Facebook ຈາກ Meta ເປີດໂຕແຄມເປນລ່າສຸດໃນລາວ ແບ່ງປັນຂໍ້ມູນຄວາມນິຍົມ ສື່ສັງຄົມອອນລາຍ ສົ່ງເສີມ SME ຫັນປ່ຽນເປັນດີຈີຕອນ

297

ຖືເປັນຂ່າວດີ ສໍາລັບຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ໃນການດໍາເນີນທຸລະກິດໃນຍຸກປະຈຸບັນຄືຍຸກອອນລາຍ ແລະ ມີເທັກໂນໂລຢີເຂົ້າມາມີສ່ວນຊ່ວຍໃນການຄ້າຂາຍ ແລະ ຂະຫຍາຍກິດຈະການ ຍິ່ງໃນຊ່ວງການລະບາດຂອງພະຍາດໂຄວິດ 19 ແບບນີ້ ຫຼາຍໆຄົນ ລວມທັງຫຼາຍໆທຸລະກິດຫັນປ່ຽນ ແລະ ປັບຕົວມາສ້າງຕົນເອງໃນໂລກອອນລາຍ ຊື່ສານກັນຜ່ານທາງແອັບຟີເຄຊັ້ນຕ່າງໆ ໂດຍຄວາມທັນສະໄໝ ແລະ ສະດວກສະບາຍ

ດັ່ງມື້ນີ້ ວັນທີ 16 ພະຈິກ 2021 ທີ່ ບໍລິສັດ ຟ້າໃຫຍ່ ມີເດຍ ໄດ້ຈັດ ງານສໍາມະນາແລກປ່ຽນ ກ່ຽວກັບ Facebook ຈາກ Meta ເປີດໂຕແຄມເປນ ສ້າງທຸລະກິດຂອງທ່ານກັບ Facebook ໂດຍຮ່ວມມືກັບສື່ມວນຊົນ ແລະ ນັກສ້າງເນື້ອຫາພາຍໃນປະເທດເພື່ອສົ່ງເສີມແລະ ໃຫ້ກຳລັງໃຈວິສາຫະກິດຂະໜາດນ້ອຍແລະກາງໃນປະເທດ ລວມເຖິງຜູ້ປະກອບການເພື່ອປົດລັອກການເຕີບໂຕທາງທຸລະກິດອອນລາຍຂອງພວກເຂົາ.

ເພື່ອສືບຕໍ່ຄວາມມຸ້ງໝັ້ນໃນການສົ່ງເສີມທຸລະກິດຂະໜາດນ້ອຍໃນຊ່ວງການລະບາດຂອງພະຍາດໂຄວິດ-19 ແລະຜັກດັນເສດຖະກິດດິຈີຕອນຂອງປະເທດລາວ, Facebook ຈາກ Meta ໄດ້ເປີດໂຕແຄມເປນລ່າສຸດໃນລາວ ເພື່ອແບ່ງປັນຂໍ້ມູນຄວາມນິຍົມຂອງສື່ສັງຄົມອອນລາຍ ເນື່ອງຈາກວ່າເສດຖະກິດໃນພາກພື້ນອາຊີຕາເວັນອອກສຽງໃຕ້ໄດ້ຄ່ອຍໆກັບມາເປີດໂຕອີກເທື່ອໜຶ່ງ ແລະໃນເວລາດຽວກັນ ກໍເປັນການເນັ້ນເຖິງເຄື່ອງມືຕ່າງໆຂອງແອັບ Facebook ໃນການຊ່ວຍໃຫ້ຜູ້ປະກອບການຄົນລາວ ສາມາດສ້າງຄວາມເຕີບໂຕທາງທຸລະກິດຂອງພວກເຂົາໄດ້.

ທ່ານ ອານັນ ທີລັກ, Reseller Partner lead ປະຈຳພາກພື້ນອາຊີ – ປາຊີຟິກ ຂອງ Meta ໄດ້ກ່າວເນັ້ນເຖິງຄວາມມຸ່ງໝັ້ນຂອງບໍລິສັດໃນການເລັ່ງການຈະເລີນເຕີບໂຕດ້ານດິຈີຕອນໃຫ້ແກ່ພາກທຸລະກິດແລະຊຸມຊົນຕ່າງໆໃນປະເທດລາວ ເນື່ອງຈາກເຫັນໄດ້ເຖິງຄວາມບໍ່ແນ່ນອນຂອງພະຍາດໂຄວິດ-19.
“ການລະບາດຂອງພະຍາດໃນຄັ້ງນີ້ ໄດ້ສ້າງຄວາມທ້າທາຍໃຫ້ແກ່ທຸກໆທຸລະກິດໃນທົ່ວໂລກ ແລະຫັນປ່ຽນທຸກຄົນເຂົ້າສູ່ລະບົບດິຈີຕອນ ເພາະວ່າຫຼາຍໆທຸລະກິດກໍຈໍາເປັນຕ້ອງໄດ້ດິ້ນລົນເພື່ອຄວາມຢູ່ລອດ. ເນື່ອງຈາກພວກເຮົາກຳລັງປະເຊີນກັບຂໍ້ຈຳກັດຫຼາຍໆຢ່າງ, ພວກເຮົາໄດ້ເຫັນເຖິງວິທີການໃໝ່ໆ ທີ່ສ້າງສັນ ເຊິ່ງທຸລະກິດຕ່າງໆໃນທົ່ວໂລກລວມເຖິງປະເທດລາວ ຕ້ອງໄດ້ປັບປ່ຽນ ເພື່ອໄປສູ່ການດຳລົງຊີວິດປົກກະຕິແບບໃໝ່.

ໃນຈຳນວນຜູ້ໃຊ້ງານກວ່າ 3.3 ພັນລ້ານຄົນ ແລະອີກ 200 ລ້ານທຸລະກິດທົ່ວໂລກ ທີ່ນຳໃຊ້ຜະລິດຕະພັນແລະການບໍລິການຂອງ Meta ໃນທຸກເດືອນ ລວມເຖິງແອັບ Facebook, Meta ໄດ້ສືບຕໍ່ເປັນຜູ້ນຳດ້ານການເຊື່ອມຕໍ່ແລະການຄົ້ນພົບຜະລິດຕະພັນຂອງທຸລະກິດແລະແບຣນຕ່າງໆ.

ອີງຕາມບົດຄົ້ນຄວ້າຂອງບໍລິສັດ ຮ່ວມກັບ Deloitte, ທ່ານ ທີລັກ ໄດ້ໃຫ້ຂໍ້ມູນວ່າ ການຄ້າຂາຍໃນລະດັບຄົວເຮືອນແບບອອນລາຍ ແລະໝວດໝູ່ການຂາຍເຄື່ອງຍ່ອຍ ໄດ້ມີີການເພີ່ມຂຶ້ນເຖິງ 20-30% ແລະຜົນກະທົບຈາກການຄ້າຂາຍອອນລາຍໃນຂົງເຂດຕະຫຼາດທີ່ກຳລັງພັດທະນາແມ່ນໄດ້ເພີ່ມຂຶ້ນສູງ ເມື່ອທຽບກັບຕະຫຼາດທີ່ພັດທະນາແລ້ວ. ນອກນີ້ ທ່ານຍັງໄດ້ກ່າວຕື່ມວ່າ “ຜູ້ຄົນເກືອບ 50% ໄດ້ຮູ້ວ່າ ການຊື້ຂາຍທາງອອນລາຍຂອງພວກເຂົາ ໄດ້ເພີ່ມຂຶ້ນນັບຕັ້ງແຕ່ເລີ່ມມີການລະບາດຂອງພະຍາດ. ໂດຍລູກຄ້າໄດ້ມີການສົນທະນາເລື່ອງທຸລະກິດເທິງ Facebook ຫຼາຍກວ່າເມື່ອກ່ອນ. ແລະຄົນຫຼາຍກວ່າ 1.6 ພັນລ້ານຄົນທົ່ວໂລກໃນ Facebook ໄດ້ມີການເຊື່ອມຕໍ່ກັບທຸລະກິດຂະໜາດນ້ອຍ, ເຊິ່ງເຮັດໃຫ້ເຈົ້າຂອງທຸລະກິດຂະໜາດນ້ອຍໄດ້ພົບພໍ້ກັບລູກຄ້າ ເຖິງແມ່ນວ່າພວກເຂົາຈະຢູ່ໃນຮ້ານ, ຫຼືໃນອອນລາຍ, ຫຼື ເທິງໂທລະສັບມືຖືຂອງພວກເຂົາ, ແລະເຮັດໃຫ້ພວກເຂົາໝັ້ນໃຈວ່າຜູ້ຊື້ຈະເຫັນ ທຸລະກິດຂອງພວກເຂົາທາງອອນລາຍໄດ້ຢ່າງງ່າຍດາຍ.”

ຂໍ້ມູນເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງການລົງທຸນຢ່າງຕໍ່ເນື່ອງຂອງ Meta ໃນການເຊື່ອມຕໍ່ຜູ້ຄົນກັບສິ່ງທີ່ພວກເຂົາຮັກ. ໃນຂະນະທີ່ພວກເຂົາກຳລັງຜັນປ່ຽນໄປສູ່ອອນລາຍ ເຊິ່ງມີຂໍ້ຈຳກັດໃນການສົນທະນາແບບເຊິ່ງໜ້າ, Meta ໄດ້ ສ້າງໃຫ້ມີການຄ້າຂາຍບົນອອນລາຍ ເຊິ່ງສາມາດຊ່ວຍຟື້ນຟູພາກທຸລະກິດໃຫ້ສາມາດຢູ່ໄດ້ ແມ້ໃນຊ່ວງການລະບາດຂອງພະຍາດ.
ໂດຍການຮ່ວມມືກັບຄູ່ຮ່ວມງານຂອງພວກເຮົາ, ພວກເຮົາຮູ້ສຶກຕື່ນເຕັ້ນຫຼາຍໃນການນຳສະເໜີແຄມເປນ #ສ້າງທຸລະກິດຂອງທ່ານກັບFacebook ໄປສູ່ຊຸມຊົນຕ່າງໆໃນປະເທດລາວ ໂດຍມີຈຸດປະສົງເພື່ອໃຫ້ຄວາມຮູ້ພື້ນຖານດ້ານດິຈີຕອນ ໂດຍສະເພາະແມ່ນການໃຊ້ເຄື່ອງມືດ້ານທຸລະກິດຂອງແອັບ Facebook ພ້ອມທັງເຄັດລັບໃນການຊ່ວຍແບຣນຕ່າງໆ ໃຫ້ສາມາດບອກເລົ່າເຖິງເລື່ອງລາວຂອງພວກເຂົາ ແລະບັນລຸໃນສິ່ງທີ່ລູກຄົ້າເບິ່ງຫາ ຜ່ານການສົນທະນາທີ່ໜ້າດຶງດູດແລະມີຄວາມໝາຍ.”

ແຄມເປນ ສ້າງທຸລະກິດຂອງທ່ານກັບFacebook ໂດຍການສະໜັບສະໜູນຈາກ Meta ໄດ້ຮັບການຮ່ວມມືຈາກ Httpool ເຊິ່ງເປັນຕົວແທນ (Authorized Reseller) ແລະຜູ້ຊ່ຽວຊານ ໃນການໃຊ້ Facebook ໃນປະເທດລາວ ເຊິ່ງຈະມາຮ່ວມແບ່ງປັນຄຳແນະນຳ ກ່ຽວກັບຄວາມນິຍົມ ແລະກາຮເພິ່ມທັກສະດ້ານການຕະຫຼາດອອນລາຍ, ລວມເຖິງ InsideLaos ເຊິ່ງເປັນສື່ທ້ອງຖິ່ນໃນການເຜີຍແຜ່ແຄມເປນນີ້ ຮ່ວມກັບ ລາຍການ ຮອບຮູ້ເລື່ອງ SME ເຊິ່ງເປັນລາຍການທີ່ເນັ້ນເລື່ອງຂອງ SME ໂດຍສະເພາະ ແລະຍັງມີເພຈ It’s Awesome ເຊິ່ງເປັນຜູ້ນຳດ້ານການສະເໜີເນື້ອຫາດ້ານ IT.

ທ່ານ ວັນນະເລດ ພິມພະຈັນ, Country Lead – Httpool Laos, ໄດ້ແບ່ງປັນເຖິງເຫດຜົນວ່າເປັນຫຍັງ ຊຸມຊົນທຸລະກິດຂອງປະເທດລາວຄວນຮັບກະແສຄວາມນິຍົມໃນການເຮັດທຸລະກິດອອນລາຍທີ່ເພີ່ມຂຶ້ນ.
“ຜູ້ຄົນຫຼາຍພັນລ້ານຄົນໄດ້ຫັນເປັນດິຈີຕອນໃນທົ່ວໂລກ ແລະຊອກຫາຫົນທາງໃນການເຊື່ອມຕໍ່ກັບທຸລະກິດຫຼືແບຣນທີ່ພວກເຂົາມັກ ເຊິ່ງນັ້ນແມ່ນສະຖານທີ່ທີ່ການຄ້າຂາຍຈະເລີ່ມຕົ້ນຂຶ້ນໄດ້ເອງ. ການຄ້າຂາຍທາງສື່ສັງຄົມອອນລາຍໄດ້ເພີ່ມຂຶ້ນສູງໃນຂົງເຂດອາຊີຕາເວັນອອກສຽງໃຕ້ ເຊິ່ງໄດ້ສະໜອງໂອກາດສຳລັບທຸກໆທຸລະກິດຢ່າງບໍ່ຈຳກັດ.
ໃນຖານະທີ່ຍັງເປັນຊ່ວງໄລຍະເລີ່ມຕົ້ນສຳລັບປະເທດລາວ, ການລະບາດຂອງພະຍາດຖືວ່າເປັນເຄື່ອງມືໃນການເລັ່ງໃຫ້ພາກສ່ວນຕ່າງໆເຂົ້າສູ່ດິຈີຕອນໃນໄລຍະຊຸມປີທີ່ຜ່ານມາ. ສະນັ້ນ, ທັກສະດ້ານດິຈີຕອນເພື່ອເຮັດທຸລະກິດຈຶ່ງເປັນກະແຈສຳຄັນສູ່ຄວາມສຳເລັດ.”

ທ່ານ ເກດສະດາ ກຸລະບຸດ, ເຈົ້າຂອງເພຈ It’s Awesome ກໍໄດ້ມີສ່ວນຮ່ວມໃນແຄມເປນນີ້ ໃນຖານະຜູ້ຊ່ຽວຊານດ້ານເຕັກໂນໂລຊີເພື່ອແບ່ງປັນຂໍ້ມູນກ່ຽວກັບການສ້າງເນື້ອຫາດ້ານດິຈີຕອນ ແລະເຄັດລັບໃນການນໍາໃຊ້ເຄື່ອງມືຕ່າງໆຂອງ Facebook ໃນການດຶງດູດລູກຄ້າ. “ສິ່ງສຳຄັນແມ່ນການສຶກສາວິທີການໃຊ້ງານຂັ້ນພື້ນຖານຂອງເພຈ Facebook ແລະສຶກສາວ່າສິ່ງໃດເໝາະກັບຮ້ານຄ້າຂອງເຮົາທີ່ສຸດ, ພະຍາຍາມສຶກສາກຸ່ມລູກຄ້າແລະພຶດຕິກຳການໃຊ້ງານຂອງພວກເຂົາ. ຜູ້ຄົນສ່ວຍຫຼາຍເຊື່ອມຕໍ່ກັບທຸລະກິດທາງໂທລະສັບມືຖື. ສິ່ງນີ້ຈະເຮັດໃຫ້ເຮົາສາມາດອອກແບບຄອນເທັ້ນ ແລະຮູບແບບການສື່ສານກັບລູກຄ້າໃຫ້ໜ້າດຶງດູດແລະມີປະສິດຕິພາບ.”

ມາປົດລັອກການເຕີບໂຕທາງທຸລະກິດຂອງທ່ານແລະຮຽນຮູ້ເພີ່ມຕື່ມກ່ຽວກັບແຄມເປນ “ສ້າງທຸລະກິດຂອງທ່ານກັບ Facebook” ຕັ້ງແຕ່ວັນທີ 16 ພະຈິກ ຫາ 16 ທັນວາດ້ວຍການຕິດຕາມເພຈ InsideLaos, It’s Awesome ແລະ ລາຍການຮອບຮູ້ເລື່ອງ SME ເທິງ Facebook ແລະຢ່າລືມແຊຣເພຈ Facebook ຂອງທ່ານເພື່ອໂປໂໝດຜະລິດຕະພັນແລະການບໍລິການກັບໝູ່ເພື່ອນຂອງທ່ານຜ່ານ Hashtag #ສ້າງທຸລະກິດຂອງທ່ານກັບFacebook.