ແມັກໄກວ ທໍາລາຍສະຖິຕິກອງຫຼັງທີ່ຍິງປະຕູໄດ້ຫຼາຍທີ່ສຸດ ໃນທີມຊາດອັງກິດ

523

ແຮຣີ ແມັກໄກວ ຫົວໜ້າທີມຂອງ ແມນເຊັສເຕີ ຢູໄນເຕັດ ທໍາລາຍການສະຖິຕິໃນທີມຊາດດ້ວຍການເປັນກອງຫຼັງຕົວກາງ ( ເຊັນເຕີຮາຟ ) ທີ່ຍິງປະຕູໄດ້ຫຼາຍທີ່ສຸດຕະຫຼອດການເປັນທີ່ຮຽບຮ້ອຍ ຫຼັງນັດຫຼ້າສຸດຍິງ 1 ປະຕູຊ່ວຍໃຫ້ກັບ ທີມຊາດອັງກິດ ຖະຫຼົ່ມ ຊານ ມາຣິໂນ ໄປແບບບໍ່ເຫັນຝຸ່ນ 10-0 ໃນການແຂ່ງຂັນບານໂລກ 2022 ຮອບຄັດເລືອກ ເມື່ອວັນທີ 15 ພະຈິກ 2021.

ນັດດັ່ງກ່າວ ອັງກິດ ຂຶ້ນນໍາ 1-0 ຕັ້ງແຕ່ນາທີໆ 6 ເຊິ່ງປະຕູດັ່ງກ່າວມາຈາການຍິງຂອງ ແມັກໄກວ ກ່ອນທີ່ ອັງກິດ ຈະໄດ້ 9 ປະຕູເພີ່ມເອົາຊະນະໄປຂາດລອຍ 10-0 ພ້ອມສົ່ງຜົນໃຫ້ ທີມຊາດອັງກິດ ຜ່ານເຂົ້າໄປຫຼິ້ນໃນຮອບສຸດທ້າຍປີ 2022 ທີ່ປະເທດກາຕ້າ ໄດ້ສໍາເລັດ.

ປະຕູດັ່ງກ່າວຂອງ ແມັກໄກວ ກາຍເປັນປະຕູທີ 7 ໃຫ້ກັບທີມຊາດອັງກິດ ເຊິ່ງທໍາລາຍສະຖິຕິຂອງ ຈອນ ເທີຣີ ອະດີດກອງຫຼັງຕົວກາງຂອງທີມຊາດອັງກິດ ທີ່ຍິງປະຕູໄດ້ຫຼາຍທີ່ສຸດໃຫ້ກັບທີມຊາດ ໃນຕໍາແໜ່ງດັ່ງກ່າວໄປເປັນທີ່ຮຽບຮ້ອຍ.