ຊ້າງປ່າ 3 ໂຕລອດວຸດວິດ ຫຼັງຕົກລົງໜອງຕົມທີ່ບົວລະພາ

609

ໃນຄັ້ງວັນທີ 13-14 ພະຈິກ 2021 ທີ່ຜ່ານມາ ຢູ່ທີບ້ານວັງເງືອກ ເມືອງບົວລະພາ ການນຳເມືອງບົວລະພາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຕະຫລອດຮອດພໍ່,ແມ່ປະຊາຊົນ ໄດ້ພ້ອມໃຈກັນນຳເອົາຊ້າງປ່າຈຳນວນ 3 ໂຕ ຂື້ນຈາກໜອງໄດ້ສຳເລັດ.

ເນື່ອງຈາກໄດ້ມີຊ້າງປ່າຈຳນວນ 3 ໂຕ ຕົກລົງໜອງນໍ້າ ຢູ່ທີ່ບ້ານວັງເງືອກ ເຊິ່ງຊ້າງດັ່ງກ່າວແມ່ນເປັນຊ້າງໃນເຂດອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ 2 ພາຍຫລັງຊ່ວຍຊ້າງປ່າສຳເລັດແລ້ວຊ້າງປ່າກໍ່ກັບຄືນສູ້ທຳມະຊາດ.

ເຫັນແລ້ວເປັນຕາອີຕົນຊ້າງ 3 ໂຕດິ້ນຮົນຢ່າງສຸດຊີວິດຢາກອອກມາຈາກໜອງຕົມກໍ່ອອກມາບໍໄດ້ ທັງອິດເມື່ອຍຫີວໂຫຍ ແຕ່ເປັນຊ້າງປ່າປະຊາຊົນເຂດໃກ້ຄຽງກໍ່ບໍກ້າເຂົ້າໃກ້.

ແນວໃດກໍ່ຕາມ ດີໃຈທີ່ຊ້າງເຄາະຮ້າຍ 3 ໂຕນີ້ສາມາດອອກຈາກໜອງຕົມໄດ້ຢ່າງປອດໄພ