ກຳປູເຈຍ ເປີດປະເທດຮັບນັກທ່ອງທ່ຽວໂດຍບໍ່ຕ້ອງກັກຕົວ

547

ສຳ​ນັກ​ຂ່າວ​ເອ​ເອັ​ຟ​ພີ ລາຍ​ງານ​ວ່າ ກຳ​ປູ​ເຈຍ ປະ​ກາດ​ໃຫ້​ນັກ​ເດີນ​ທາງ​ຈາກ​ຕ່າງ​ປະ​ເທດ​ທີ່​ສັກ​ວັກ​ຊີນປ້ອງ​ກັນ​ໂຄວິດ-19 ​ຄົບ​ໂດ​ສ​ແລ້ວ ສາ​ມາດ​ເດີນ​ທາງ​ເຂົ້າ​ກຳ​ປູ​ເຈຍ​ໄດ້​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ກັກ​ຕົວ ໂດຍ​ມີ​ຜົນ​ຕັ້ງ​ແຕ່​ວັນ​ທີ 15 ພະ​ຈິກ​ເປັນ​ຕົ້ນ​ໄປ ເພື່ອ​ຟື້ນ​ຟູ​ກາ​ນ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ສົມ​ເດັດຮຸນ​ເຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ກ່າວ​ວ່າ: ນັກ​ເດີນ​ທາງ​ຕ່າງ​ຊາດ ຈະ​ຕ້ອງ​ສະ​ແດງ​ຜົນ​ກວດ​ໂຄວິດ-19 ເປັນ​ລົບ​ພາຍ​ໃນ 72 ຊົ່ວ​ໂມງ ກ່ອນ​ເດີນ​ທາງເຂົ້າ​ມາ​ກຳ​ປູ​ເຈຍ ແລະ ຈະ​ໄດ້​ຮັບ​ການກວດ​ອີກ​ຄັ້ງ​ທັນ​ທີ​ທີ່​ເດີນ​ທາງ​ເຖິງ​ກຳ​ປູ​ເຈຍ ແລະ ຖ້າ​ຫາກ​ຜົນ​ກ​ວດ​ອອກ​ມາ​ເປັນ​ລົບກໍ​ສາ​ມາດ​ເດີນ​ທາງ​ໄປ​ທ່ອງ​ທ່ຽວ​ທົ່ວ​ປະ​ເທດ​ກຳ​ປູ​ເຈຍ​ໄດ້. ສ່ວນ​ຜູ້​ທີ່​ບໍ່​ໄດ້​ສັກ​ວັກ​ຊີນປ້ອງ​ກັນ​ໂຄວິດ​ຄົບ​ໂດ​ສ ເມື່ອ​ເດີນ​ທາງ​ເຂົ້າ​ກຳ​ປູ​ເຈຍ ຈະ​ຕ້ອງ​ໄດ້​ກັກ​ຕົວ​ເປັນ​ເວ​ລາ 14 ວັນ.