ສໍານັກວິເຄາະສະຖິຕິ ຈັດອັນດັບ ນັກເຕະທີ່ພາບານໜີຄູ່ແຂ່ງ ດີທີ່ສຸດໃນເອີຣົບ

575

CIES football observatory ສໍານັກວິເຄາະສະຖິຕິເປີດເຜີຍຜົນການສຶກສາທີ່ເລືອກນັກຕເະ 50 ຄົນທີ່ມີທັກສະການພາບານໜີຄູ່ແຂ່ງດີທີ່ສຸດໃນພາກພື້ນເອີຣົບ ປະຈາລະດູການນີ້ ເຊິ່ງໃນນັ້ນບໍ່ມີ ລິໂອເນລ ເມສຊີ ກອງໜ້າຈອມເຕັກນິກຊາວອາກຊັງຕິນ ຢ່າງບໍ່ໜ້າເຊື່ອ.

ປາກົດວ່າ: ອະດາມາ ຕຣາໂອເຣ ກອງໜ້າຈາກທີມ ວູຟແຮມຕັນ ວັນເດີເຣີ ທີມໃນພຣີເມຍລີກ ອັງກິດ ຢູ່ອັນດັບ 1 ໂດຍມີສະຖິິຕິການພາບານໜີຄູ່ແຂ່ງໄດ້ສໍາເລັດເຖິງ 11,2 ຄັ້ງໃນທຸກໆ 100 ນາທີ ຄິດເປັນ 79%.

ອັນດັບ 2 ຣາຟາເອລ ເລອາ ຈາກເອຊີ ມິລານ ພາບານໜີຄູ່ແຂ່ງໄດ້ສໍາເລັດ 7,1 ຄັ້ງໃນທຸກໆ 100 ນາທີ ແລະ ອັນດັບ 3 ອັລແລ໊ງ ແຊງ-ມັກຊິແມັງ ກອງໜ້າຈາກນິວຄາສເຊິລ ຢູໄນເຕັດ ພາບານໜີິຄູ່ແຂ່ງໄດ້ສໍາເລັດ 7,02.