ສາວແພດພຽບພ້ອມຄວາມງາມ ແລະ ທັດສະນະຄະຕິກວາງ ກັນລະຍາ ຕົວແທນຈາກແດນໃຕ້

1173

ໃນເວທີປະກວດ Miss Laos ຫລື ນາງສາວລາວ ດີກີສາວແພດສຸດງາມ ທໍາຄວາມຮູ້ຈັກກັບສາວຄົນນີ້ ໄປພ້ອມໆກັນ ແນະນຳສາວງາມ ກັນລະຍາ ໂຄດໂຍທາ ( ກວາງ ) ປັດຈຸບັນ ອາຍຸ 23ປີ ມາຈາກແຂວງຈຳປາສັກ ແລະ ຈົບການສຶກສາ ຈາກ ວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ ສາຍຜະດຸງຄັນ.

ກວາງໄດ້ໃຫ້ສຳພາດກັບທີມຂ່າວບັນເທີງວ່າ: ຜ່ານມາຍັງບໍ່ເຄີຍປະກວດເວທີໃດມາກ່ອນ, ເວທີນາງສາວລາວຖືວ່າເປັນເວທີທຳອິດທີ່ນ້ອງລົງປະກວດ ເຊິ່ງມັນເປັນສີ່ງທີ່ທ້າທ້າຍຫລາຍສຳລັບໂຕນ້ອງເອງ ແຕ່ນ້ອງກໍພະຍາຍາມເຝິກຝົນຕົນເອງເພື່ອກຽມປະກວດເວທີນີ້ ເພື່ອຊ່ວຍເປັນກະບອກສຽງໃນດ້ານຕ່າງໆຢູ່ໃນສັງຄົມ ແລະ ສ່ວນເລື່ອງວົງການບັນເທີງເປັນອີກຫນຶ່ງສີ່ງທີ່ນ້ອງກໍມັກຖ້າມີໂອກາດເຂົ້າມານ້ອງກໍ່ພ້ອມຈະຮັບເອົາໄວ້ .

ຄະຕິປະຈໍາໃຈ : “ຄວາມສໍາເລັດບໍ່ໄດ້ຕົກລົງມາຈາກຟ້າ ແຕ່ມັນຢູ່ກັບການສະແຫວງຫາ ແລະ ລົງມືທໍາ” ສໍາລັບການປະກວດນາງສາວລາວໃນປີນີ້ ມັນເປັນຄວາມຝັນຂອງນ້ອງ ແລະນ້ອງຢາກເຮັດໃຫ້ມັນສໍາເລັດມາດົນແລ້ວ ແຕ່ບໍ່ມີໂອກາດ, ແລະມື້ນີ້ໂອກາດແລະຄວາມພ້ອມມາແລ້ວ ນ້ອງກະຢາກຄວ້າມັນໄວ້ ແລະ ອີກເຫດຜົນຫນຶ່ງແມ່ນເວທີນີ້ເປັນເວທີ່ແຫ່ງຄວາມພາກພູມໃຈຂອງແມ່ຍິງລາວທຸກຄົນ ນ້ອງເອງກໍ່ເປັນອີກຄົນຫນື່ງທີ່ຢາກຈະໄປຢືນ ແລະ ໃສ່ມົງກຸດອັນຊົງກຽດເທິງເວທີດັ່ງກ່າວເຊັ່ນດຽວກັນ.

ສິ່ງທີ່ເປັນຄວາມສາມາດພິເສດຂອງນ້ອງທີ່ຈະໂຊໃຫ້ທຸກຄົນເຫັນ ກໍ່ມີຫລາຍໆຢ່າງເລີຍເຊັ່ນ: ການຮ້ອງເພງ, ການຟ້ອນຄວາມອ່ອນຊ້ອຍຂອງແມ່ຍິງ ສຳລັບນ້ອງແລ້ວ ຈຸດເດັ່ນອາດແມ່ນສະເໜ່ທີ່ເປັນໂຕຂອງໂຕເອງ, ຍິ້ມແຍ້ມເປັນມິດກັບທຸກຄົນ ແລະ ທີ່ສຳຄັນນ້ອງເປັນຄົນທີ່ເຕັມທີ່ກັບສີ່ງທີ່ຕົນເອງກຳລັງລົງມືເຮັດໂດຍບໍ່ຫວັ່ນກັບອຸປະສັກ ແລະນ້ອງຈະໂຊໃຫ້ກໍາມະການເຫັນເຖິງ ຄວາມມຸ້ງຫມັ້ນກັບສິ່ງທີ່ກໍາລັງເຮັດຢູ່ , ຄວາມອົດທົນ, ບຸກບືນ ໃຫ້ໂຕເອງກ້າວສູ່ໄຊຊະນະແລະຮ່ວມເຮັດວຽກນຳກອງປະກວດ ໄດ້ສົມບູນແບບ.

ນ້ອງມີການກຽມຕົວ ແລະ ກຽມຄວາມພ້ອມຫລາຍຢ່າງສໍາຫລັບເວທີນີ້ ບໍ່ວ່າຈະເປັນບຸຄະລິກຂະພາບ, ກາຍະພາບ, ການວາງຕົວ, ຄວາມຫມັ້ນໃຈແລະລວມໄປເຖິງການສຶກສາຂໍ້ມູນວັດທະນະທຳ-ສັງຄົມ ເພີ່ມຕື່ມອີກດ້ວຍ

ຖ້າໄດ້ຕໍາແຫນ່ງ ນ້ອງຢາກຊ່ວຍເປັນກະບອກສຽງເພື່ອໃຫ້ນ້ອງໆ ໄວຫນຸ່ມທຸກຄົນ ແນມເຫັນແລະຫັນມາໃສ່ໃຈກ່ຽວກັບບັນຫາສັງຄົມຫລາຍຂຶ້ນ ແລະ ນ້ອງພ້ອມທີ່ຈະຊ່ວຍເຫລືອວຽກງານສາທາລະນະສຸກທີ່ເປັນບັນຫາອັນສຳຄັນໃນຕອນນີ້ ນອກນັ້ນ, ນ້ອງຍັງຢາກໄປຊ່ວຍເຜີຍແຜ່ເລື່ອງໂພຊະນາການກ່ຽວກັບແມ່ ແລະເດັກໃນເຂດຫ່າງໄກທີ່ຂໍ້ມູນຍັງເຂົ້າບໍ່ເຖິງໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະມີຊີວິດທີ່ດີຂື້ນເຊີ່ງນ້ອງຈະນຳຄວາມທີ່ໄດ້ຮຽນມາມາຊ່ວຍເຫລືອສັງຄົມໃຫ້ໄດ້ຫລາຍທີ່ສຸດ.

ກິດຈະກໍາໃນຍາມວ່າງຂອງນ້ອງແມ່ນ ຫລິ້ນກິລາຕີດອກປີກໄກ່, ອອກກໍາລັງກາຍ, ຊ້ອມຮ້ອງເພງ ແລະ ຫລາຍໆຢ່າງເລີຍ ສຸດທ້າຍນີ້ ນ້ອງເອງຂໍຂອບໃຈທຸກໆຄົນທີ່ເປັນກໍາລັງໃຈ ແລະ ແຮງເຊຍໃຫ້ນ້ອງ ໃນເສັ້ນທາງການປະກວດນາງສາວລາວ2021ຄັ້ງນີ້ ນ້ອງຈະເຮັດໃຫ້ເຕັມທີ່ ແລະ ເຮັດດີທີ່ສຸດ. ຂໍຝາກຊ່ອງທາງການຕິດຕາມ Facebook: Kuang Pien-Arom ແລະ Instagram: kuangkanlaya.

ຮູບ: Kuang Pien-Arom