5 ມາດຕະການຜ່ອນຜັນ ເລີ່ມ 15 ພະຈິກ ຈົນກວ່າຈະມີການຖະແຫຼງໃໝ່

833

ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ,ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ.ໄດ້ຖະແຫລງຂ່າວ, ກ່ຽວກັບ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ ໂຄວິດ-19 ໃນໄລຍະ ວັນທີ 15 ພະຈິກ 2021 ເປັນຕົ້ນໄປ.
ສໍາລັບ ມາດຕະການຜ່ອນຜັນ ເລີ່ມ 15 ພະຈິກ ຈົນກວ່າຈະມີການຖະແຫຼງໃໝ່ ມີດັ່ງນີ້


1 ບັນດາຫົວໜ່ວຍທຸລະກິດ, ສະຖານທີ່ ກໍຄືກິດຈະການຕ່າງໆ ທີ່ບໍ່ນອນຢູ່ໃນມາດຕະການລວມ ແລະ ມາດຕະການສະເພາະໃນຈຸດທີ່ມີການລະບາດໃນຊຸມຊົນ ແມ່ນອະນຸຍາດໃຫ້ເປີດ ແລະ ດຳເນີນກິດຈະການໄດ້ ໂດຍອີງໃສ່ຜົນຂອງການສັກວັກຊີນຂອງເຈົ້າຂອງກິດຈະການ, ຜູ້ໃຫ້ບໍລິການ ແລະ ຜູ້ເຂົ້າບໍລິການເປັນຕົ້ນຕໍ. ໝາຍວ່າ ຜູ້ໃດສັກວັກຊີນຄົບໂດສ ແມ່ນສາມາດເຂົ້າໃຊ້ບໍລິການໃນສະຖານທີ່ດັ່ງກ່າວໄດ້;


2 ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງສິນຄ້າພາຍໃນປະເທດ ແລະ ລະຫວ່າງປະເທດ ໂດຍປະຕີບັດຕາມແຈ້ງການຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021 ຊຶ່ງຄົນຂັບລົດ ແລະ ຜູ້ຊ່ວຍຄົນຂັບລົດ ພາຍໃນປະເທດ ແລະ ຄົນຂັບລົດຂົນສົ່ງສິນຄ້າເຂົ້າມາ ສປປ ລາວ ຕ້ອງໄດ້ຮັບວັກຊີນຄົບ;


3 ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງມີໃບຢັ້ງຢືນຈາກຕົ້ນທາງ ແລະ ປາຍທາງ, ບໍ່ໃຫ້ມີການ ຈໍາກັດບໍລິເວນ ແລະ ບໍ່ຈໍາກັດເວລາໃນການສັນຈອນຂອງລົດຂົນສົ່ງໂດຍສານ ແລະ ສິນຄ້າ ທຸກປະເພດໃນຂອບເຂດທົ່ວປະເທດ, ແຕ່ໃຫ້ມີການຢັ້ງຢືນການຮັບວັກຊີນຄົບ ທັງຜູ້ໃຫ້ບໍລິການ ແລະ ຜູ້ໂດຍສານ (ຍົກເວັ້ນ ຜູ້ຖືພາ ແລະ ຜູ້ທີ່ບໍ່ທັນເຖິງອາຍຸກະສຽນສັກວັກຊີນ).


ນອກຈາກນັ້ນ, ຜູ້ປະກອບການຂົນສົ່ງ ແລະ ຜູ້ໂດຍສານ ຕ້ອງປະຕິບັດມາດຕະການການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢູ່ຕາມສະຖານີ, ພາຫະນະທີ່ນໍາໃຊ້ໃນການຂົນສົ່ງ ແລະ ໃນຊ່ວງໄລຍະການເດີນທາງ ຢ່າງເຂັ້ມງວດ;

.

4 ບັນດາຫົວໜ່ວຍທຸລະກິດທຸກປະເພດ ຫາກມີການລະບາດຢູ່ພາຍໃນຫົວໜ່ວຍທຸ ລະກິດຕົນ ແມ່ນໃຫ້ປິດການດໍາເນີນກິດຈະການຊົ່ວຄາວ ເພື່ອອະນາໄມ, ຂ້າເຊື້ອ ແລະ ປະຕິບັດມາດຕະການກັ່ນກອງ, ຄັດແຍກກຸ່ມສ່ຽງຕາມທີ່ຄະນະສະເພາະກິດວາງອອກ, ຈາກນັ້ນ ຈຶ່ງກັບມາເປີດດໍາເນີນກິດຈະການຂອງຕົນໄດ້, ຖ້າຫາກຫົວໜ່ວຍ ທຸລະກິດໃດ ບໍ່ປະຕິບັດຕາມມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດ ຂອງພະຍາດໂຄວິດ-19 ທີ່ຄະນະສະເພາະກິດຂັ້ນຕ່າງໆວາງອອກ ຕ້ອງໄດ້ດໍາເນີນມາດຕະການ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;

ເພື່ອເປັນບ່ອນອີງໃຫ້ແກ່ການຕິດຕາມ ກວດກາ ຂອງຄະນະສະເພາະກິດກ່ຽວຂ້ອງ ໃຫ້ບັນດາຫົວ ໜ່ວຍທຸລະກິດ ສ້າງແຜນການປ້ອງກັນການແຜ່ລະບາດ ຂອງພະຍາດ ໂຄວິດ-19 ໃຫ້ລະອຽດ ແລ້ວສົ່ງໃຫ້ຄະນະສະເພາະກິດຂັ້ນທີ່ຕົນເອງເຄື່ອນໄຫວທຸລະກິດນັ້ນ ຮັບຊາບ ເພື່ອຕິດຕາມ.
5 ອະນຸຍາດໃຫ້ເປີດການຮຽນ-ການສອນທຸກຊັ້ນ ແບບເຊິ່ງໜ້າປົກກະຕິ ຢູ່ນະຄອນຫຼວງວຽງຈັນ, ບັນດາແຂວງທົ່ວປະເທດ. ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ຮີບຮ້ອນສົມທົບກັບ ກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງ ກຳນົດເງື່ອນໄຂ ແລະ ມາດຕະການປ້ອງກັນ ແລະ ຄວບຄຸມໃຫ້ລະອຽດ ແລ້ວມອບໃຫ້ຄະນະສະເພາະກິດແຕ່ລະທ້ອງຖິ່ນ ສົມທົບກັບຂະແໜງສຶກສາທິການ ແລະ ກິລາ ອະນຸຍາດເປັນແຕ່ລະກໍລະນີ.