ນໃນໄທລີກ 2 ແມ່ນໄດ້ຮັບອາການບາດເຈັບ ຈິ່ງບໍ່ຄ່ອຍໄດ້ລົງແຂ່ງຂັນ ແລະ ໄດ້ກັບມາຊ່ວຍທີມ ນະຄອນປະຖົມ ຢູໄນເຕັດ ທີມໃນໄທລີກ 2 ຮອບຂາກັບ ກ່ອນທີ່ຈົບລີກ ຈະພັກດົນພໍສົມຄວນ ເພື່ອຮັກສາອາການບາດເຈັບໃຫ້ຫາຍຂາດ ກ່ອນທີ່ຈະຍ້າຍມາຢູ່ກັບ ສະໝຸດປະການ ຊິຕີ້ ເອັຟຊີ ໄທລີກ 1 ໃນປັດຈຸບັນ ເຊິ່ງໃນເບື້ອງຕົ້ນອາການເຈັບກໍຍັງບໍ່ຫາຍຂາດ ຈົນເຖິງ 2-3 ເດືອນທີ່ຜ່ານມາ ໄດ້ຝຶກຊ້ອມ ແລະ ໄດ້ລົງແຂ່ງຂັນຕໍ່ເນື່ອງຕົວສໍາຮອງປະສົມຕົວຈິງ ເຮັດໃຫ້ຮ່າງກາຍເລີ່ມດີຂຶ້ນຕາມລໍາດັບ

“ ຄິດວ່າກ່ອນຈະຮອດການແຂ່ງຂັນ AFF SUZUKI CUP 2020 ຮ່າງຈະຫາຍຂາດ ແລະ ກັບມາສົມບູນ 100% ແນ່ນອນ ເພື່ອຮັບໃຊ້ທີມຊາດລາວ ລຸຍລາຍການດັ່ງກ່າວ, ແນ່ນອນໃນສາຍ B ຮ່ວມກັບ ທີມຊາດລາວ ທີມທີ່ແຂ່ງທີ່ສຸດແມ່ນ ທີມຊາດຫວຽດນາມ, ແຕ່ຄິດວ່າທຸກທີມໃນສາຍແມ່ນແຂງທຸກທີມບໍ່ວ່າ ມາເລເຊຍ, ອິນໂດເນເຊຍ ແລະ ກໍາປູເຈຍ ຖືວ່າເປັນງານໜັກຂອງທີມຊາດລາວເຮົາ. ນອກນັ້ນ ທີມຊາດກໍາປູເຈຍ ເປັນທີມມ້າມືດອີກທີມໜຶ່ງ ເນື່ອງຈາກຟອມການຫຼິ້ນຂອງ ທີມຊາດກໍາປູເຈຍ ຢູ 23 ທີ່ຜ່ານມາ ຮູບແບບການຫຼິ້ນແມ່ນແຕກຕ່າງຈາກເມື່ອກ່ອນຫຼາຍ ມີການສົ່ງບານສັ້ນ ແລະ ບານໄວຫຼາຍຂຶ້ນ. ຢ່າງໃດກໍຕາມ ນ້ອງຈະເຮັດໃຫ້ດີທີ່ສຸດ ເພື່ອພາທີມຊາດລາວ ເກັບຄະແນນໃນທຸກນັດໃຫ້ໄດ້ ເພື່ອເປົ້າໝາຍໃນການເຂົ້າຮອບ.

ເສັ້ນທາງການເປັນນັກເຕະຂອງ ພຸດທະໄຊ ເລີ່ມຈາກການເປັນນັກເຕະເຍົາວະຊົນ ທີ່ມາຈາກ ສະໂມສອນ ເອັສຣາ ນັບຕັ້ງແຕ່ປີ 2007 ຈົນເຖິງປີ 2014, ປີ 2015 ຫຼິ້ນໃຫ້ກັບ ສະໂມສອນ ຮ່ວາງແອ໋ງ ອັດຕະປື ເອັຟຊີ, ປີ 2016 ຫຼິ້ນໃຫ້ກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ ພ້ອມພາທີມຄວ້າແຊັມ ລາວພຣີເມຍລີກ ແລະ ຮອງແຊັມ TOYOTA MEKONG CLUB CHAMPIONSHIP 2017 ກ່ອນທີ່ປີ 2018 ຈະຍ້າຍໄປຫຼິ້ນໃຫ້ກັບ ນະຄອນປະຖົມ ຢູໄນເຕັດ ທີມໃນໄທລີກ 2 ຈົນເຖິງປີ 2021 ກ່ອນຍ້າຍໄປຫຼິ້ນໃຫ້ກັບ ສະໝຸດປະການ ຊິຕີ້ ເອັຟຊີ ໄທລີກ 1 ໃນປັດຈຸບັນ.

ສໍາລັບ ຕາຕະລາງແຂ່ງຂັນຂອງ ທີມຊາດລາວ ໃນ AFF SUZUKI CUP 2020 ມີດັ່ງນີ້:
– ວັນທີ 6 ທັນວາ 2021 ເວລາ 19:30 ໂມງ ທີມຊາດລາວ ພົບ ຫວຽດນາມ
– ວັນທີ 9 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ມາເລເຊຍ
– ວັນທີ 12 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ອິນໂດເນເຊຍ
– ວັນທີ 15 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ກຳປູເຈຍ

ຂ່າວ: ຫຼ້າ MKP; ຮູບ: ສະຫະພັນບານເຕະແຫ່ງຊາດລາວ ແລະ ພຸດທະໄຊ ໂຄຈະເລີນ