ອະດີດການນຳຂັ້ນສູງລົງຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ

521

ໃນວັນທີ 12 ພະຈິກ ຜ່ານມາ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ສົມດີ ດວງດີ ອະດີດຮອງນາຍົກລັດຖະມົນຕີ ອະດີດລັດ ຖະມົນຕີກະຊວງການເງິນ, ທ່ານ ປອ ສຸພັນ ແກ້ວມີໄຊ ອະດີດລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ກິແກ້ວ ຈັນທະບູລີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຫົວໜ້າຄະນະເລຂາທິການວິທະຍາສາດ ແລະ ສະພາທິດສະດີສູງການພັກ ໄດ້ລົງເຄື່ອນໄຫວຢ້ຽມຢາມເພື່ອຊຸກຍູ້ສົ່ງເສີມພາກທຸລະກິດ ແລະ ເບິ່ງ ຄວາມຄືບໜ້າການພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນຂອງບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ ທີ່ຕັ້ງຢູ່ເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຕ້ອນຮັບໂດຍທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ, ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ, ທ່ານ ສີລາ ວຽງແກ້ວ ຮອງປະທານກຳ ມະການບໍລິຫານການຄ້າ ແລະ ລະບຽບການບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ພ້ອມດ້ວຍພະນັກງານຫຼັກແຫຼ່ງບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈໍາກັດ.

อาจเป็นรูปภาพของ 1 คน, กำลังยืน และ สถานที่ในร่ม

อาจเป็นรูปภาพของ 3 คน, ผู้คนกำลังนั่ง และ สถานที่ในร่ม

ໂອກາດດຽວກັນ, ບັນດາທ່ານອະດີດການນຳຂັ້ນສູງຂອງລາວໄດ້ຮັບຟັງລາຍງານສະພາບຄວາມເປັນມາ ແລະ ການລົງທຶນພັດທະນາໂຄງການ ຈາກ ທ່ານ ຈັນທອນ ສິິດທິໄຊ ປະທານບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ, ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໃຫຍ່ທ່າບົກທ່ານາແລ້ງ ແລະ ທ່ານ TeeChee Seng ຮອງປະທານບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ ເຊິ່ງໂຄງການດັ່ງກ່າວເປັນໂຄງການໃຫຍ່ມີມູນຄ່າການລົງທຶນຫຼາຍຮ້ອຍລ້ານໂດລາສະຫະລັດທີ່ນັກທຸລະກິດພາຍໃນເຫັນໄດ້ອະນາຄົດ ໃນການພັດທະນາ ຈຶ່ງໄດ້ມີຄວາມຕັດສິນໃຈສູງພັດທະນາໂຄງການນີ້ຂຶ້ນມາ ເນື່ອງຈາກປະເທດລາວເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ໂຄງການນີ້ຈະເປັນໂຄງການໜຶ່ງໃນການພັດທະນາເສດຖະກິດຂອງລາວໃນອະນາຄົດເນື່ອງຈາກທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກເປັນຈຸດບໍລິການການຂົນສົ່ງເຊື່ອມຕໍ່ລະຫວ່າງປະເທດໃນພາກພື້ນ ແລະ ຈະເປັນໂຄງການຕົວແບບໃນອະນາຄົດທີ່ຈະສ້າງລາຍຮັບໃຫ້ບໍລິສັດ ແລະ ລັດຖະບານທີ່ໄດ້ຈາກລາຍຮັບກິດຈະການອ້ອມຂ້າງ.

อาจเป็นรูปภาพของ 1 คน และ กลางแจ้ง

ໂຄງການພັດທະນາ Laos Logistics Link (LLL) ເຊິ່ງລວມມີ: 1.ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ 2. ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ 3.ເສັ້ນທາງລົດໄຟລາວ-ຫວຽດນາມ ແລະ 4.ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2.000 MV ທີ່ແຂວງຄໍາມ່ວນ ສະເພາະໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດວຽງຈັນໂລຊິດສະຕິກນະຄອນຫຼວງວຽງຈັນໄດ້ແນໃສ່ຜັນຂະຫຍາຍນະໂຍບາຍຂອງລັດຖະບານລາວໃນການຫັນປະເທດລາວໃຫ້ເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອານຸພາກພື້ນແມ່ນໍ້າຂອງ ແລະ ສາກົນ ເຊິ່ງຈຸດທີ່ຕັ້ງຍຸດທະສາດດັ່ງກ່າວຈະເຮັດໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າລະຫວ່າງອາຊຽນ-ສປ ຈີນ-ເອີຣົບ ພາຍຫຼັງການເປີດນໍາໃຊ້ໂຄງ ການເສັ້ນທາງລົດໄຟລາວ-ຈີນໃນທ້າຍປີນີ້. ຈຸດປະສົງຫຼັກຂອງໂຄງການທ່າບົກທ່ານາແລ້ງເພື່ອຫຼຸດຜ່ອນຕົ້ນທຶນການຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກຜ່ານດ່ານຂົວມິດຕະພາບແຫ່ງທີ 1 ນະຄອນຫຼວງວຽງຈັນ-ແຂວງໜອງຄາຍ ປະເທດໄທ ຈາກທີ່ມີຢູ່ປັດຈຸບັນລົງ 40% ຮອດປີ 2025 ເຮັດໃຫ້ລາວເຮົາບໍ່ພຽງແຕ່ເປັນທາງຜ່ານ ແຕ່ເປັນສູນກາງເຊື່ອມໂຍງການຄ້າລະຫວ່າງປະເທດອັນເປັນທີ່ຍອມຮັບຈາກເຄືອຂ່າຍຂົນສົ່ງລະ ຫວ່າງປະເທດໃຫ້ເປັນຈຸດໝາຍປາຍທາງ ແລະ ເປັນພື້ນຖານຈຸດຜ່ານທີ່ສຳຄັນ ຕອບສະໜອງຍຸດທະສາດການເຊື່ອມໂຍງຂອງລັດຖະບານລາວ ແລະ ການເຕີບໂຕແບບຢືນຍົງຂອງເສດຖະກິດແຫ່ງຊາດ.

อาจเป็นรูปภาพของ 1 คน

อาจเป็นรูปภาพของ 8 คน และ สถานที่ในร่ม

ສ່ວນໂຄງການວຽງຈັນໂລຊິດສະຕິກພາກ (VLP) ແມ່ນໜຶ່ງໃນໂຄງການບູລິມະສິດຍຸດທະສາດການພັດທະນາໂລຊິດສະຕິກແຫ່ງຊາດ (ປີ 2016-2030) ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກະຄອນຫຼວງວຽງຈັນຕັ້ງຢູ່ເຂດທໍາເລທີ່ສໍາຄັນ ແລະ ມີພື້ນທີ່ກວ້າງຂວາງ 382 ເຮັກຕາ ພ້ອມດ້ວຍສິດທິພິເສດສະເພາະຈາກລັດຖະບານລາວ ໃນຖານະໂຄງການບູລິມະສິດໃນການຜັນຂະຫຍາຍຍຸດທະສາດການພັດທະນາໂລຈິສຕິກແຫ່ງຊາດ ແລະ ການຫັນປະເທດລາວຈາກປະເທດບໍ່ມີຊາຍແດນຕິດກັບທະເລສູ່ປະ ເທດແຫ່ງການເຊື່ອມຈອດອານຸພາກພື້ນ ແລະ ສາກົນ ເຂດວຽງຈັນໂລຊິດສະຕິກນະຄອນຫຼວງວຽງຈັນເປັນແຫຼ່ງລົງທຶນທີ່ໜ້າສົນໃຈທີ່ສຸດແຫ່ງໜຶ່ງທີ່ອຳນວຍຄວາມສະດວກບໍ່ວ່າທາງດ້ານໂຄງຮ່າງພື້ນຖານດ້ານ ການຄົມມະນາຄົມທີ່ມີການເຊື່ອມຕໍ່ກັບທ່າບົກ ເສັ້ນທາງລົດໄຟລາວ-ໄທ ແລະ ລາວ-ຈີນ, ທາງຫຼວງແຫ່ງຊາດ, ສະໜາມບິນ ແລະ ສາມາດເຊື່ອມຕໍ່ກັບທ່າເຮືອຫວຸ້ງອ່າງ. ໃນອະນາຄົດ ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ເປັນເຂດໂລຈິສຕິກຄົບວົງຈອນຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວທີ່ລວມເອົາ 5 ເຂດສຳຄັນໄວ້ໃນຈຸດດຽວກັນຄື: ສາງເກັບນໍ້າມັນ ເຂດໂລຊິດສະຕິກ ເຂດການຄ້າເສລີ ທ່າບົກທ່ານາແລ້ງ ແລະ ເຂດຜະລິດ ແລະ ປຸງແຕ່ງສິນຄ້າ ເພື່ອສົ່ງອອກເປັນເຂດທີ່ທັນສະ ໄໝ ແລະ ວ່ອງໄວທີ່ສຸດໃນພາກພື້ນ. ນອກນັ້ນເຂດໂລຊິດສະຕິກນະຄອນຫຼວງວຽງຈັນຍັງຈະໄດ້ຈັດສັນໂຄງຮ່າງພື້ນຖານດ້ານສາທາລະນຸປະໂພກທີ່ໄດ້ມາດຕະຖານ ແລະ ຄຸນນະພານສູງ ເພື່ອຕອບສະໜອງຕາມຄວາມຕ້ອງການຢ່າງພຽງພໍ ແລະ ໝັ້ນໃຈວ່າທຸກກິດຈະກຳ ແລະ ທຸລະກິດໃນເຂດໂລຊິດສະຕິກນະຄອນຫຼວງວຽງຈັນສາມາດນຳໃຊ້ ແລະ ດຳເນີນທຸລະກິດໄດ້ຢ່າງສະດວກສະບາຍ.

อาจเป็นรูปภาพของ 10 คน, ผู้คนกำลังยืน และ กลางแจ้ง

ພາຍຫຼັງໄດ້ຮັບຟັງການລາຍງານ ແລະ ຢ້ຽມຢາມເບິ່ງພາກສະໜາມຂອງໂຄງການ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ມີຄໍາເຫັນ ກ່ອນອື່ນທ່ານໄດ້ສະແດງຄວາມດີໃຈຕໍ່ການພັດທະນາໂຄງການ ທີ່ເປັນຮູບປະທໍາເທື່ອລະກ້າວ ແລະ ຄິດວ່າພາຍຫຼັງການກໍ່ສ້າງສໍາເລັດເຂດດັ່ງກ່າວຈະຊ່ວຍແກ້ໄຂບັນຫາຕ່າງໆສອດຄ່ອງກັບຍຸດທະສາດ ແຜນການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ພ້ອມນັ້ນເຫັນວ່າໂຄງການດັ່ງກ່າວມີຄວາມສອດຄ່ອງກັບພາກພື້ນ ແລະ ສາກົນ. ທ່ານຍັງໄດ້ສະແດງຄວາມຊົມເຊີຍມາຍັງທ່ານ ຈັນທອນ ສິດທິໄຊ ທີ່ເປັນນັກທຸລະກິດໜຸ່ມລາວທີ່ມີແນວຄວາມຄິດ ແລະ ວິໄສທັດກວ້າງໄກໃນການພັດທະນາໂຄງການນີ້ທີ່ຈະສ້າງຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ປະເທດຊາດ. ນອກນີ້ທ່ານຍັງໄດ້ໃຫ້ທິດຊີ້ນຳຕໍ່ຜູ້ບໍລິຫານບໍລິສັດກໍຄືໂຄງການຈົ່ງສ້າງຊັບພະຍາກອນມະນຸດໃຫ້ຖືກເປົ້າໝາຍເພື່ອມາຮັບໃຊ້ໂຄງ ການ ໃຫ້ເບິ່ງຄືນໂດຍສະເພາະຕ້ອງສຶກສາດ້ານກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງຕ່າງໆ ການເຈລະຈາຕໍ່ລອງກັບຕ່າງປະເທດ ພ້ອມນີ້ບໍລິສັດກໍຕ້ອງຂຽນແຜນໂຄງການແຕ່ລະວຽກໃຫ້ ລະອຽດເພື່ອໃຫ້ລັດຖະບານ ແລະ ສັງຄົມໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈຫຼາຍຂຶ້ນຕື່ມກ່ຽວກັບໂຄງການຂອງບໍລິສັດທີ່ພວມຈັດຕັ້ງປະຕິບັດໃຫ້ດຳເນີນໄປຢ່າງມີຜົນສຳເລັດຢ່າງຈົບງາມ.