ແຜນເປີດປະເທດລໍຖ້າຕໍ່ໄປ ຖະແຫຼງຫຼ້າສຸດຈາກລັດຖະບານຕ້ອງໂຈະອອກວີຊ່າທ່ອງທ່ຽວ

1391

ເປັນຂ່າວແວ່ວໆຈະເປີດປະເທດ ຫຼາຍຄົນກໍ່ລຸ້ນຖະແຫຼງການຈາກລັດຖະບານ ຈະອອກມາໃນທິດທາງໃດ ເຊິ່ງຜົນແມ່ນຍັງຕ້ອງປິດປະເທດຕໍ່ໄປ ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃນປະເທດເຮົາຍັງບໍ່ເປັນທີ່ໄວ້ວາງໃຈ ແຕ່ກົງກັນຂ້າມການຕິດເຊື້ອຍັງເພີ່ມຂຶ້ນໃນທຸກໆວັນ ໃນສະຖານະການແບບນີ້ນອກຈາກບໍທັນເປີດປະເທດແລ້ວຍັງຕ້ອງປະຕິບັດມາດຕະການປ້ອງກັນຢ່າງເຄັ່ງຄັດຕໍ່ໄປ.

 ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ ໄດ້ຖະແຫຼງໃນວັນທີ 14 ພະຈິກນີ້ລະບຸວ່າ: ສະພາບການຕິດເຊື້ອໃນຊຸມຊົນ ມີຂຶ້ນໃນທຸກແຂວງໃນທົ່ວປະເທດ ແລະ ຈຳນວນຜູ້ຕິດເຊື້ອໃໝ່ ແມ່ນສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຂະຫຍາຍເປັນວົງກວ້າງ, ຊຶ່ງການຕິດເຊື້ອດັ່ງກ່າວ ສ່ວນຫຼາຍແມ່ນເກີດຢູ່ຕາມສະຖານທີ່ທີ່ມີຊຸມຊົນແອອັດຕ່າງໆ ລວມທັງ ຢູ່ໃນງານສັງຄົມ, ສຳນັກງານອົງການ, ຫົວໜ່ວຍທຸລະກິດ ແລະ ລາມໄປຮອດ ການຕິດເຊື້ອກັນໃນຄອບຄົວ ນັບມື້ຫຼາຍຂຶ້ນ.

ສາເຫດຕົ້ນຕໍຂອງການແຜ່ລະບາດດັ່ງກ່າວ ແມ່ນຍ້ອນສັງຄົມຈຳນວນໜຶ່ງ ຍັງບໍ່ທັນປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ. ຍ້ອນແນວນັ້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດມາດຕະການຈຳນວນໜຶ່ງ ເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 15 ພະຈິກ 2021 ເປັນຕົ້ນໄປ ຄືດັ່ງນີ້:

ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງນໍ້າ ສໍາລັບບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ.

ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງ ປະເທດ ຍົກເວັ້ນທີ່ໄດ້ຮັບອະນຸຍາດຕາມແຜນທົດລອງນຳເຂົ້ານັກທ່ອງທ່ຽວຕ່າງປະເທດ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເລກທີ 1445, ລົງວັນທີ 5 ພະຈິກ 2021.

 ສໍາລັບພະນັກງານສະຖານທູດ, ອົງການ ຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນອັນຮີບດ່ວນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນ ແມ່ນອະນຸຍາດໃຫ້ພະນັກງານ ສະຖານທູດ ແລະ ອົງການຈັດຕັ້ງສາກົນ  ນຳໃຊ້ທີ່ພັກຂອງຕົນເອງໄດ້, ນອກນັ້ນ ແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້ນ;

ສືບຕໍ່ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດຄາເຟ, ຮ້ານສະນຸກເກີ, ຄາຊີໂນ ແລະ ຮ້ານເກມທຸກປະເພດ ທົ່ວປະເທດ;

ຫ້າມຈັດງານ ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 50 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ; ກໍລະນີຈໍາເປັນຕ້ອງຈັດກອງປະຊຸມ ແລະ ງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ຂັ້ນແຂວງ, ຫ້າມຈັດງານສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.