ຕ້ອງຮູ້ໄວ້ກ່ອນຊື້! ສິດຂອງການນໍາໃຊ້ທີ່ດິນເຂດ 2ເມືອງໃນ 12ບ້ານນີ້ຕ້ອງສະຫງວນ

1362

ຫ້ອງວ່າການນະຄອນຫລວງວຽງຈັນ ອອກແຈ້ງການສະບັບເລກທີ 083/ຫວນວ, ລົງວັນທີ 10 ພະຈິກ 2021 ເຖິງທ່ານເຈົ້າເມືອງໄຊເສດຖາ ແລະ ພາກສ່ວນກ່ຽວຂ້ອງຕະຫລອດເຖິງ ພໍ່ແມ່ປະຊາຊົນ, ຜູ້ທີ່ມີສິດໃຊ້ ແລະ ຜູ້ມີສິດນໍາໃຊ້ທີ່ດິນ ໃນຂອບເຂດພື້ນທີ່ຂອງໂຄງການ ເມືອງທັນສະໄຫມ (Smart City) ຫ້າມບໍ່ໃຫ້ປຸກສ້າງ, ຕໍ່ເຕີມ, ຊື້-ຂາຍ, ຊວດຈໍາ ຫຼື ໂອນສິດໃຊ້-ສິດນໍາໃຊ້ທີ່ດິນ, ຈົກຫນອງນໍ້າ,ຈົກດິນຂາຍ ຢູ່ຂອບເຂດໂຄງການພັດທະນາ ເມືອງທັນສະໄຫມ (SMart City) ນະຄອນຫຼວງວຽງຈັນ ຕາມແຜນທີ່ຂອບເຂດສຶກສາຄວາມເປັນໄປໄດ້ຂອງກົມທີ່ດິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮັບຮອງ ສະບັບເລກທີ 0371, ລົງວັນທີ 04 ກຸມພາ 2021.


ອີງຕາມ ໃບມອບສິດຂອງນາຍົກລັດຖະມົນຕີ ໃຫ້ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເຊັນບົດ ບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ໂຄງການພັດທະນາເມືອງທັນສະໄຫມ(SMART CITY) ສະບັບເລກທີ 78/ນຍ, ລົງວັນທີ 13 ກໍລະກົດ 2021; ອີງຕາມ ບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສໍາຫຼວດ, ສຶກສາຄວາມເປັນໄປໄດ້ ແລະ ອອກແບບເຂດພັດທະນາເມືອງທັນສະໄຫມ (SMART CITY) ຢູ່ເຂດບ້ານຫນອງແປນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສະບັບຄັ້ງວັນທີ 7 ສິງຫາ 2020 ແລະ ບົດບັນທຶກດັດແກ້ ສະບັບຄັ້ງວັນທີ 22 ມີນາ 2021 ແລະ ອີງຕາມ ຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາການສໍາຫຼວດ ແລະ ເກັບກໍາຂໍ້ມູນ ເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກ ຂອງໂຄງການພັດທະນາເມືອງທັນສະໄຫມ ນະຄອນຫຼວງວຽງຈັນ ຢູ່ເມືອງຫາດຊາຍຟອງ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສະບັບເລກທີ 538/ ຈນວ, ລົງວັນທີ 8 ກໍລະກົດ 2021;


ດັ່ງນັ້ນ, ຫ້ອງວ່າການນະຄອນຫຼວງວຽງຈັນແຈ້ງໃຫ້ຮູ້ວ່າ: ຂອບເຂດພື້ນທີ່ໂຄງການເມືອງທັນສະໄຫມ (Smart City) ທີ່ກົມທີ່ດິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຢັ້ງຢືນ ແລະ ຮັບຮອງ ເຂດສຶກສາຄວາມເປັນໄປໄດ້ຂອງໂຄງການ ຕາມເອກະສານສະບັບເລກ ທີ 0371, ລົງວັນທີ 04 ກຸມພາ 2021, ເຊິ່ງກວມຢູ່ໃນ 2 ເມືອງ ຄື: ເມືອງໄຊເສດຖາ ມີຈໍານວນ 5 ບ້ານ ເຊັ່ນ: ບ້ານຈອມສີ, ບ້ານນາຄວາຍໃຕ້, ບ້ານນາຄວາຍກາງ, ບ້ານນາໂນ ແລະ ບ້ານນາໄຫ ແລະ ເມືອງຫາດຊາຍຟອງ ມີຈໍານວນ 7 ບ້ານ ເຊັ່ນ: ບ້ານດົງໂພນແຮ່, ບ້ານຄໍາຈະເລີນ, ບ້ານຫນອງແປນເຫນືອ, ບ້ານຫນອງແປນໃຕ້, ບ້ານຊຽງຄວນ, ບ້ານທ່າພະ ແລະ ບ້ານຫນອງພົງ, ບັນດາບ້ານທີ່ກ່າວມາຂ້າງເທິງນັ້ນ ແມ່ນຈະໄດ້ເຂົ້າຮ່ວມ ແລະ ໃຫ້ຄວາມຮ່ວມມື ກັບ ບໍລິສັດ ໃນການລົງສໍາຫຼວດປັກຂອບເຂດ ພື້ນທີ່ຕົວຈີງ ຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 705/ຈນວ, ລົງວັນທີ 31 ສິງຫາ 2021.


ຫ້າມບໍ່ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕະຫຼອດຮອດພະນັກງານ, ທະຫານ, ຕໍາຫຼວດ ແລະ ພະນັກ ງານບໍານານ ເຂົ້າໄປບຸກລຸກ ຫຼື ກະທໍາການໃດໆ ຢູ່ຂອບເຂດໂຄງການພັດທະນາ ເມືອງທັນສະໄຫມ (Smart City) ນະຄອນຫຼວງວຽງຈັນ, ເຊິ່ງນອນໃນຂອບເຂດເມືອງຫາດຊາຍຟອງ ແລະ ເມືອງໄຊເສດຖາ, ຫ້າມບໍ່ໃຫ້ຕໍ່ເຕີມ, ປຸກສ້າງ, ຊື້-ຂາຍ, ແລກປ່ຽນ, ມອບ-ໂອນສິດໃຊ້ ແລະ ນໍາໃຊ້ທີ່ດິນ, ຊວດຈໍາ, ຈົກຫນອງນໍ້າ, ຈົກດິນຂາຍ, ທໍາການຜະລິດ, ພັດທະນາທີ່ດິນໃດໆ ຢູ່ຂອບເຂດໂຄງການພັດທະນາ ເມືອງທັນສະໄຫມ (Smart City) ນະຄອນຫຼວງວຽງຈັນ ເຊິ່ງນອນໃນຂອບເຂດເມືອງຫາດຊາຍຟອງ ແລະ ເມືອງໄຊເສດຖາ; ຫ້າມນາຍບ້ານ ແລະ ອົງການປົກຄອງຂັ້ນຕ່າງໆທີ່ກ່ຽວຂ້ອງ ເຊັ່ນຫນັງສືອະນຸມັດ ຫຼື ອໍານວຍຄວາມສະດວກໃດໆ ທີ່ເປັນການລະເມີດຕໍ່ຂໍ້ຫ້າມທີ່ໄດ້ກ່າວມາຂ້າງເທິງນັ້ນ.


ທັງນີ້, ມອບໃຫ້ເຈົ້າເມືອງຫາດຊາຍຟອງ ແລະ ເຈົ້າເມືອງໄຊເສດຖາ ລົງເຜີຍແຜ່ແຈ້ງການສະບັບນີ້ ໃຫ້ອົງການປົກຄອງບ້ານ, ຜູ້ອໍານວຍການບໍລິສັດ, ຫ້າງຮ້ານ, ຕະຫຼອດຮອດພະນັກງານ, ທະຫານ, ຕໍາຫຼວດ, ພະນັກງານບໍານານ, ເຈົ້າຂອງສິດໃຊ້, ສິດນໍາໃຊ້ທີ່ດິນ ແລະ ອົງການປົກຄອງຂັ້ນຕ່າງໆທີ່ກ່ຽວຂ້ອງ ຮັບຊາບຢ່າງທົ່ວເຖິງ ແລະ ປະຕິບັດຢ່າງເຂັ້ມງວດ.