ທ່າການຕີກ໊ອຟ: ການວາງຕີນ, ຫົວເຂົ່າ, ລໍາຕົວ, ແຂນ, ມື, ບ່າໄຫຼ່ ແລະ ຫົວ

777

ໜັງສືພິມເສດຖະກິດ-ການຄ້າ ໄດ້ຮ່ວມມືກັບ ສະໜາມກ໊ອຟ ລາວຄັນທຣີ ຄລັບ ( lao country club golf course ) ສ້າງຄໍລໍາ ການຫຼິ້ນກ໊ອຟ ເພື່ອເປັນອີກໜຶ່ງຊ່ອງທາງສໍາລັບຄົນທີ່ຢາກຈະຫຼິ້ກກ໊ອຟ ແລະ ມືໃໝ່ ໄດ້ສຶກສາ, ຮຽນຮູ້ເຕັກນິກການຫຼິ້ນກ໊ອຟກ໊ອຟໃນຮູບແບບຕ່າງໆໄປນໍາກັນ ໃນແຕ່ລະອາທິດ, ເຊິ່ງມື້ນີ້ເຂົ້າສູ່ບົດທີ 5 ທ່າການຕີກ໊ອຟທີ່ຖືກຕ້ອງ.

ທ່າການຕີກ໊ອຟມີຄວາມສໍາຄັນຫຼາຍ ເປັນພື້ນຖານທີ່ນັກກ໊ອຟຄວນເຮັດໃຫ້ຕ້ອງ ເພາະມັນຈະມີຜົນຕໍ່ການສະວິງຂອງທ່ານ. ດັ່ງນັ້ນ ເຮົາໄປເບິ່ງ ທ່າການຕີກ໊ອຟ ຕາມທີ່ www.golfprojack.com/ ເວັບໄຊທ໌ທີ່ມີການລວບລວມທ່າການຕີກ໊ອຟຂອງນັກກ໊ອຟອາຊີບດັງໆຂອງໂລກຢ່າງ ໄທເກີ ວູດ ອະດີດນັກກ໊ອຟມື 1 ຂອງໂລກ ດັ່ງນີ້:

1.ວາງວາງຕີນ ເລີິ່ມຈຸດລຸ່ມສຸດຂອງຮ່າຍການ, ຕີນຄວນຢືນກ່າງກັນປະມານ ຄວາມກວ້າງຂອງບ່າໄຫຼ່ ( ຕີດ້ວຍເຫຼັກກາງ ), ບໍ່ແຄບ ຫຼື ກວ້າງເກີນໄປ ແລະ ແນວຂອງຕີນທອງສອງຄວນຈະຂະໜານກັບແນວຂອງເປົ້າໝາຍ ເຊິ່ງແນວຂອງການວາງຕີນຈະມີ 3 ລັກສະນະຄື:
-ຢືນເປັນແນວຕົງ: ແນວຂອງຕີນທອງສອງຈະຂະໜານກັບແນວຂອງເປົ້າໝາຍ
-ຢືນປິດ: ຕີນຊ້າຍຈະຢູ່ສູງກວ່າຕີນຂວາ, ແນວຂອງຕີນທັງສອງຈະຊີ້ໄປທາງຂວາຂອງເປົ້າໝາຍ ສົ່ງຜົນການເຄື່ອນທີ່ຂອງລູກກ໊ອຟຈະພຸ່ງຈາກຂວາໄປຊ້າຍ.
-ຢືນເປີດ: ຕີນຊ້າຍຈະຢູ່ຕໍ່າກວ່າຕີນຂວາ, ແຂວງຂອບຕີນທັງສອງຈະຊີ້ໄປທາງຊ້າຍຂອງເປົ້າໝາຍ ສົ່ງຜົນໃຫ້ການເຄື່ອນທີ່ຂອງລູກຈະພຸ່ງຈາກຊ້າຍຫາຂວາ.

ເຊິ່ງໂປຣແຈັກ ຜູ້ຂຽນໄດ້ເປີດເຜີຍເຄັດລັບວ່າ: ປາຍຂອງຕີນຊ້າຍຄວນຢືນເປັນມູມປະມານ 30 ອົງສາ ເພື່ອໃຫ້ເວລາທີ່ໜ້າໄມ້ປະທະກັບລູກ ຈະໄດ້ຢັນ ແລະ ຮັກສາການຊົງຕົວຂອງຮ່າງກາຍໄດ້ດີ, ສ່ວນປາຍຕີນຂວາເປີດພຽງ 10 ອົງສາ ເພາະຖ້າເປີດຫຼາຍໄປຈະເຮັດໃຫ້ລໍາຕົວໂຍກໄດ້ງ່າຍເວລາສະວິງກັບ.

ອີກໜຶ່ງເຄັດລັບໃນການຕີຄືນໍ້າໜັກຂອງການຢືນຄວນໃຫ້ນໍ້າໜັກການຢືນຄ່ອນຂ້າງໄປຢູ່ສົ້ນຕີນຕະຫຼອດເວລາສະວິງ ເພາະຈະເຮັດໃຫ້ຄວບຄຸມການຊົງຕົວຂອງຮ່າງກາຍໄດ້ດີ, ໝັ້ນຄົນ ແລະ ສາມາດຍື່ນຈົບໃນທ່າຈົບໄດ້ຢ່າງສົມດຸນ.

2.ຫົວເຂົ່າ: ເປັນຈຸດພັບຈຸດໜຶ່ງຂອງຮ່າງກາຍ ສໍາລັບທ່າຢືນໃນການຕີກ໊ອຟຈຸດພັບທີ່ຫົວເຂົ່າ ຈະເປັນລັກສະນະຄ້າຍໆກັບການຍໍ່ເຂົາລົງຈະນັ່ງຕັ່ງ ແລະ ໂນ້ມຕົວມາດ້ານໜ້າເລັກໜ້ອຍ.
ໂດຍເຄັດລັບຄວນໜີບຫົວເຂົ່າເຂົ້າຫາກັນເລັກໜ້ອຍ, ເຂົ້າທັງສອງຂ້າງບໍ່ຄວນກາງອອກ, ການໜີບຫົວເຂົ່າເຂົ້າຫາກັນເລັກໜ້ອຍຈະເຮັດໃຫ້ນໍ້າໜັກຂອງການຢືນຈະຢູ່ທີ່ຂ່າງດ້ານໃນຂອງຕີນທັງສອງຂ້າງ, ການຢືນ ຈະໝັ້ນຄົງບໍ່ໂອນອຽງເວລາ ສະວິງ ຕະຫຼອດເວລາ ແລະ ເຂົ່າຂວາຈະຖືກຢຶດໄວ້ເຮັດໃຫ້ການສະວິງໝັ້ນຄົງສູງຕາມໄປອີກດ້ວຍ. ນອກນັ້ນ, ມູມຂອງການງໍເຂົ້າຈະຄົງທີ່ຕະຫຼອດເວລາ.

3.ລໍາຕົວ: ທ່າການຢືນຕີກ໊ອອຟມີຈຸດພັບອີກຈຸດໜຶ່ງຄືທີ່ລໍາຕົວ ກໍຄືບໍລິເວນຕໍ່ລະຫວ່າງລໍາຕົວ ແລະ ຊ່ວງຂາ, ເຊິ່ງຸ້າເຮົາຢືນຕົງແລ້ວຍົກເຂົ່າຂຶ້ນມາກໍຈະສັງເກດເຫັນຈຸດພັບໄດ້ເປັນຢ່າງດີ, ການພັບ ຫຼື ການງໍໃນຈຸດນີ້ເຮັດໄດ້ພຽງເລັກໜ້ອຍເທົ່ານັ້ນ ແລະ ໃນການພັບນີ້ລໍາຕົວຕ້ອງຕົງ ເຊັ່ນດຽວກັບຫຼັງ.
4.ແຂນ: ເມື່ອເກີດການພັບຂຶ້ນ 2 ຈຸດຄືທີ່ຫົວເຊົ່າກັບລໍາຕົວແລ້ວ ແຂນທັງສອງກໍໃຫ້ປ່ອຍແຂນລົງມາຕາມແຮງໂນ້ມຖ່ວນຂອງໂລກ.
5.ມື: ຕໍາແໜ່ງຂອງມືໃນກາຈັບໄມ້ໃຫ້ຕົງກັບຕໍາແໜ່ງຫົວໃຈ ຫຼື ຢູ່ບໍລິເວນໜ້າຂາດ້ານຊ່າຍ ແລະ ຢູ່ຫ່າງຈາກລໍາຕົວປະມານຝາມື
-ຕໍາແໜ່ງຂອງມືທີ່ຖືກຕ້ອງໃຫ້ເຊັກເບິ່ງບ່ອນຈັບໄມ້ ເມື່ອຈັບໄມ້ ແລະ ຕໍາແໜ່ງຂອງມືທີ່ຖືກຕ້ອງ ບ່ອນຈັບໄມ້ຈະຢູ່ໃນແນວດຽວກັບສາຍແອວຂອງເຮົາ.

6.ບ່າໄຫຼ່: ບ່າດ້ານຂວາຈະຕໍ່າກວ່າດ້ານຊ່າງເລັກນ້ອຍ ເຊິ່ງເປັນໄປຕາມທໍາມະຊາດ ເນື່ອງມາຈາກການທີ່ເຮົາຈັບໄມ້ແລ້ວມືຂວາຈະຢູ່ດ້ານລຸ່ມ ຈິ່ງດຶງໃຫ້ຫົວບ່າໄຫຼ່ຂວາຕໍ່າລົງ.
7.ຫົວ: ຫົວຕ້ອງຢູ່ເປັນແນວດຽວກັນກັບແນວກະດູກສັນຫຼັງ ແລະ ບໍ່ກົ້ມໜ້າ
ທັງໝົດນີ້ເປັນເຄັດລັບໃນການຈັດລະບຽບຮ່າງກາຍສໍາລັບການຕີກ໊ອຟ ແລະ ທ່ານນັກກ໊ອຟສາມາດຝຶກຊ້ອມດ້ວຍຕົວເອງ ຈະເຮັດໃຫ້ທ່ານມີວົງສະວິງທີ່ສວຍງາມ ແລະ ໃຊ້ງານໄດ້ຢ່າງມີປະສິດທິພາບ.