ເລຂາທິການໃຫຍ່ ສປຊ ຊີ້ ຂໍ້ຕົກລົງກລາສໂກ ຍັງບໍ່ພຽງພໍຕໍ່ການແກ້ໄຂໂລກຮ້ອນ

486

ສຳ​ນັກ​ຂ່າວ​ຣອຍ​ເຕີ​ລາຍ​ງານ​ເມື່ອ​ວັນ​ທີ 14 ພະ​ຈິກ​ຜ່ານ​ມາ​ວ່າ ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ) ຍອມ​ຮັບ​ວ່າ ຖະ​ແຫຼງ​ການ​ຂອງກອງ​ປະ​ຊຸມ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ສະ​ພາບ​ດິນ​ຟ້າ​ອາ​ກາດ​ຄັ້ງ​ທີ 26 (COP 26) ເປັນ​ຂໍ້​ຕົກ​ລົງ​ກ​ລາ​ສ​ໂກ​ທີ່​ມີ​ຂຶ້ນ​ໃນ​ນາ​ທີ​ສຸດ​ທ້າຍ​ຂອງກອງ​ປະ​ຊຸມ​ນັ້ນ ໄດ້​ຊີ້​ໃຫ້​ເຫັນ​ວ່າ ເປັນ​ພຽງ​ການ​ປະ​ນີ​ປະ​ນອມ ແລະ ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ແຕກ​ຕ່າງ​ທີ່​ຂັດ​ແຍ່ງ​ກັນ​ໃນ​ຜົນ​ປະ​ໂຫຍດ ແລະ ສະ​ຖາ​ນະ​ການ​ທາງ​ການ​ເມືອງ​ທີ່​ເປັນ​ຢູ່​ໃນ​ຂະ​ນະ​ນີ້.

ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຊີ້​ວ່າ ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ເປັນ​ບາດ​ກ້າວ​ສຳ​ຄັນ ແຕ່​ຍັງ​ບໍ່​ພຽງ​ພໍ ໃນ​ການ​ຜັກ​ດັນ​ຫຼຸດ​ບັນ​ຫາ​ໂລກ​ຮ້ອນ ໂດຍ​ໃຫ້​ເຫດ​ຜົນ​ວ່າ “ໂລກ​ທີ່ບອບ​ບາງ​ຂອງ​ພວກ​ເຮົາ​ກຳ​ລັງ​ແຂວນ​ຢູ່​ເທິງ​ເສັ້ນ​ດ້າຍ” ແລະ ຢ້ຳ​ວ່າ “ພວກ​ເຮົາ​ກຳ​ລັງ​ຢືນ​ຢູ່​ປະ​ຕູ​ສູ່​ຄວາມ​ຫາ​ຍະ​ນະ​ທາງ​ດ້ານ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ”.

ທ່ານ ບ​ຣິ​ສ ຈອນ​ສັນ​ຂອງ​ອັງ​ກິດ ໃນ​ນາມ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ນີ້ ກ່າວ​ວ່າ: ຂໍ້​ຕົກ​ລົງ​ກ​ລາ​ສ​ໂກ ເປັນ​ບາດ​ກ້າວ​ສຳ​ຄັນ ແຕ່​ກໍ​ຍອມ​ຮັບ​ວ່າ ຍັງ​ມີ​ພາ​ລະ​ກິດ​ອີກຫຼາຍ​ຢ່າງ​ທີ່​ຈະ​ຕ້ອງ​ຮ່ວມ​ມື​ກັນ​ໃນ​ປີ​ຕໍ່ໆ​ໄປ, ພ້ອມ​ຢ້ຳ​ວ່າ ຂໍ້​ຕົກ​ລົງ​ຄັ້ງ​ນີ້ ເປັນ​ບາດ​ກ້າວ​ສຳ​ຄັນ​ຍິ່ງ​ທີ່​ພວກ​ເຮົາ​ຈະ​ກ້າວ​ໄປ​ຂ້າງ​ໜ້າ ​ພວກ​ເຮົາ​ສາ​ມາດ​ຕົກ​ລົງ​ກັນ​ໄດ້​ລະ​ດັບ​ນາ​ນາ​ຊາດ​ເປັນ​ຄັ້ງ​ທຳ​ອິດ​ໃນ​ການຫຼຸດ​ການ​ນຳ​ໃຊ້​ພະ​ລັງ​ງານ​ຖ່ານ​ຫີນ​ລົງ ແລະ ມີ​ແຜນ​ປະ​ຕິ​ບັດ​ການ​ທີ່​ຈະ​​ນຳໄປ​ສູ່​ການ​ຈຳ​ກັດ​ອຸນ​ຫະ​ພູມ​ຂອງ​ໂລກ​ບໍ່​ໃຫ້​ເພີ່ມ​ຂຶ້ນ​ເກີນ 1,5 ອົງ​ສາ.