C1 C2 ລ້ວນມີຄວາມສ່ຽງ ໂຄວິດຈະໄປໃກ້ຫຼືໄກຂຶ້ນກັບການຮັກຂອງສອງກຸ່ມນີ້

782

ຕົວເລກລາຍງານຜູ້ຕິດເຊື້ອໃໝ່ໃນມື້ນີ້ສູງເຖິງ 1.306 ຄົນ ຖືວ່າເປັນມື້ທີ່ມີລາຍງານການຕິດເຊື້ອໃໝ່ສູງທີ່ສຸດ ນັບແຕ່ມີການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວເຮົາ. ສຳລັບ ນະຄອນຫຼວງວຽຈັນ ຖືກຈັດລະດັບການລະບາດ ສູງສຸດ ກໍ່ຄື ລະດັບທີ 3 ແລະ ອີກ 10 ແຂວງ ຖືກຈັດຢູ່ໃນລະດັບທີ 2 ຖືວ່າການລະບາດຂອງພະຍາດໂຄວິດ-19 ໃນທົ່ວປະເທດ ນັບມື້ນັບຂະຫຍາຍເປັນວົງກວ້າງ ແລະ ມີທ່າອ່ຽງເພິ່ມສູງຂື້ນຢ່າງຕໍ່ເນື່ອງ. ປັດຈຸບັນ ແຂວງທີ່ພົ້ນເດັ່ນກວ່າໝູ່ ມີ 5 ແຂວງ ຄື: ນະຄອນຫຼວງວຽງຈັນ, ຫລວງພະບາງ, ແຂວງຜົ້ງສາລີ, ແຂວງຈໍາປາສັກ ແລະ ແຂວງບໍ່ແກ້ວ.

ທາງຄະນະສະເພາະກິດໃຫ້ຮູ້ວ່າ: ສຳລັບ ຜູ້ຕິດເຊື້ອໃໝ່ທີ່ໄດ້ລາຍງານໃນແຕ່ລະວັນ ສ່ວນໃຫຍ່ ລ້ວນແຕ່ມີການພົວພັນໃກ້ຊິດກັບຜູ້ຕິດເຊື້ອ ໝາຍວ່າ ຜູ້ຕິດເຊື້ອໃໝ່ນີ້ລ້ວນແຕ່ເປັນ C1 ມາກ່ອນ. ຫຼັງຈາກຮູ້ວ່າຕົນເອງໄດ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, C1 ຄວນແຍກຕົວ ແລະ ກັກໂຕເອງຢູ່ເຮືອນທັນທີຢ່າງເຂັ້ມງວດ ເພາະວ່າ ກຸ່ມ C1 ນັ້ນມີຄວາມສໍາຄັນທີ່ສຸດ ທີ່ຈະເປັນຕົວກໍານົດໃນການຫຼຸດ ຫຼື ເພີ່ມການແຜ່ລະບາດພາຍໃນຊຸມຊົນ.

ສະນັ້ນ, ຂໍຮຽກຮ້ອງ ໃຫ້ກຸ່ມ C1 ຈົ່ງໃຫ້ຄວາມຮ່ວມມື ແລະ ສະແດງຄວາມຮັບຜິດຊອບຕໍ່ສັງຄົມ ໂດຍການໄປກວດຢັ້ງຢືນ, ກັກຕົວເອງທັນທີໃຫ້ຄົບ 14 ວັນ ແລະ ຕ້ອງແຈ້ງ ໃຫ້ຜູ້ທີ່ເປັນ C2 ທີ່ໄດ້ພົວພັນກັບຕົນເອງຮັບຊາບ ເພື່ອເຝົ້າລະວັງ, ຕິດຕາມອາການຕົນເອງຢ່າງເຄັ່ງຄັດ. ປັດຈຸບັນ ມີແຈ້ງການກ່ຽວກັບ ການເປີດການເດີນທາງລະຫວ່າງແຂວງຕໍ່ແຂວງ, ສະນັ້ນ ຂໍໃຫ້ພາກສວ່ນທີ່ກ່ຽວຂ້ອງ ເອົາໃຈໃສ່ໃນການເຝົ້າລະວັງ ແລະ ສະກັດກັ້ນການສົ່ງເຊື້ອໃນໄລຍະເດີນທາງ. ໃນຂະນະດຽວກັນ ຜູ້ເດີນທາງທຸກທ່ານ ຈົ່ງປ້ອງກັນຕົນເອງຢ່າງເຂັ້ມງວດ.

ສະພາບການສັກວັກຊິນໂຄວິດ-19 ໃນຂອບເຂດທົ່ວປະເທດມີຄວາມຄືບໜ້າ ໂດຍສະເພາະ ສໍາລັບກຸ່ມເປົ້າໝາຍບຸລິມະສິດ ເຊັ່ນ ກຸ່ມບຸກຄະລາກອນການແພດ, ກຸ່ມຜູ້ສູງອາຍຸ 60 ປີຂື້ນໄປ ແລະ ກຸ່ມຜູ້ມີພະຍາດປະຈໍາຕົວ. ສຳລັບກຸ່ມຜູ້ສູງອາຍຸ 60 ປີຂື້ນໄປ ເຫັນວ່າ ມີຫລາຍແຂວງທີ່ຍັງບໍ່ບັນລຸເຖິງເປົ້າໝາຍ 50% ໂດຍສະເພາະແຂວງໄຊສົມບູນ, ບໍລິຄໍາໄຊ, ແຂວງວຽງຈັນ, ແຂວງຫົວພັນ ແລະ ແຂວງຫຼວງພະບາງ ຊຶ່ງແຂວງເຫຼົ່ານີ້ລ້ວນແຕ່ເປັນແຂວງມີການແຜ່ເຊື້ອໃນຊຸມຊົນຫຼາຍ ແລະ ມີທ່າອ່ຽງເພີ່ມຂື້ນ. ຂໍໃຫ້ຄອບຄົວທີ່ມີຜູ້ສູງອາຍຸ ຈົ່ງຮີບຮ້ອນພາກັນໄປສັກວັກຊິນໃຫ້ຄົບຕາມເຂັມແນະນໍາ ເພື່ອຊ່ວຍຫຼຸດຜ່ອນຄວາມຮຸນແຮງ ແລະ ການເສຍຊີວິດເມື່ອຕິດເຊື້ອ.

ຄະນະສະເພາະກິດຂັ້ນສູນກາງ ໄດ້ກໍານົດເອົາກຸ່ມເດັກ ອາຍຸແຕ່ 12-17 ປີ ເປັນກຸ່ມເປົ້າໝາຍຕໍ່ໄປ ໃນການສັກວັກຊິນກັນພະຍາດໂຄວິດ-19, ຖ້າຫາກທ່ານໃດ ມີລູກຫຼານນອນຢູ່ໃນກຸ່ມອາຍຸນີ້ ສາມາດໄປຮັບການສັກວັກຊິນໄດ້ ຕາມຈຸດຕ່າງໆທີ່ໄດ້ກໍານົດໄວ້ ຫຼື ຖ້າວ່າບ້ານໃດ ທີ່ມີທິມແພດເຄື່ອນທີ່ໄປບໍລິການເຖິງບ້ານນັ້ນ ທ່ານກໍ່ສາມາດໄປຮັບການສັກວັກຊີນໄດ້ ເຊັ່ນກັນ.

ເລິ່ມແຕ່ມື້ນີ້ເປັນຕົ້ນໄປ ຈົນຮອດທ້າຍເດືອນພະຈິກ ທີມງານວິຊາການຈາກກະຊວງສາທາລະນະສຸກ ໄດ້ລົງສົມທົບ ກັບທີມງານຈາກນະຄອນຫຼວງ ເພື່ອຕິດຕາມ, ຊຸກຍູ້, ໃຫ້ຄວາມຮູ້ ແລະ ວາງແຜນຮ່ວມກັນ ກັບ ອຳນາດການປົກຄອງບ້ານ ເພື່ອຫຼຸດຜ່ອນການລະບາດໃນນະຄອນຫຼວງ ໃຫ້ສາມາດຄວບຄຸມໄດ້.