ຊະລາຕັນ ຖືກລົງໂທດໝົດສິດຊ່ວຍທີມຊາດ ລົງແຂ່ງຂັນຮອບເພລອ໊ອຟ ບານໂລກ 2022

590

ຊະລາຕັນ ອິບຣາຮິໂມວິຊ ກອງໜ້າທີມຊາດຊູແອັດ ໝົດສິດຊ່ວຍທີມຊາດໃນການແຂ່ງຂັນບານໂລກ 2022 ຮອບເພລອ໊ອຟນັດທໍາອິດເປັນທີ່ແນ່ນອນແລ້ວ ຫຼັງຈາກທີ່ກໍບັນຫາໃນນັດທີ່ບຸກໄປເສຍໃຫ້ກັບ ແອັດສະປາຍ 0-1 ໃນການແຂ່ງຂັນບານໂລກ 2022 ຮອບຄັດເລືອກ ນັດສຸດທ້າຍເມື່ອທ້າຍອາທິດ ທີ່ຜ່ານມາ.

ທີມຊາດແອັດສະປາຍ ເກັບ 3 ຄະແນນໄດ້ຈາກປະຕູໄຊນາທີໆ 86 ຂອງ ອັລບາໂຣ ໂມຣາຕ້າ ເຮັດໃຫ້ ແອັດສະປາຍ ຜ່ານເຂົ້າຮອບສຸດທ້າຍໃນຖານະແຊັມກຸ່ມ, ສ່ວນ ຊູແອັດ ຈົບອັນດັບທີ 2 ຂອງກຸ່ມ ຕ້ອງໄປແຂ່ງຂັນໃນຮອບເພລອ໊ອຟ ເພື່ອລຸ້ນໄປຫຼິ້ນຮອບສຸດທ້າຍ.

ນັດດັ່ງກ່າວມີການລາຍງານວ່າ ອິບຣາຮິໂມວິຊ ຖືກລົງໂທດດ້ວຍໃບເຫຼືອໃນຈັງຫວະທີ່ເຂົ້າໄປໃຊ້ບ່າໄຫຼ່ກະທົບໃສ່ ເຊຊາ ອັລຊິປິກວຍຕາ ກອງຫຼັງຄູ່ແຂ່ງຈົນລົ້ມລົງ, ແຕ່ສື່ເຫັນວ່າ ອິບຣາຮິໂມວິຊ ບໍ່ຖືກລົງໂທດ ເຖິງວ່າ ເຊຄິໂອ ບຸສເກັດສ໌ ຈະປະທ້ວງຜູ້ຕັດສິນ ແລະ ເຮັດໃຫ້ແຟນບານພາກັນວິຈານພຶດຕະກໍາຂອງ ອິບຣາຮິໂມວິຊ ນັກເຕະອາຍຸ 40 ປີ.

ຫຼ້າສຸດ ສະຫະພັນບານເຕະເອີຣົບ ( ຢູຟາ ) ໄດ້ຢືນຢັນວ່າ: ອິບຣາຮິໂມວິຊ ໄດ້ໃບເຫຼືອງຈາກຜູ້ຕັດສິນ ແລະ ໄດ້ສະແດງຂຶ້ນໃນເວັບໄຊທ໌ຢ່າງເປັນທາງການຂອງ ຢູຟາ, ແຕ່ທີວີຊ່ອງທີ່ຖ່າຍທອດສົດ ອາດຜິດພາດ ຈິ່ງບໍ່ສະແດງຂຶ້ນໃນໜ້າຈໍເຮັດໃຫ້ຜູ້ຊົມເຫັນໃນຈັງຫວະດັ່ງກ່າວວ່າ ອິບຣາຮິໂມວິຊ ບໍ່ໄດ້ໃບເຫຼືອງ.

ຈາກຄໍາຊີ້ແຈງດັ່ງກ່າວ ເຮັດໃຫ້ ອິບຣາຮິໂມວິຊ ຈະຕິດໂທດຈາກໃບເຫຼືອງໃນນັດທໍາອິດຂອງຮອບເພລອ໊ອຟບານໂລກ 2022 ແນ່ນອນ ເຊິ່ງຕ້ອງລໍຖ້າຜົນຈັບສະຫຼາກປະກົບຄູ່ແຂ່ງຂັນໄວໆນີ້.