ຍິນດີດ້ວຍ ໂຕ້ ທິບພະທອນ ວິລະວົງສາ ຜ່ານເຂົ້າຮອບ 30ຄົນແລ້ວ ໃນເວທີ Face Of Asia

881

ໃນທີ່ສຸດຫນຸ່ມຫລໍ່ຄົນນີ້ກໍ່ເຮັດໄດ້ ຜ່ານເຂົ້າຮອບ 30ຄົນສຸດທ້າຍເປັນທີ່ຮຽບຮ້ອຍແລ້ວ ສໍາລັບຕົວແທນປະເທດລາວ ໃນການປະກວດ Face Of Asia ແລະ ຫນຸ່ມໂຕ້ກໍ່ເຮັດຜົນງານໄດ້ດີ ຈົນສາມາດໄດ້ຄະແນນ 5ດາວຈາກຄະນະກໍາມະການເລີຍ ໃນປີນີ້ແມ່ນປະເທດເກົາຫລີເປັນຜູ້ຈັດການປະກວດ ແຕ່ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃນປີນີ້ຈຶ່ງໄດ້ຈັດການປະກວດຜ່ານທາງອອນລາຍເທົ່ານັ້ນ.

ແຕ່ເຖິງຢ່າງໃດຫນຸ່ມໂຕ້ກໍ່ເຮັດດີດີສຸດ ຈົນສາມາດຜ່ານດ່ານເຂົ້າຮອບ 30ຄົນເປັນທີ່ຮຽບຮ້ອຍ ແລະ ແຟນໆຊາວລາວກໍ່ຢ່າລືມເຊຍ ແລະ ໂຫວດໃຫ້ຫນຸ່ມຕົວແທນຂອງລາວເຮົາໃຫ້ໄດ້ເຂົ້າໄປໃນຮອບທີ່ເລິກໆກວ່ານີີ້ ຈົນສາມາດໄດ້ຕໍາແຫນ່ງມາຝາກຊາວລາວເຮົາດ້ວຍ ເຊິ່ງໃນຮອບຕໍ່ໄປຈະເປັນການໂຫວດແບບຈັບຄູ່ ເຊິ່ງປະເທດລາວເຮົາຈະໄດ້ໂຫວດແຂ່ງກັບ ປະເທດ ກຳປູເຈຍ ເຊິ່ງວິທີການໂຫວດຈະນັ້ນແມ່ນຕິດຕາມໄດ້ຜ່ານທາງເພຈຂອງກອງປະກວດ Face Of Laos.

ສໍາລັບຫນຸ່ມໂຕ້ ຊະນະໂຄງການປະກວດ Face Of Laos 2021 ເມື່ອບໍ່ດົນມານີ້ ແລະ ກໍາລັງເຂົ້າຮ່ວມການແຂ່ງຂັນ Face Of Asia ທີ່ກໍາລັງຈັດແຂ່ງຂັນຢູ່ທາງອອນລາຍ ເຮົາມາທໍາຄວາມຈັກກັບກັບຫນຸ່ມຄົນນີ້ອີກຄັ້ງໃຫ້ເລິກຂຶ້ນກວ່າເກົ່າ ວ່າເປັນໃຜມາຈາກໃສ ແລະ ຫນຸ່ມຫລໍ່ຄົນນີ້ກໍຄື ທິບພະທອນ ວິລະວົງສາ ຫຼືວ່າ ໂຕ້ ປັດຈຸບັນອາຍຸ 23ປີ, ຈົບການສຶກສາຈາກມະຫາວິທະຍາໄລແຫ່ງຊາດ ແລະ ຢູ່ສັງກັດ ທາລາ ອາຄາເດມີ.

ແລະ ຫນຸ່ມໂຕ້ເຄີຍໄດ້ໃຫ້ສໍາພາດກັບທີມງານຂ່າວບັນເທີງຂອງພວກເຮົາວ່າ: ເມື່ອໄດ້ຕໍາແຫນ່ງມາຄອງແລ້ວ ສິ່ງທີ່ນ້ອງຢາກຈະເຮັດເພື່ອຊ່ວຍເຫລືອສັງຄົມຄື ນ້ອງຢາກເຮັດໂຄງການຊ່ວຍເຫລືອແບ່ງປັນຜູ້ສູງອາຍຸ ແລະ ເດັກນ້ອຍທີ່ດ້ອຍໂອກາດ ເພື່ອສະໜັບສະໝູນໃຫ້ເຂົາເຈົ້າມີກໍາລັງໃຈ ແລະ ສູ້ຊົນໃນການດໍາລົງຊີວິດ ແລະ ຫວັງວ່າຖ້ານ້ອງມີໂອກາດ ຢາກຈະເຮັດໂຄງການນີ້ຂຶ້ນມາ ເພື່ອຊ່ວຍເຫລືອສັງຄົມໃຫ້ໄດ້ຫລາຍທີ່ສຸດ ແລະ ຍັງມີຄວາມໄຝ່ຝັນສູງສຸດ ໃນວົງການບັນເທີງຄື ຢາກຈະໄປເດີນແບບ fashion week ຢູ່ຕ່າງປະເທດ ຫລາຍໆປະເທດເລີຍ.

ສໍາລັບ ການກຽມຂອງໂຕ້ຖືວ່າ ຂ້ອນຂ້າງທີ່ຈະໄວຫລາຍ ບໍ່ວ່າຈະເປັນຮູບຮ່າງ, ຫນ້າຕາ, ທັກສະໃນການເດີນແບບ ຖ່າຍແບບ ແລະ ການຕອບຄໍາຖາມ talent show ຕ່າງໆ ເຊິ່ງມັນມີເວລາທີ່ຈໍາກັດ ແຕ່ເຮົາກໍຕ້ອງເຮັດການບ້ານຢ່າງຫນັກ ແລະ ກຽມໂຕໃຫ້ພ້ອມ ເພື່ອທີ່ຈະໄປຄ້ວາໄຊຊະນະນັ້ນມາໃຫ້ເປັນຄວາມພາກພູມໃຈຂອງຕົນເອງ ແລະ ຄົນລາວເຮົາໃຫ້ໄດ້.

ສ່ວນຜົນງານຂອງໂຕ້ເອງ ທີ່ຜ່ານມີກໍມີຜົນງານເຊັ່ນ: ການຖ່າຍແບບ, ເດີນແບບ, ສະແດງຊີຣີ, ຖ່າຍໂຄສະນາ ແລະ ອື່ນໆ ສໍາລັບ ຍາມວ່າງໂຕ້ຈະມັກເບິ່ງຢູ່ທູບທີ່ເປັນລາຍການເວົ້າພາສາອັງກິດ ເພື່ອຮຽນຮູ້ທັກສະໃນການເວົ້າ ແລະ ມັກຮ້ອງເພງ ສ່ວນການເບິ່ງແຍງຕົນເອງແມ່ນເປັນສິ່ງສໍາຄັນຫລາຍ ເຮົາຕ້ອງມີໂຕຊ່ວຍໃນການບໍາລຸງຜິວຫນ້າ ນອກນັ້ນຍັງຕ້ອງອອກກໍາລັງກາຍໃຫ້ສະຫມໍ່າສະເຫມີ ເພື່ອໃຫ້ສຸຂະພາບດີ, ມີຮູບຮ່າງຫນ້າຕາທີ່ສົດໃສ.

ສຸດທ້າຍນີ້ ໂຕ້ກໍຂໍໃຫ້ທຸກຄົນຊ່ວຍໂຫວດຊ່ວຍເຊຍ ແລະ ເປັນກໍາລັງ ໃຫ້ຕົວແທນຂອງປະເທດລາວເຮົາແນ່ເດີ້ ເພື່ອໃຫ້ໄດ້ເຂົ້າຮອບເລິກໆ ແລະ ໄປເຖິງຄວ່າມຝັນທີ່ຕັ້ງໄວ້ ຂອບໃຈ. ສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆຂອງນ້ອງໄດ້ຜ່ານທາງ ເຟສບຸກສ່ວນຕົວ To Thipphatthone ແລະ ເພຈຂອງໂຄງການ Face Of  Laos.

ຮູບ: To Thipphatthone