ທີມງານຫວຽດນາມ ເສຍ 6 ນັດລວດໃນຄັດບານໂລກ 2022 ຮອບ 12 ທີມສຸດທ້າຍ

704

ເປັນງານໜັກສໍາລັບ ທີມຊາດຫວຽດນາມ ໃນການແຂ່ງຂັນບານໂລກ 2022 ຮອບຄັດເລືອກໂຊນອາຊີ ຮອບ 12 ທີມສຸດທ້າຍກຸ່ມ B ທີ່ຕ້ອງພົບກັບທີມລະດັບແຖວໜ້າຂອງພາກພື້ນອາຊີ ຫຼັງຈາກລົງສະໜາມນັດທີ 6 ເປີດສະໜາມມີດິງ ສະເຕດ້ຽມ ໃນນະຄອນຫຼວງຮາໂນ້ຍ ປະເທດຫວຽດນາມ ເສຍໃຫ້ກັບ ທີມນໍາກຸ່ມຢ່າງ ອາຣັບບີ ຊາອຸດິດ 0-1 ເມື່ອວັນທີ 16 ພະຈິກ 2021.

ນັດດັ່ງກ່າວ ອາຣັບບິີ ຊາອຸດິດ ໄດ້ປະຕູໄຊນາທີໆ 31 ຈາກການໂໝ່ງຂອງ ຊາເລ ອັລ ເຊຣີ ເຮັດໃຫ້ ທີມຊາດຫວຽດນາມ ເສຍເປັນນັດທີ 6 ຕິດຕໍ່ກັນໃນຮອບນີ້ຄື: ນັດທໍາອິດເປີດບຸກໄປເສຍໃຫກັບ ອາຣັບບີ ຊາອຸດິດ 1-3, ນັດທີ 2 ເປີດບ້ານເສຍໃຫ້ກັບ ອົດສະຕຣາລີ 0-1, ນັດທີ 3 ບຸກໄປເສຍໃຫ້ກັບ ສປ ຈີນ 2-3, ນັດທີ 4 ບຸກໄປເສຍໃຫ້ກັບ ໂອມານ 1-3, ນັດທີ 5 ເປີດບ້ານເສຍໃຫ້ກັບ ຍີ່ປຸ່ນ 0-1 ແລະ ນັດຫຼ້າສຸດ ເສຍໃຫ້ກັບ ອາຣັບບີ ຊາອຸດິດ 0-1.

ຫຼັງຈົບການແຂ່ງຂັນ ທ່ານ ປາກ ຮັງ ຊໍ ຫົວໜ້າຄູຝຶກ ທີມຊາດຫວຽດນາມ ກ່າວວ່າ: “ ໂຊກບໍ່ດີທີ່ພວກເຮົາບໍ່ສາມາດຍິງປະຕູໄດ້ໃນບ້ານ, ພວກເຮົາກໍາລັງເວົ້າເຖິງຄວາມສາມາດໃນການຍິງປະຕູ, ແຕ່ຂ້ອຍເຊື່ອວ່າຟອມການຫຼິ້ນຂອງນັກເຕະນັ້ນດີຂຶ້ນໃນແຕ່ລະນັດ ແລະ ພວກເຂົາກໍພະຍາຍາມເຕັມທີ່ແລ້ວ ທີ່ຜ່ານມາການເສຍມາແລ້ວ 6 ນັດ ແນ່ນອນສະພາບຈິດໃຈຂອງນັກເຕະບໍ່ດີ ແລະ ຂ້ອຍເອງກໍພະຍາຍາມເຮັດໃຫ້ນັກເຕະຜ່ອນຄາຍຫຼາຍທີ່ສຸດ, ວັນນີ້ພວກເຮົາຫຼິ້ນດ້ວຍໃຈທີ່ບໍ່ຍອມເສຍ ເຊິ່ງໃນຖານະຄູຝຶກຂ້ອຍຮູ້ສຶກຂອບໃຈນັກເຕະທຸກຄົນເປັນຢ່າງຍິ່ງ ”.

ຫົວໜ້າຄູຝຶກທີມຊາດຫວຽດນາມ ກ່າວອີກວ່າ: “ ຂ້ອຍພະຍາຍາມເຕືອນໃຫ້ນັກເຕະມີຄວາມໝັ້ນໃຈຢູ່ສະເໝີ, ຂ້ອຍໃຫ້ຄໍາແນະນໍາກັບພວກເຂົາ, ແຕ່ຄວາມໝັ້ນໃຈມັນຂຶ້ນຢູ່ຫຼາຍປັດໃຈ, ຕາມລະດັບຂອງຄູ່ແຂ່ງ, ຫຼາຍຄັ້ງພວກເຮົາໝັ້ນໃຈ, ແຕ່ພວກເຮົາບໍ່ສາມາດຫຼີກໜີຄວາມກົດດັນຈາກຄູ່ແຂ່ງ ເມື່ອຕ້ອງພົບກັບຄູ່ແຂ່ງລະດັບແຖວໜ້າຂອງພາກພື້ນ ແລະ ຄວາມສາມາດຂອງພວກເຂົາກໍຄ່ອຍໆປັບຕົວເຊັ່ນກັນ ”.

ສໍາລັບ ການແຂ່ງຂັນບານໂລກ 2022 ຮອບຄັດເລືອກ ໂຊນອາຊີ ຮອບ 12 ທີມກຸ່ມ B ມີ 6 ທີມແຂ່ງທີມລະ 10 ນັດ ເຊິ່ງຜ່ານໄປແລ້ວ 6 ນັດປາກົດວ່າ: ອາຣັບບີ ຊາອຸດິດ ຂຶ້ນນໍາຈາກການມີ 16 ຄະແນນ, ອັນດັບ 2 ຍີ່ປຸ່ນ ມີ 12 ຄະແນນ, ອັນດັບ 3 ອົດສະຕຣາລີ ມິີ 11 ຄະແນນ, ອັນດັບ 4 ໂອມານ ມີ 7 ຄະແນນ, ອັນດັບ 5 ສປ ຈີນ ມີ 5 ຄະແນນ ແລະ ອັນດັບ 6 ຫວຽດໜາມ ຍັງບໍ່ມີຈັກຄະແນນ.