ເສຍຊີວິດເພີ່ມອີກ 2 ຄົນ, ຕິເຊື້ອໂຄວິດໃໝ່ທັງໝົດ 1.073 ຄົນ

378

ມື້ນີ້ ຕົວເລກຜູ້ຕິດເຊື້ອໂຄວິດ-19 ໃນ ສປປ ລາວ ກວດພົບຜູ້ຕິດເຊືື້ອໃໝ່ 1.073 ຄົນ ໃນນັ້ນຕິດເຊື້ອພາຍໃນ ມີ 1.072 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ.

ເຮັດໃຫ້ມາຮອດວັນທີ 17 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 57.397 ຄົນ, ເສຍຊີວິດສະສົມ 112 ຄົນ (ໃໝ່ 2), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 717 ຄົນ, ກໍາລັງປິ່ນປົວ 10.691 ຄົນ ແລະ ແຂວງທີ່ມີຜູ້ຕິດເຊື້ອພາຍໃນຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ 534 ຄົນ, ຫຼວງພະບາງ ມີ 112 ຄົນ, ແຂວງວຽງຈັນ ມີ 106 ຄົນ ແລະ ຈຳປາສັກ ມີ 71 ຄົນຕາມລຳດັບ.


ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ຖະແຫຼງປະຈໍາວັນ ວັນທີ 17 ພະຈິກ ປີ 2021 ວ່າ: ວັນທີ 16 ພະຈິກ 2021 ຜ່ານມາ, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ ໂຄວິດ-19 ທັງໝົດ 5.461 ຕົວຢ່າງ ກວດພົບຜູ້ຕິດເຊືື້ອໃໝ່ 1.073 ຄົນ ໃນນັ້ນຕິດເຊື້ອພາຍໃນ ມີ 1.072 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ.


ຂໍ້ມູນຕິດເຊືື້ອພາຍໃນໃໝ່ ທັງໝົດ 1.072 ຄົນ ຈາກ 18 ແຂວງ ເຊິ່ງມີລາຍລະອຽດ ດັ່ງນີ້: ນະຄອນຫຼວງ 534 ຄົນ, ຫຼວງພະບາງ ມີ 112 ຄົນ ໃນ 36 ບ້ານ ແລະ 9 ເມືອງ, ແຂວງວຽງຈັນ ມີ 106 ຄົນ ໃນ 31 ບ້ານ ແລະ 7 ເມືອງ, ຫຼວງນ້ຳທາ ມີ 4 ຄົນ ໃນ 3 ບ້ານ ແລະ 1 ເມືອງ, ຜົ້ງສາລີ ມີ 38 ຄົນ ໃນ 9 ບ້ານ ແລະ 2 ເມືອງ,

ຈຳປາສັກ ມີ 71 ຄົນ ໃນ 32 ບ້ານ ແລະ 8 ເມືອງ, ອຸດົມໄຊ ມີ 41 ຄົນ ໃນ 2 ບ້ານ ແລະ 1 ເມືອງ, ເຊກອງ ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ, ບໍລິຄຳໄຊ ມີ 20 ຄົນ ໃນ 9 ບ້ານ ແລະ 3 ເມືອງ, ຄຳມ່ວນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ,

ສະຫວັນນະເຂດ ມີ 8 ຄົນ ໃນ 7 ບ້ານ ແລະ 1 ເມືອງ, ບໍ່ແກ້ວ ມີ 66 ຄົນ ໃນ 20 ບ້ານ ແລະ 2 ເມືອງ, ສາລະວັນ ມີ 11 ຄົນ ໃນ 6 ບ້ານ ແລະ 2 ເມືອງ, ຫົວພັນ ມີ 6 ຄົນ ໃນ 3 ບ້ານ ແລະ 2 ເມືອງ, ອັດຕະປື ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ, ໄຊຍະບູລີ ມີ 37 ຄົນ ໃນ 15 ບ້ານ ແລະ 1 ເມືອງ, ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ, ໄຊສົມບູນ ມີ 5 ຄົນ ໃນ 3 ບ້ານ ແລະ 2 ເມືອງ.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 1 ຄົນ ຈາກ ສະຫວັນນະເຂດ ເຊິ່ງໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ.
ມາຮອດວັນທີ 17 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 57.397 ຄົນ, ເສຍຊີວິດສະສົມ 112 ຄົນ (ໃໝ່ 2), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 717 ຄົນ, ກໍາລັງປິ່ນປົວ 10.691 ຄົນ.