“ປາໝຶກຈືນກອບ” ສູດບໍ່ປະສົມແປ້ງທອດ ແຊບໄດ້ລົດຊາດຈາກຊີ້ນເນັ້ນໆ

743

ຈາກທີ່ເຄີຍເຮັດປາໝຶກຊຸບແປ້ງທອດເພື່ອຄວາມກອບ ມັນອາດຈະແຊບແຕ່ບໍ່ໄດ້ລົດຊາດຈາກປາໝຶກແທ້ໆ ຈະດີບໍ່ຖ້າມີວິທີເຮັດແບບບໍ່ຊຸບແປ້ງ ມື້ນີ້ເຮົາຂໍນຳສະເໜີວິທີເຮັດປາໝຶກຈືນກອບ ສູດອາຫານບໍ່ຊຸບແປ້ງ ພຽງແຕ່ເອົາໄປລ້ວກສຸກ ແລະ ອົບໄລ່ຄວາມຊື້ນ ຈາກນັ້ນເຮົາຄ່ອຍເອົາໄປຈືນຈົນສຸກ ສາມາດກິນເປັນອາຫານຫວ່າງ ຫຼື ກິນກັບເຂົ້າ ແລະ ມີນ້ຳແຈ່ວຊີຟູດເພີ່ມຍິ່ງແຊບຄັກ.

ເມນູນີ້ທ່ານສາມາດເຮັດເອງໄດ້ ພຽງແຕ່ຕ້ອງມີອຸປະກອນ 2 ຢ່າງ ທີ່ຈະຕ້ອງມີກໍຄື ເຕົາສຳລັບຈືນ (ເຕົາແກັສ, ເຕົາໄຟຟ້າ ຫຼື ເຕົາຖ່ານກໍໄດ້) ແລະ ໝໍ້ທອດໄຮ້ນ້ຳມັນ ຫຼື ໝໍ້ອົບລົມຮ້ອນ ສູດນີ້ຮັບປະກັນຄວາມຫອມ, ແຊບ ຖືກໃຈໃຜຫຼາຍໆ ຄົນແນ່ນອນ.

ສ່ວນປະສົມ

ປາໝຶກສາຍ 1 ກິໂລກຣາມ

ວິທີເຮັດ

– ນຳເອົາປາໝຶກສາຍມາລ້າງໃຫ້ສະອາດ ເອົາຕາ ແລະ ເຄື່ອງໃນອອກ ແລ້ວນ້ຳໄປລ້ວກໃນນ້ຳຮ້ອນໃຫ້ສຸກປະມານ 3-5 ນາທີ.

– ເມື່ອລ້ວກສຸກແລ້ວໃຫ້ນຳເອົາປາໝຶກສາຍແຊ່ນ້ຳເຢັນທັນທີເພື່ອຮັກສາສະພາບຊີ້ນເອົາໄວ້.

– ຈາກນັ້ນເອົາປາໝຶກສາຍມາຜຶ່ງລົມໃຫ້ແຫ້ງປະມານ 15-20 ນາທີ. (ແນະນຳໃໃຫ້ໃຊ້ພັດລົມເປົ່າເພື່ອຈະໄດ້ແຫ້ງໄວຂຶ້ນ)

– ແລ້ວກໍເອົາປາໝຶກສາຍເຂົ້າໝໍ້ອົບລົມຮ້ອນ ຫຼື ໝໍ້ທອດໄຮ້ນ້ຳມັນທີ່ອຸນຫະພູມ 150 ອົງສາ ເປັນໄລຍະເວລາ 15-25 ນາທີ ເພື່ອໄລ່ຄວາມຊື້ນອອກຈາກໂຕປາໝຶກ.

– ເມື່ອອົບໄລ່ຄວາມຊື້ນແລ້ວຈະໄດ້ຊີ້ນປາໝຶກທີ່ແຫ້ງຜິວຕຶງ ສັງເກດວ່າຈະບໍ່ມີຮອຍປຽກນ້ຳຢູ່ເທິງພື້ນຜິວໝໍ້ທອດ ແລະ ຈັບປາໝຶກແລ້ວຕ້ອງບໍ່ມີນ້ຳຕິດມື.

– ຕັ້ງໝໍ້ກະທະໃສ່ນ້ຳມັນໃຫ້ຮ້ອນແຮງ ຈາກນັ້ນຄ່ອຍໄຟລົງ ແລ້ວເອົາປາໝຶກສາຍທີ່ອົບໄລ່ຄວາມຊື້ນແລ້ວນັ້ນລົງໄປຈືນ.

– ຈືນຈົນໄດ້ຊີ້ນປາໝຶກສາຍເປັນສີເຫຼືອງງາມກໍເປັນອັນໃຊ້ໄດ້.

– ຕັກຂຶ້ນມາພັກເພື່ອໃຫ້ຖືກອາກາດປະມານ 5-10 ນາທີ ຈະໄດ້ຊີ້ນປາໝຶກສາຍຈືນກອບທີ່ກອບຫຼາຍ ເບິ່ງຟອງອາກາດທີ່ໂພງເທິງຊີ້ນປາໝຶກ ຮັບຮອງວ່າກອບ ແຊບ ຫອມ ກິນແບບເພີນໆໄປເລີຍ.

ເຄັດລັບ:

• ແນະນຳໃຫ້ໃຊ້ປາໝຶກໂຕນ້ອຍ ຜິວບາງ ເຊັ່ນ: ປາໝຶກສາຍ, ປາໝຶກກະຕອຍ ເພາະໄລ່ຄວາມຊື້ນອອກໄດ້ງ່າຍ ແລະ ຄວາມຮ້ອນເຂົ້າເຖິງຊີ້ນທາງໃນໄດ້ດີ ຫາກໃຊ້ປາໝຶກຍັກອາດຕ້ອງເພີ່ມໄລຍະເວລາການອົບໄລ່ຄວາມຊື້ນ.

• ຖ້າຫາກເຮົາໄລ່ຄວາມຊື້ນໃນໂຕປາໝຶກຈົນແຫ້ງແລ້ວ ເພື່ອເອົາໄປຈືນໃນນ້ຳມັນຈະບໍ່ຄ່ອຍແຕກ ຖ້າຫາກນ້ຳມັນແຕກ ຫຼື ລະເບີດ ສະແດງວ່າມັນຍັງມີນ້ຳຢູ່ໃນໂຕປາໝຶກຫຼາຍ.

• ສາມາດເພີ່ມຄວາມຫອມໂດຍການຈືນກັບສະໝຸນໄພຕ່າງໆ ເຊັ່ນ: ໃບຂີ້ຫູດ, ຫົວສີໄຄ, ກະທຽມ, ຫອມບົ່ວແດງ.