ພາລູກຫຼານໄປສັກວັກຊິນປ້ອງກັນໂຄວິດເດີ້ ອາຍຸ 12-17 ປີ ສັກໄດ້ໝົດ

373

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ບັນລຸຕາມຄາດຫມາຍ 50% ໃນທ້າຍປີ 2021 ໂດຍສະເພາະ ກຸ່ມຜູ້ສູງອາຍຸ, ຜູ້ມີພະຍາດປະຈໍາຕົວ, ແມ່ຍິງຖືພາ, ຄົນພິການ ຫລື ເສຍຈິດ ແລະ ກຸ່ມປະຊາກອນທົ່ວໄປທີ່ຍັງບໍ່ທັນໄດ້ສັກວັກຊີນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມເປັນເອກະພາບ ແລະ ຮັບປະກັນປະສິດທິຜົນໃນການຈັດຕັ້ງປະຕິບັດ ພ້ອມນັ້ນ, ເພື່ອເປັນການກະກຽມຄວາມພ້ອມ ໃຫ້ແກ່ການສັກຢາວັກຊີນ ໃນກຸ່ມເດັກນ້ອຍ ອາຍຸ 12-17 ປີ.

ກະຊວງສາທາລະນະສຸກ ຈື່ງອອກແຈ້ງການ ສະບັບເລກທີ 1295/ສທ ລົງວັນທີ 14 ພະຈິກ 2021 ກ່ຽວກັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ກຸ່ມເດັກນ້ອຍ ອາຍຸ 12-17 ປີ, ຜູ້ສູງອາຍຸ, ຜູ້ມີພະຍາດປະຈໍາຕົວ, ແມ່ຍິງຖືພາ, ຄົນພິການ ຫລື ເສຍຈິດ ແລະ ກຸ່ມປະຊາກອນທົ່ວໄປ ທີ່ຍັງບໍ່ທັນໄດ້ສັກວັກຊີນ ໃນຂອບເຂດທົ່ວປະເທດ ໂດຍອີງຕາມ ຄໍາສັ່ງຂອງນາຍຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການສັກວັກຊີນກັນພະຍາດCovid19ສະບັບ ເລກທີ 24/ນຍ ລົງວັນທີ 10 ພະຈິກ 2021; ອີງຕາມ ກອງປະຊຸມປຶກສາຫາລື ກ່ຽວກັບການຕະລຸບບອນສັກວັກຊີນ Covid-19 ໃນທ້າຍປີ ຮ່ວມກັບພະແນກສາທາລະນະສຸກ 18 ແຂວງ ຄັ້ງວັນທີ່ 11 ພະຈິກ 2021.

ເຊິ່ງວ່າເນື້ອໃນລາຍລະອຽດແມ່ນມີດັ່ງນີ້: ໃຫ້ຫົວຫນ້າພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງວຽງຈັນ ຊີ້ນໍາໃຫ້ ຂະແຫນງແມ່ ແລະ ເດັກ/ສັກຢາກັນພະຍາດ, ຫ້ອງການສາທາລະນະສຸກເມືອງ, ໂຮງຫມໍຊຸມຊົນ ແລະ ໂຮງຫມໍນ້ອຍ ເພື່ອຈັດຕັ້ງປະຕິບັດ ການສັກວັກຊີນ ປ້ອງກັນພະຍາດ ໂຄວິດ-19 ໃນຈຸດຄົງທີ່ ແລະ ເຄື່ອນທີ່, ຈັດຕັ້ງຂະບວນການ ແບບຕະລຸມບອນ ເພື່ອໃຫ້ເຂົ້າໄປເຖິງປະຊາຊົນ ຜູ້ທີ່ຢູ່ຫ່າງໄກສອກຫຼີກ ໃນຂອບເຂດທົ່ວປະເທດ; ປະສານສົມທົບກັບອໍານາດການປົກຄອງ ຂັ້ນເມືອງ, ຂັ້ນບ້ານ ເພື່ອເກັບກໍາເປົ້າຫມາຍ ຕົວເລກສະຖິຕິຕົວຈິງຂອງກຸ່ມເປົ້າຫມາຍທີ່ຈະສັກຢາ ເຊັ່ນ ກຸ່ມເດັກນ້ອຍ ອາຍຸ 6-11 ປີ (ເກັບກໍາຂໍ້ມູນໄວ້ ແຕ່ຍັງບໍ່ທັນສັກໃຫ້ເທື່ອ).

ສຳລັບຜູ້ທີ່ມີອາຍຸ 12-17 ປີມີເທົ່າໃດ ຕ້ອງກຳນົດເປົ້າໝາຍໃຫ້ຊັດເຈນ, ກຸ່ມອາຍຸ 18 ປີຂື້ນໄປ ແລະ ຜູ້ສູງອາຍຸ, ຜູ້ມີພະຍາດປະຈໍາຕົວ, ແມ່ຍິງຖືພາ, ຄົນພິການ ຫລື ເສຍຈິດ ທີ່ຍັງບໍ່ໄດ້ສັກວັກຊີນ ຈະຕ້ອງໄດ້ໃຫ້ເຂົ້າມາສັກຢ່າງທົ່ວເຖິງ ດ້ວຍຮູບການຕະລຸມບອນ; ຖ້າສະດວກ ໄປມາໄດ້ ແມ່ນໃຫ້ມາສັກຢູ່ຈຸດບໍລິການສັກຢາ ທີ່ໄດ້ກໍານົດໄວ້, ຖ້າເຄື່ອນຍ້າຍບໍ່ໄດ້ (ເຈັບເປັນ, ອາຍຸສູງ ແລະ ອ່ອນເພຍ) ຕ້ອງໃຫ້ພະນັກງານໄປສັກ ຢູ່ກັບເຮືອນ;

ສໍາລັບຄົນເຈັບທີ່ນອນປິ່ນປົວຢູ່ໂຮງຫມໍແຕ່ລະຂັ້ນ ກ່ອນຈະອອກໂຮງຫມໍ ໃຫ້ທີມແພດໄປສັກວັກຊີນໃຫ້ເຂົາເຈົ້າ ເພື່ອຈະບໍ່ພາດໂອກາດ, ສຳລັບແມ່ຍິງຖືພາ ເຂົ້າມາກວດທ້ອງໃນສະຖານທີ່ບໍລິການ ແມ່ນໃຫ້ໄດ້ສັກວັກຊີນທຸກກໍລະນີ ຖ້າອາຍຸການຖືພາຫຼາຍກວ່າ 03 ເດືອນຂື້ນໄປ ໃຫ້ສັກຄົບສອງເຂັມ; ພ້ອມໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດການສັກວັກຊີນ ແອັດສະຕາເຊເນກາ (Astrazenaca) ເຂັມ 1, ເຂັ້ມ 2 (ສໍາລັບ ຜູ້ທີ່ໄດ້ສັກເຂັມ 01 ມາກ່ອນ ແລະ ຮອດເວລາສັກເຂັັມ 2) ທີ່ໄດ້ຮັບຈາກການແບ່ງປັນນັ້ນ ໃຫ້ຫມົດກ່ອນ ວັນທີ 30 ເດືອນ ພະຈິກ 2021, ໂດຍການເພີ້ມທະວີວຽກງານໂຄສະນາປະຊາສໍາພັນທຸກຮູບແບບ ເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງການສັກຢາ ແນໃສ່ຮັບປະກັນບໍ່ໃຫ້ວັກຊີນຫມົດອາຍຸ;

ພ້ອມນີ້, ໃຫ້ຈັດຕັ້ງປະຕິບັດ ການສັກວັກຊີນກັນພະຍາດ ໃນກຸ່ມເດັກນ້ອຍ ອາຍຸ 12-17 ປີ ເລີ່ມແຕ່ ເດືອນ ພະຈິກ 2021
ໂດຍນໍາໃຊ້ວັກຊີນ Sinopharm ພາຍຫຼັງໄດ້ຮັບການຝຶກອົບຮົມ ຈາກສູນຮັກສາສຸຂະພາບແມ່ ແລະ ເດັກ ໃນ ການນໍາໃຊ້ໃນກຸ່ມເປົ້າຫມາຍດັ່ງກ່າວ ໃຫ້ກັບແພດຫມໍ ຜູ້ປະຕິບັດເຂົ້າໃຈຢ່າງລະອຽດ ໃນການຈັດຕັ້ງປະຕິບັດ; ຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ ແລະ ຮອບດ້ານ ໃນການປັບປຸງແບບແຜນວິທີເຮັດວຽກ ໂດຍການມອບຂາດໂຕ ໃຫ້ບຸກຄົນຮັບຜິດຊອບ ມີການກວດກາຕິດຕາມ ແລະ ປະສານສົມທົບ ກັບອໍານາດການປົກຄອງ ເພື່ອໃຫ້ເພີ່ນໄດ້ມີຄວາມເປັນເຈົ້າການ ແນ່ໃສ່ເພື່ອຄວາມຍືນຍົງ.

ພ້ອມນີ້ໃຫ້ ພະແນກສາທາລະນະສຸກແຂວງ, ນະຄອນຫຼວງວຽງຈັນ ຂື້ນແຜນງົບປະມານໃຫ້ພຽງພໍ ແລະ ແຈກຢາຍງົບປະມານໃຫ້ເຖິງຂັ້ນເມືອງ ແລະ ໂຮງຫມໍນ້ອຍ ພ້ອມທັງສະຫຼຸບ ລາຍງານໃຫ້ຖືກລະບຽບການເງິນ; ສໍາລັບແຂວງທີ່ຍັງບໍ່ທັນສົ່ງ ແຜນງົບປະມານ ໃນເຄື່ອນໄຫວສັກວັກຊີນໂຄວິດ-19 ສະເຫນີໃຫ້ສົ່ງແຜນດັ່ງກ່າວ ໃຫ້ສູນຮັກສາສຸຂະພາບ ແມ່ ແລະ ເດັກ ບໍ່ໃຫ້ກາຍວັນທີ 15 ພະຈິກ 2021; ແລະ ໃຫ້ພະແນກສາທາລະນະສຸກແຂວງ, ນະຄອນຫຼວງວຽງຈັນ ຊອກວິທີຊ່ວຍ ຂັ້ນເມືອງ ແລະ ໂຮງຫມໍນ້ອຍ ໃນການປ້ອນຂໍ້ມູນການສັກວັກຊີນ ໃຫ້ສໍາເລັດ ແລະ ທັນເວລາ ພ້ອມນີ້, ສາມາດສົ່ງແບບຟອມລົງທະບຽນ/ໃບສະຫມັກໃຈຮັບ ວັກຊີນໂຄວິດ-19 ມາໃຫ້ ສູນຮັກສາສຸຂະພາບແມ່ ແລະ ເດັກ ເພື່ອຊ່ວຍປ້ອນຂໍ້ມູນ ແລະ ໃຫ້ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ບັນລຸຜົນຕາມຄາດຫມາຍ.