ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ, ໃນນັ້ນມີຊາຍອາຍຸ 23 ປີ

1330

ທ່ານ ດຣ ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄອບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງກ່ຽວກັບ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວ່າ ວັນທີ 14 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4.941 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 826 ຄົນ (ຕິດເຊື້ອພາຍໃນ ມີ 825 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ).


ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້
1 ຜູ້ທີ 1 ເພດຊາຍ, ອາຍຸ 93 ປີ, ບ້ານນາອີນ, ເມືອງປາກກະດິງ, ແຂວງບໍລິຄຳໄຊ
ພະຍາດປະຈໍາຕົວ: ເປັນຫືດຊໍ້າເຮື້ອ ແລະ ຄວາມດັນເລືອດສູງ, ຜ່ານມາໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຄົບ, ຄອບຄົວມີສະມາຊິກ ມີ 09 ຄົນ ແມ່ນຕິດເຊື້ອທັງໝົດ
ວັນທີ 6 ພະຈິກ 2021 ກວດຊອກຫາໂຄວິດ-19 ຍ້ອນຫຼານຊາຍ ຢັ້ງຢືນຕິດເຊື້້ອ ພະຍາດໂຄວິດ-19 ແລ້ວ ເຂົ້າສູນປີ່ນປົວສະໂມສອນດອກປີກໄກ່ຂອງແຂວງ.


ວັນທີ 11 ພະຈິກ 2021 ຜູ້ກ່ຽວ ໄດ້ຖືກຍ້າຍໄປສູນປີ່ນປົວຫຼັກ 6 ຍ້ອນອາການຫືດສູງ ແລະ ມີໄຂ້, ວັນທີ 14 ພະຈິກ 2021 ຄົນເຈັບມີອາການໜັກຂື້ນ, ກະວົນກະວາຍ, ຫາຍໃຈລຳບາກ, ສະຕິບໍ່ໄດ້, ມາຮອດເວລາ 18:44 ໂມງ ຜູ້ກ່ຽວໄດ້ເສຍຊີວິດ
2 ຜູ້ທີ 2 ເພດຍິງ, ອາຍຸ 80 ປີ, ອາຊີບ ປະຊາຊົນ, ບ້ານເວີນຄຳ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ພະຍາດປະຈໍາຕົວ ພະຍາດຫົວໃຈ ແລະ ໝາກໄຂ່ຫຼັງຊຸດໂຊມ ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19, ຄົນໃນຄອບຄົວຕິດເຊື້ອ, ວັນທີ 30 ຕຸລາ 2021 ເຂົ້ານອນຢູ່ພະແນກຊືມເຊື້ອ ຂອງໂຮງໝໍເສດຖາທິລາດ ຍ້ອນກວດພົບເຊື້ອພະຍາດໂຄວິດ-19
ໄລຍະເວລາທີ່ນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 30 ຕຸລາ ຫາ 14 ພະຈິກ 2021, ເປັນເວລາ 16 ວັນ ແລະ ມາຮອດເວລາ 11:07 ໂມງ ຂອງວັນທີ 14 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ


3 ຜູ້ທີ 3 ເພດຍິງ, ອາຍຸ 83 ປີ, ບ້ານຫ້ວຍຊາຍເໜຶອ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
ພະຍາດປະຈຳຕົວ ໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງ ແລະ ເບົາຫວານ, ຜ່ານມາໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຄົບ
ວັນທີ 13 ພະຈິກ 2021 ເຂົ້ານອນໂຮງໝໍແຂວງ ດ້ວຍອາການຊຸດໂຊມທາງລະບົບຫາຍໃຈ, ບໍ່ໄດ້ສະຕິ, ແພດ ໄດ້ນຳສົ່ງເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມ ພ້ອມເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-19 ແລະ ຜົນກວດພົບເຊື້ອ.
ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 13-14 ພະຈິກ 2021, ເປັນເວລາ 1 ວັນ ແລະ ມາຮອດເວລາ 7:30 ໂມງ ຂອງວັນທີ 14 ພະຈິກ 2021 ຄົນເຈັບໄດ້ເສຍຊີວິດ


4 ຜູ້ທີ 4 ເພດຊາຍ, ອາຍຸ 23 ປີ, ຢູ່ສະຖານທີ່ຄຸມຂັງໂພນຕ້ອງ ແຕ່ເດືອນສິງຫາ 2021
ວັນທີ 14 ພະຈິກ 2021 ເວລາ 19:30 ໂມງ ສະຖານທີ່ຄຸມຂັງໂພນຕ້ອງ ໄດ້ພາຜູ້ກ່ຽວໄປກວດຢູ່ໂຮງຫມໍ 109, ຍ້ອນມີອາການໄອ, ຫາຍໃຈຍາກ, ແໜ້ນໜ້າເອີກ ແລະ ຜົນກວດອອກມາພົບເຊື້ອໂຄວິດ-19 ໃນໄລຍະດຳເນີນການນຳສົ່ງຄົນເຈັບໄປຍັງສະຖານທີ່ປິ່ນປົວ, ເວລາ 20:15 ໂມງ ຜູ້ກ່ຽວກໍ່ໄດ້ເສຍຊີວິດລົງ

5 ຜູ້ທີ 5 ເພດຍິງ, ອາຍຸ 55 ປີ, ອາຊີບ ປະຊາຊົນ, ບ້ານໄຜ່ລ້ອມ, ເມືອງໄຊທານີ, ນະຄອນຫລວງ ພະຍາດປະຈຳຕົວ ເບົາຫວານ ຜ່ານມາໄດ້ສັກວັກຊີນກັນໂຄວິດ-19 ຄົບ ວັນທີ 13 ພະຈິກ 2021: ຜູ້ກ່ຽວມາກວດຢູ່ໂຮງໝໍມິດຕະພາບ ດ້ວຍອາການອິດເມື່ອຍ, ຫາຍໃຈຫອບ, ສະຕິ

,
ງ້ວງຊຶມ, ຖືຄີງໄຂ້, ຈຶ່ງໄດ້ເກັບຕົວຢ່າງກວດຊອກຫາໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ ພ້ອມທັງ ເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ແຕ່ວັນທີ 13-14 ພະຈິກ 2021 ເປັນເວລາ 2 ວັນ ຮອດເວລາ 18:00ໂມງ ຂອງວັນທີ 14 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດ
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.