ມາດຕະການລວມ ທີ່ຕ້ອງສືບຕໍ່ຈັດຕັ້ງປະຕິບັດ ຕັ້ງແຕ່ວັນທີ 15 ພະຈິກເປັນຕົ້ນໄປ

382

ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ,ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ.ໄດ້ຖະແຫລງຂ່າວ, ກ່ຽວກັບ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ ໂຄວິດ-19ໃນໄລຍະ ວັນທີ 15 ພະຈິກ 2021 ເປັນຕົ້ນໄປ.

ອີງຕາມການປະເມີນສະພາບການລະ ບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ຕາມທີ່ລະບຸໃນແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ເລກທີ 1402, ລົງວັນທີ 31 ຕຸລາ 2021 ແລະ ມາດຕະການຕ່າງໆ ທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ ໄດ້ວາງອອກ ເຫັນວ່າ ໄດ້ຮັບຜົນສຳເລັດດີ ເປັນກ້າວໆ ຊຶ່ງສະແດງອອກບາງດ້ານທີ່ພົ້ນເດັ່ນ ຄື:

ການສັກວັກຊີນ ເຂັມທີ 1 ໄດ້ 3.543.688 ຄົນ, ກວມ 48,29%, ສັກຄົບໂດສ 2.995.667 ຄົນ, ກວມ 40,83%, ປິ່ນປົວຫາຍດີ 43.836 ຄົນ ເທົ່າກັບ 80,89% ຂອງຈຳນວນຜູ້ຕິດເຊື້ອ; ອົງການປົກຄອງ ກໍ່ຄືຄະນະສະເພາະກິດ ທຸກຂັ້ນ ຕະຫຼອດຮອດພະນັກງານແພດໝໍ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທຸກພາກສ່ວນ ສືບຕໍ່ປະຕິບັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ ດ້ວຍຄວາມອົດທົນ ຜ່ານຜ່າ ແລະ ຫ້າວຫັນ;


ການຈັດຕັ້ງ ກໍ່ຄື ຄອບຄົວ-ບຸກຄົນ ທຸກພາກສ່ວນທຸກຂັ້ນ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ປະກອບເຂົ້າໃນວຽກງານຄວບຄຸມພະຍາດໂຄວິດ-19 ທັງທາງດ້ານວັດຖຸ ແລະ ຈິດໃຈ ຢ່າງເປັນຂະບວນການຟົດຟື້ນ ດີສົມຄວນ.
ເຖິງຢ່າງໃດກໍ່ຕາມ ສະພາບການຕິດເຊື້ອໃນຊຸມຊົນ ມີຂຶ້ນໃນທຸກແຂວງໃນທົ່ວປະເທດ ແລະ ຈຳນວນຜູ້ຕິດເຊື້ອໃໝ່ ແມ່ນສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຂະຫຍາຍເປັນວົງກວ້າງ, ຊຶ່ງການຕິດເຊື້ອດັ່ງກ່າວ ສ່ວນຫຼາຍແມ່ນເກີດຢູ່ຕາມສະຖານທີ່ທີ່ມີຊຸມຊົນແອອັດຕ່າງໆ ລວມທັງ ຢູ່ໃນງານສັງຄົມ, ສຳນັກງານ-ອົງການ, ຫົວໜ່ວຍທຸລະກິດ ແລະ ລາມໄປຮອດ ການຕິດເຊື້ອກັນໃນຄອບຄົວ ນັບມື້ຫຼາຍຂຶ້ນ.

ສາເຫດຕົ້ນຕໍຂອງການແຜ່ລະບາດດັ່ງກ່າວ ແມ່ນຍ້ອນສັງຄົມຈຳນວນໜຶ່ງ ຍັງບໍ່ທັນປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ. ຍ້ອນແນວນັ້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດມາດຕະການຈຳນວນໜຶ່ງ ເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 15 ພະຈິກ 2021 ເປັນຕົ້ນໄປ ຄືດັ່ງນີ້

ມາດຕະການລວມ:
1 ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງນໍ້າ ສໍາລັບບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ. ສ່ວນການຂົນສົ່ງສິນຄ້າເຂົ້າອອກ ແມ່ນໃຫ້ປະຕິບັດຕາມທີ່ລະບຸໃນຂໍ້ 3.2 ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 1494, ລົງວັນທີ 14 ຕຸລາ 2021;

2 ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງ ປະເທດ ຍົກເວັ້ນທີ່ໄດ້ຮັບອະນຸຍາດຕາມແຜນທົດລອງນຳເຂົ້ານັກທ່ອງທ່ຽວຕ່າງປະເທດ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເລກທີ 1445, ລົງວັນທີ 5 ພະຈິກ 2021.

.

ສໍາລັບພະນັກງານສະຖານທູດ, ອົງການ ຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນອັນຮີບດ່ວນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນ ແມ່ນອະນຸຍາດໃຫ້ພະນັກງານ ສະຖານທູດ ແລະ ອົງການຈັດຕັ້ງສາກົນ ນຳໃຊ້ທີ່ພັກຂອງຕົນເອງໄດ້, ນອກນັ້ນ ແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້ນ;

3 ສືບຕໍ່ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດຄາເຟ, ຮ້ານສະນຸກເກີ, ຄາຊີໂນ ແລະ ຮ້ານເກມທຸກປະເພດ ທົ່ວປະເທດ;
4 ຫ້າມຈັດງານ ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 50 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ; ກໍລະນີຈໍາເປັນຕ້ອງຈັດກອງປະຊຸມ ແລະ ງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ຂັ້ນແຂວງ.
5 ຫ້າມຈັດງານສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.