ໂຣນັລໂດ ນໍ້າຕາຕົກຫຼັງພາ ປ໊ອກຕຸຍການ ເສຍທ້າຍເກມ ຕ້ອງໄປລຸ້ນຮອບເພລອ໊ອຟຄັດບານໂລກ 2022

534

ເປັນຫຍັງທີ່ເຈັບເຫຼືອເກີນສໍາລັບ ຄຣິສເຕຍໂນ ໂຣນັລໂດ ກອງໜ້າທີມຊາດປ໊ອກຕຸຍການ ຈົນຮ້ອງໄຫ້ ຫຼັງຈາກທີ່ຖືກ ແຊກບີ ຍິງປະຕູທ້າຍເກມແຊງເອົາຊະນະ ປ໊ອກຕຸຍການ 2-1 ໃນການແຂ່ງຂັນບານໂລກ 2022 ຮອບຄັດເລືອກ ໂຊນເອີຣົບ ກຸ່ມ A ນັດສຸດທ້າຍ ເມື່ອວັນທີ 14 ພະຈິກ ທີ່ຜ່ານມາ.

ນັດດັ່ງກ່າວ ປ໊ອກຕຸຍການ ຂຶ້ນນໍາ 1-0 ຢ່າງໄວວານາທີໆ 2 ຈາກການຍິງຂອງ ຫຼຸຍ ຊານເຊຊ ກ່ອນທີ່ ນາທີໆ 33 ແຊັກບີ ໄລ່ມາເປັນ 1-1 ຈາກການຍິງຂອງ ດູຊັນ ທາດິກ ຫຼັງຈາກທີ່ເກມທໍາທ່າວ່າຈະສະເໝີກັນ ເພາະວ່າຖ້າຈົບຄະແນນນີ້ ປ໊ອກຕຸຍການ ຈະຄວ້າແຊັມກຸ່ມ ແລະ ຜ່ານເຂົ້າຮອບສຸດທ້າຍ ຈາການມີ 18 ຄະແນນເທົ່າກັນ, ແຕ່ ປ໊ອກຕຸຍການ ມີປະຕູໄດ້ເສຍດີກວ່າ ແຕ່ເຫດການບໍ່ຄາດຄິດກໍເກີດຂຶ້ນນາທີໆ 90 ເມື່ອ ອາເລັກຊານດາ ມິໂຕຣວິກ ຍິງປະຕູໄຊໃຫ້ກັບ ແຊກບີ ພິກເອົາຊະນະ ປ໊ອກຕຸຍການ 2-1.

ຈາກຜົນດັ່ງກ່າວ ເຮັດໃຫ້ ແຊກບີ ເກັບເພີ່ມເປັນ 20 ຄະແນນແຊງ ປ໊ອກຕຸຍການ ເຂົ້າໄປຫຼິ້ນຮອບສຸດທ້າຍໃນຖານະແຊັມກຸ່ມ A ທັນທີ, ສ່ວນ ປ໊ອກຕຸຍການ ຢູ່ອັນດັບ 2 ຂອງກຸ່ມຈາກການມີ 17 ຄະແນນຕ້ອງໄປລຸ້ນໃນຮອບເພລອ໊ອຟຕໍ່ໄປ.

ແນ່ນອນຫຼັງຈົບການແຂ່ງຂັນ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຕົວຄວາມຫວັງຂອງ ປ໊ອກຕຸຍການ ເຖິງກັບນັ່ງລົງກັບພື້ນ ພ້ອມກັບນໍ້າຕາໄຫຼອອກມາ ເນື່ອງຈາກບໍ່ເຊື່ອວ່າທີມຈະເສຍປະຕູທ້າຍເກມ ຈົນຕ້ອງໄປລຸ້ນໃນໂຄ້ງສຸດທ້າຍໃນຮອບເພລອ໊ອຟ ເພື່ອເຂົ້າຮອບ ເຮັດໃຫ້ເພື່ອນຮ່ວມທີມຕ້ອງເຂົ້າມາປອບໃຈເອົາ.