ໄບເດັນ ລົງນາມກົດໝາຍ ຍົກລະດັບໂຄງສ້າງພື້ນຖານມູນຄ່າ 1,2 ພັນຕື້ໂດລາ

480

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ທ່ານ ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໄດ້​ລົງ​ນາມ​ໃນ​ກົດ​ໝາຍ​​ໂຄງ​ສ້າງ​ພື້ນ​ຖານ ເຊິ່ງ​ມີ​ງົບ​ປະ​ມານ 1,2 ພັນ​ຕື້​ໂດ​ລາ​ສະ​ຫະ​ລັດ ເພື່ອ​ຍົກ​ລະ​ດັບ​ໂຄ​ງ​ສ້າງ​ພື້ນ​ຖານ​ໃນ​ທຸກ​ດ້ານ​ຂ​ອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

ພິ​ທີ​ລົງ​ນາມ​ໄດ້​ມີ​ຂຶ້ນ​ເມື່ອ​ວັນ​ຈັນ​ຜ່ານ​ມາ ຕາມ​ເວ​ລາ​ທ້ອງ​ຖິ່ນ ໂດຍ​ມີ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ​ນຳ, ທ່ານ ໄບ​ເດັນ ກ່າວ​ວ່າ: ອາ​ເມ​ຣິ​ກາ​ເຄື່ອນ​ໄປ​ຂ້າງ​ໜ້າ​ອີກ​ຄັ້ງ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ອາ​ເມ​ຣິ​ກາ​ຈະ​ດີ​ຂຶ້ນກວ່າ​ເກົ່າ. ພາຍ​ໃຕ້​ກົດ​ໝາຍ​ດັ່ງ​ກ່າວ ຈະ​ແບ່ງ​ງົບ​ປະ​ມານ 550 ຕື້ກວ່າ​ໂດ​ລາ ເພື່ອ​ລົງ​ທຶນ​​ໃສ່​ໂຄງ​ການ​ປັບ​ປຸງ​ຖະ​ໜົນ​ຫົນ​ທາງ, ລະ​ບົບ​ຂົນ​ສົ່ງ ລວມ​ທັງ​ການ​ຂົນ​ສົ່ງ​ລະ​ບົບ​ລາງ​ໃຫ້​ທັນ​ສະ​ໄໝ​ຂຶ້ນ.

ສ່ວນ​ງົບ​ປະ​ມານ​ອີກ 650 ຕື້​ໂດ​ລາ ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ຈັດ​ຫາ​ນ້ຳ​ດື່ມ​ທີ່​ສະ​ອາດ, ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ ແລະ ລະ​ບົບ​ສາກ​ລົດ​ໄຟ​ຟ້າ ເຊິ່ງ​ຈະ​ສ້າງ​ຂຶ້ນ​ທົ່ວ​ປະ​ເທດ ເຊິ່ງ​ຖື​ວ່າ ເປັນ​ງົບ​ປະ​ມານ​ການ​ລົງ​ທຶນ​ໃສ່​ໂຄງ​ສ້າງ​ພື້ນ​ຖານ​ຂອງ​ສະ​ຫະ​ລັດຫຼາຍ​ທີ່​ສຸດ​ໃນ​ຮອບຫຼາຍ​ສິບ​ປີ.

ນອກ​ຈາກ​ນີ້ ຍັງ​ມີກົດ​ໝາຍ​ດ້ານ​ງົບ​ປະ​ມານ​ອີກ​ສະ​ບັບ​ໜຶ່ງ ​ທີ່​ມີ​ຊື່​ວ່າ Build Back Better Act  ເຊິ່ງ​ຂະ​ນະ​ນີ້ ຍັງ​ຢູ່​ໃນ​ຂັ້ນ​ຕອນການ​ພິ​ຈາ​ລະ​ນາ​ຂອງ​ສະ​ພາ​ຄອງ​ເກ​ຣ​ສ ແລະ ກຳ​ລັງ​ລໍ​ຖ້າ​ຂໍ້​ມູນ​ຄາດ​ການ​ຈາກ​ສຳ​ນັກ​ງານ​ງົບ​ປະ​ມານ​ຂອງ​ລັດ​ຖະ​ສະ​ພາ​ວ່າ ຈະ​ເພີ່ມ​ໜີ້​ສິນ​ຂອງ​ລັດ​ຖະ​ບານ​ຂຶ້ນ​ອີກຫຼາຍ​ປານ​ໃດ.