ສຕລ ຈັດປະກວດເລື່ອງ “ເອົາຊະນະໂຄວິດ” ລຸ້ນລາງວັນໄປຊົມນັດຊີງ SUZUKI CUP ທີ່ສິງກະໂປ

621

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ເຊີນຊວນ ແຟນບານມາແບ່ງປັນເລື່ອງຂອງຄອບຄົວ ແລະ ໝູ່ເພື່ອນທີ່ກັບມາເຂັ້ມແຂງຂຶ້ນພາຍຫຼັງໄດ້ຫາຍຈາກພະຍາດດັ່ງກ່າວ ດ້ວຍຫຼາກຫຼາຍວິທີ, ສຳລັບເລື່ອງທີ່ຜູ້ສົ່ງເຂົ້າປະກວດສາມາດເປັນພາສາຂອງປະເທດຕົນເອງ ແລະ ຄໍາເວົ້າບໍ່ເກີນ 200 ຄໍາ.
ສໍາລັບ ເງື່ອນໄຂໃນການສົ່ງເລື່ອງເຂົ້າປະກວດມີດັ່ງນີ້:
– ເລື່ອງທີ່ສົ່ງເຂົ້າປະກວດ ຕ້ອງ​ແມ່ນ​ ການ​ຂ​ຽນ,ຮູບ​ພາບ ຫຼື ວິ​ດີ​ໂອ ແມ່ນເນັ້ນໃສ່ເລື່ອງທີ່ໜ້າສົນໃຈຂອງຄອບຄົວ ຫຼື ໝູ່ເພື່ອນທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19 ແຕ່ເອົາຊະນະ ຫາຍຈາກພະຍາດໄດ້, ກັບມາເຂັ້ມແຂງ ແລະ ໃຊ້ຊີວິດປະຈຳວັນ ປົກກະຕິ.

– ຜູ້ທີ່ຊະນະແຕ່ລະປະເທດຈະໄດ້ຮັບລາງວັນເດີນທາງໄປຮັບຊົມ ການແຂ່ງຂັນບານເຕະຊີງແຊັມ ອາຊຽນ ຫຼື AFF SUZUKI CUP 2020 ນັດຊີງຊະນະເລີດ
– ຖ້າຜູ້ຊະນະບໍ່ສາມາດເດີນທາງໄປໄດ້, ຈະໄດ້ຮັບເງິນສົດເຊີຍທີ່ເທົ່າກັບຄ່າເດີນທາງໄປ ສິງກະໂປ ຈໍານວນ 1.500 ໂດລາ.
– ທຸກຄົນທີ່ຂຽນບົດເລື່ອງລາວຕ່າງໆຕ້ອງຂຽນລົງສື່ສັງຄົມອອນລາຍໂດຍ hashtag #EmergingStrongerTogether
– ແຟນບານຈະເປັນຜູ້ຄັດເລືອກບົດຄວາມເລື່ອງລາວທີ່ມີແຮງບັນດານໃຈທີ່ສຸດ.
– ປະ​ກາດ​ລາຍ​ຊື່​ຜູ້​ຊະ​ນະ​ເລີດ ໃນ​ວັນ​ທີ 05 ທັນ​ວາ 2021

– ຜົນງານທີ່ຊະນະຈະຖືກໂພສລົງເວບໄຊ ASC2020, AFF, ສຕລ ແລະ ສື່ສັງຄົມອອນລາຍ.
– ຖ້າ​ຫາກ​ທ່ານ​ໃດ ສົນ​ໃຈສົ່ງ​ບົດ​ເລື່ອງເຂົ້າ​ປະ​ກວດ​ສາມາດ​ສົ່ງ​ມາ​ໄດ້​ທີ່ Email: Contact@Laoff.org.la
– ກຳ​ນົດໄລຍະສົ່ງປະກວດ: ​ວັນ​ທີ 15 ພະຈິກ 2021 ເຖິງ ວັນ​ທີ 26 ພະຈິກ 2021
– ສອບ​ຖາມ​ຂໍ້​ມູນ​ເພີ້ມ​ເຕີມ: 020 99888551

ສໍາລັບ ການແຂ່ງຂັນບານເຕະ AFF SUZUKI CUP 2020 ຈະຈັດຂຶ້ນລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022 ແບ່ງອອກເປັນ 2 ກຸ່ມດັ່ງນີ້:
-ກຸ່ມ A ປະກອບມີ: ໄທ, ສິງກະໂປ, ຟິລິບປິນ, ມຽນມາ ແລະ ຕີມໍ ເລັສເຕ
-ກຸ່ມ B ປະກອບມີ: ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ກໍາປູເຈຍ ແລະ ລາວ