ໂຊນເອີຣົບໄດ້ແລ້ວ 10 ທີມໄປບານໂລກ ຮອບສຸດທ້າຍເຫຼືອພຽງ 3 ສິດ 12 ທີມໃຫຍ່ແຂ່ງເພລອ໊ອຟ

674
Swiss players and support staff celebrate after qualifying for Qatar 2022. Photo: AFP

ຖືວ່າການແຂ່ງຂັນບານໂລກ 2022 ຮອບຄັດເລືອກ ໂຊນເອີຣົບ ເປັນໄປແບບລຸ່ນມ່ວນພໍສົມຄວນ ເຊິ່ງມາຮອດປັດຈຸບັນໄດ້ມາແລ້ວ 10 ທີມຈາກແຊັມກຸ່ມ ຜ່ານເຂົ້າໄປຫຼິ້ນຮອບສຸດທ້າຍໄປເປັນທີິ່ແນ່ນອນ ໂດຍເຫຼືອພຽງ 3 ສິດສຸດທ້າຍ ( ໂຊນເອີຣົບໄດ້ສິດ 13 ທີມ ) ທີ່ຕ້ອງລຸ້ນໄປຫຼິ້ນຮອບສຸດທ້າຍ ເຊິ່ງແນ່ນອນມີເຖິງ 12 ຊາດໃຫຍ່ໆທີ່ຕ້ອງໄປແຂ່ງຂັນໃນຮອບເພລອ໊ອຟ ເພື່ອລຸ້ນໃນ 3 ສິດສຸດທ້າຍ.
ສໍາລັບ 10 ທີມຊາດທີ່ໄດ້ຜ່ານໄປຫຼິ້ນຮອບສຸດທ້າຍເປັນທີ່ແນ່ນອນແລ້ວດັ່ງນີ້:
1.ແຊກບີ ແຊັມກຸ່ມ A ຜົນງານໂດດເດັ່ນຊະນະ 6 ນັດ ແລະ ສະເໝີ 2 ນັດ
2.ແອັດສະປາຍ ແຊັມກຸ່ມ B ຜົນງານຊະນະ 6 ນັດ, ສະເໝີ 1 ແລະ ເສຍ 1 ນັດ
3.ສະວິດເຊີແລນ ແຊັມກຸ່ມ C ຜົນງານ ຊະນະ 5 ແລະ ສະເໝີ 3 ນັດ

4.ຝຣັ່ງ ແຊັມກຸ່່ມ D ຜົນງານຊະນະ 5 ແລະ ສະເໝີ 3 ນັດ
5.ແບນຊິກ ແຊັມກຸ່ມ E ຜົນງານ ຊະນະ 6 ແລະ ສະເໝີ 2 ນັດ
6.ດານມາກ ແຊັມກຸ່ມ F ຜົນງານ ຊະນະ 9 ແລະ ເສຍ 1 ນັດ
7.ໂຮນລັງ ແຊັມກຸ່ມ G ຜົນງານຊະນະ 7 ນັດ, ສະເໝີ 2 ນັດ ແລະ ເສຍ 1 ນັດ
8.ໂຄຣອາຊີ ແຊັມກຸ່ມ H ຜົນງານຊະນະ 7, ສະເໝີ 2 ນັດ ແລະ ເສຍ 1 ນັດ

9.ອັງກິດ ແຊັມກຸ່ມ I ຜົນງານຊະນະ 8 ແລະ ສະເໝີ 2 ນັດ
10.ເຢຍລະມັນ ແຊັມກຸ່ມ J ຜົນງານຊະນະ 9 ແລະ ເສຍ 1 ນັດ
ເຮັດໃຫ້ປັດຈຸບັນເຫຼືອ 3 ສິດສຸດທ້າຍທີ່ຍັງຫວ່າງ ເຊິ່ງມີເຖິງ 12 ທີມຊາດທີ່ຮຸ່ນລຸ້ນໃນຮອບເພລອ໊ອຟ ໄດ້ແກ່ 10 ຊາດຮອງແຊັມກຸ່ມຈາກ 10 ກຸ່ມໃນຮອບຄັດເລືອກ ແລະ 2 ທີມຊາດທີ່ເປັນແຊັມກຸ່ມຈາກລາຍການ ຢູໂາ ເນຊັນສ໌ ລີກ ທີ່ມີຜົນງານທີ່ດີທີ່ສຸດ ທີ່ບໍ່ໄດ້ຈົບອັນດັບແຊັມກຸ່ມໃນບານເຕະຮອບຄັດເລືອກ ດັ່ງນີ້:
1.ປ໊ອກຕຸຍການ ຮອງແຊັມກຸ່ມ A
2.ສະກອດແລນ ຮອງແຊັມກຸ່ມ F

3.ອິຕາລີ ຮອງແຊັມກຸ່ມ C
4.ຣັສເຊຍ ຮອງແຊັມກຸ່ມ H
5.ຊູແອັດ ຮອງແຊັມກຸ່ມ B
6.ເວລສ໌ ຮອງແຊັມກຸ່ມ E
7.ຕວັກກີ ຮອງແຊັມກຸ່ມ G

9.ມາຊີໂດເນຍເໜືອ ຮອງແຊັມກຸ່ມ J
10.ອູແກຣນ ຮອງແຊັມກຸ່ມ D
11.ໂອຕຣິດ ແຊັມກຸ່ມຈາກ ເນຊັນສ໌ ລີກ B ກຸ່ມ 1
12.ສາທາລະນະລັດເຊັກ ແຊັມກຸມຈາກ ເນຊັນສ໌ ລີກ B ກຸ່ມ 2

ສໍາລັບ ຮອບ 12 ທີມຈະມີການຈັບສະຫຼາກແບ່ງກຸ່ມ ( ແບ່ງເປັນ 3 ກຸ່ມ ) ປະກົບຄູ່ແຂ່ງຂັນອີກຄັ້ງໜຶ່ງໃນໄວໆນີ້.